ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກເຄື່ອນໄຫວ ຊາວຟີລິບປິນ ພາກັນແລ່ນເຮືອ ໄປຍັງໝູ່ເກາະປະກາລັງ ທີ່ເປັນໃຈກາງ ຂອງບັນຫາຂັດແຍ້ງ ກັບຈີນ ໃນທະເລຈີນໃຕ້


ໃນພາບນີ້ສະໜອງໂດຍ ໜ່ວຍຍາມຊາຍຝັ່ງຂອງຟີລິບປິນ, ສະແດງໃຫ້ເຫັນພວກເຮົອຫາປາf ທີ່ບັນທຸກ ກຸ່ມພັນທະມິດ ທີ່ບໍ່ຂຶ້ນກັບລັດຖະບານ ເອີ້ນວ່າ Atin Ito, Tagalog for This is Ours, ແລ່ນຜ່ານນານນ້ຳ Palauig Point, ທ່າງພາກຕາເວັນຕົກສຽງເໜືອຂອງຟີລິບປິນ ໄປຍັງ ໝູ່ເກາະ Scarborough ເມື່ອວັນທີ 15 ພຶດສະພາ 2024.
ໃນພາບນີ້ສະໜອງໂດຍ ໜ່ວຍຍາມຊາຍຝັ່ງຂອງຟີລິບປິນ, ສະແດງໃຫ້ເຫັນພວກເຮົອຫາປາf ທີ່ບັນທຸກ ກຸ່ມພັນທະມິດ ທີ່ບໍ່ຂຶ້ນກັບລັດຖະບານ ເອີ້ນວ່າ Atin Ito, Tagalog for This is Ours, ແລ່ນຜ່ານນານນ້ຳ Palauig Point, ທ່າງພາກຕາເວັນຕົກສຽງເໜືອຂອງຟີລິບປິນ ໄປຍັງ ໝູ່ເກາະ Scarborough ເມື່ອວັນທີ 15 ພຶດສະພາ 2024.

ກຸ່ມ​ເຮືອ​ຫາ​ປາ​ຄຸນ​ນະ​ພາບ​ຕ່ຳຫຼາຍ​ຮ້ອຍ​ລຳ​ໄດ້​ເດີນ​ທາງ​ຈາກ ຟີ​ລິບ​ປິນ ໄປ​ສູ່​ເກາະ​ນ້ອຍໆ​ແຫ່ງ​ນຶ່ງ​ຢູ່​ໃຈ​ກາງ​ເຂດນານ​ນ້ຳ​ທີ່​ມີ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ຂົ​ມ​ຂື່ນ​ລະ​ຫວ່າງ ມະ​ນີ​ລາ ແລະ ປັກ​ກິ່ງ ໃນ​ທະ​ເລ​ຈີນ​ໃຕ້.

ຊາວປະມົງຫຼາຍ​ຮ້ອຍ​ຄົນ ແລະ ສະ​ມາ​ຊິກ​ຂອງ​ກຸ່ມ​ນັກ​ເຄື່ອນ​ໄຫວ ອາ​ຕິນ ອິ​ໂຕ ໄດ້​ຂຶ້ນ​ເຮືອ​ໄມ້​ຂະ​ໜາດ​ນ້ອຍ​ພ້ອມ​ກັບ​ຄານ​ຄ້ຳ​ທີ່​ຮູ້​ຈັກ​ກັນ​ດັ່ງ​ກັບ​ ໂຄງ​ຈຶ້ງນອກ​ລຳ​ເຮືອ ໄດ້​ເດີນ​ທາງ​ໄປ​ໝູ່​ເກາະ ສ​ກາ​ໂບ​ໂຣ, ເຊິ່ງ​ແມ່ນ​ເກາະ​ປະ​ກາ​ລັງ​ທີ່​ເຕັມ​ໄປ​ດ້ວຍ​ປາ​ທີ່​ຖືກ​ຍຶດ​ໂດຍ ຈີນ ໃນ​ປີ 2012, ເຖິງ​ແມ່ນ​ວ່າ​ມັນ​ຈະ​ຢູ່​ໃຈ​ເຂດ​ເສດ​ຖະ​ກິດ​ພິ​ເສດ 200 ໄມ​ທະ​ເລ ຫຼື 1852 ແມັດ​ທະ​ເລ​ຂອງ ຟີ​ລິບ​ປິນ​ ກໍ​ຕາມ.

ກຳປັ່ນ​ຍາມ​ຊາຍ​ຝັ່ງ​ລຳ​ດຽວ​ຂອງ ຟີ​ລິບ​ປິນ ໄດ້​ເດີນ​ທາງ​ໄປ​ພ້ອມ​ກັບ​ຂະ​ບວນ​ເຮືອ​ດັ່ງ​ກ່າວ ​ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ທີ່​ຖືກ​ຈັດ​ຂຶ້ນ​ເພື່ອ​ຖິ້ມ​ທອຍ​ໝາຍ​ເຂດ​ແດນ​ຂະ​ໜາດ​ນ້ອຍ​ຢູ່​ຕາມ​ເສັ້ນ​ທາງ​ດັ່ງ​ກ່າວ ແລະ ນຳ​ສົ່ງ​ອາ​ຫານ ແລະ ນ້ຳ​ມັນ​ເຊື້ອ​ໄຟ​ໄປ​ໃຫ້​ຄົນ​ຫາ​ປາ​ຊາວ ຟີ​ລິບ​ປິນ ທີ່​ເຮັດ​ວຽກ​ຢູ່​ໃກ້​ໝູ່​ເກາະ​ນັ້ນ.

ການ​ເດີນ​ທາງ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ສອງ​ອາ​ທິດຫຼັງ​ຈາກ​ກຳ​ປັ່ນ​ຍາມ​ຊາຍ​ຝັ່ງ ຟີ​ລິບ​ປິນ ຖືກ​ໂຈມ​ຕີ​ໂດຍ​ທໍ່​ສີດ​ນ້ຳ​ຈາກ​ກຳ​ປັ່ນ​ຍາມ​ຊາຍ​ຝັ່ງ​ຂອງ ຈີນ ຢູ່​ໃກ້​ກັບ​ໝູ່​ເກາະ ສ​ກາ​ໂບ​ໂຣ ນັ້ນ. ກຳ​ປັ່ນ ຟີ​ລິບ​ປິນ ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຕໍ່​ກົງ​ເຫຼັກ ແລະ ຫຼັງ​ຄາ​ຂອງ​ມັນ​ໃນ​ລະ​ຫວ່າງ​ການ​ປະ​ເຊີນ​ໜ້າ​ກັນ. ທັງ​ສອງ​ຝ່າຍ​ໄດ້​ປະ​ເຊີນ​ໜ້າ​ກັນ​ກ່ອນ​ໜ້ານີ້​ຢູ່​ໃກ້​ກັບ​ໝູ່​ເກາະ ສ​ກາ​ໂບ​ໂຣ ດັ່ງ​ກ່າວ ແລະ ໝູ່​ເກາະ ທອມ​ມັ​ສ ທີ​ສອງ, ເຊິ່ງ​ແມ່ນ​ເຂດ​ແດນ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ​ອີກ​ແຫ່ງ​ນຶ່ງ, ບ່ອນ​ທີ່​ກຳ​ປັ່ນ​ລົບ ຟີ​ລິບ​ປິນ ໄດ້​ຈອດ​ຢູ່​ໂດຍ​ເຈ​ຕະ​ນາ​ເພື່ອ​ຮັກ​ສາ​ການ​ອ້າງ​ເອົາ​ປະ​ກາ​ລັງ​ໃຕ້​ນ້ຳ​ຂອງ​ໝູ່​ເກາະ​ທີ່​ວ່າ​ນັ້ນ.

ຈີນ ໄດ້​ອ້າງ​ເອົາ​ອຳ​ນາດ​ອະ​ທິ​ປະ​ໄຕ​ໃນ​ທະ​ເລ​ຈີນ​ໃຕ້ ​ເກືອບ​ທັງ​ໝົດ, ໂດຍບໍ່​ຫົວ​ຊາ​ຕໍ່​ການ​ແຂ່ງ​ຂັນ​ອ້າງ​ເອົາ​ໂດຍ​ບັນ​ດາ​ປະ​ເທດ​ທີ່​ຢູ່​ໃກ້​ຄຽງ​ໃນ​ພາກ​ພື້ນ, ລວມ​ທັງ ຟີ​ລິບ​ປິນ, ໄຕ້​ຫວັນ ແລະ ຫວຽດ​ນາມ.

ສານ​ຊີ້​ຂາດສາ​ກົນ​ໃນ​ນະ​ຄ​ອນ ເຮັກ ຂອງ​ປະ​ເທດ ເນ​ເທີ​ແລນ ໄດ້​ກ່າວ​ໃນ​ປີ 2016 ວ່າ​ການ​ກ່າວ​ອ້າງ​ຂອງ ຈີນ ບໍ່​ມີ​ພື້ນ​ຖານ​ທາງ​ກົດ​ໝາຍ, ເຊິ່ງ​ແມ່ນ​ການ​ຕັດ​ສິນ​ທີ່ ປັກ​ກິ່ງ ໄດ້​ປະ​ຕິ​ເສດ.

A makeshift fleet of hundreds of fishing boats sailed from the Philippines towards a small island at the heart of a bitter territorial dispute between Manila and Beijing in the South China Sea.

Hundreds of fishermen and members of the Atin Ito activist group boarded small wooden boats with stabilizing beams known as outriggers and set sail for the Scarborough Shoal, a fisheries-rich atoll that was seized by China in 2012, despite it being inside the Philippines' 200-nautical mile exclusive economic zone.

In this photo provided by Atin-Ito/Akbayan Party, activists and volunteers on fishing boats prepare for their journey at Masinloc, Zambales province, northwestern Philippines on May 15, 2024.
In this photo provided by Atin-Ito/Akbayan Party, activists and volunteers on fishing boats prepare for their journey at Masinloc, Zambales province, northwestern Philippines on May 15, 2024.

A lone Philippine Coast Guard boat accompanied the convoy during a journey that was organized to drop small territorial buoys along the route and deliver food and fuel to Filipino fishermen working near the shoal.

The trip comes two weeks after a Philippine coast guard vessel was hit by water cannons from Chinese coast guard vessels near Scarborough Shoal. The Philippine ship sustained damage to its railing and canopy during the confrontation.

The two sides have previously confronted each other near the Scarborough Shoal and the Second Thomas Shoal, another disputed territory where a Philippine warship was intentionally grounded to maintain the archipelago’s claims on the submerged reef.

China has claimed sovereignty over nearly the entire South China Sea, ignoring competing claims by its regional neighbors, including the Philippines, Taiwan and Vietnam.

An international arbitration tribunal in The Hague said in 2016 that China's claims had no legal basis - a decision Beijing has rejected.

Some information for this report came from The Associated Press, Agence France-Presse.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG