ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຂີ້ເຫຍື້ອທີ່ຟີລິບປິນ ອາດກາຍ ມາເປັນແຫລ່ງ ຜະລິດ ໄຟຟ້າ ໃນໄວໆນີ້


ເດັກຊາຍຜູ້ນຶ່ງເກັບຂີ້ເຫຍື້ອ ທີ່ປົກຄຸມແມ່ນໍ້າ ໃນນະຄອນຫລວງ ມະນີລາ ບ່ອນທີ່ມີບັນຫາໃນການຈັດສັນຂີ້ເຫຍື້ອນັ້ນ
ເດັກຊາຍຜູ້ນຶ່ງເກັບຂີ້ເຫຍື້ອ ທີ່ປົກຄຸມແມ່ນໍ້າ ໃນນະຄອນຫລວງ ມະນີລາ ບ່ອນທີ່ມີບັນຫາໃນການຈັດສັນຂີ້ເຫຍື້ອນັ້ນ
ຂີ້ເຫຍື້ອທີ່ກອງກັນເປັນພູ ອາດຈະກາຍມາເປັນແຫລ່ງພະລັງງານ
ທີ່ມີຄຸນຄ່າ ໃນໄວໆນີ້ ຢູ່ຟີລິບປິນ ບ່ອນທີ່ຂີ້ເຫຍື້ອໄດ້ກາຍມາເປັນ
ບັນຫາທາງດ້ານສະພາບແວດລ້ອມມາເປັນເວລາດົນນານແລ້ວ
ນັ້ນ.

ທະນາຄານພັດທະນາເຊເຊຍ ຫລື ADB ເວົ້າວ່າ ທາງທະນາ
ຄານກໍາລັງຈະຮ່ວມວຽກ ກັບບໍລິສັດ Procter and Gamble
ຂອງສະຫະລັດ ເພື່ອພິຈາລະນາສ້າງໂຮງງານຜະລິດ “ພະລັງ
ງານ-ຈາກ-ຂີ້ເຫຍື້ອ” ທີ່ອາດສາມາດຜະລິດໄຟຟ້າໄດ້ເຖິງ 2
ເມກາວັດໂດຍໃຊ້ຂີ້ເຫຍື້ອ ທີ່ມາຈາກບ້ານເຮືອນຂອງປະຊາຊົນ
ແລະຈາກຫົວໜ່ວຍທຸລະກິດຕ່າງໆ. ທະນາຄານດັ່ງກ່າວ ໄດ້ອະ
ນຸມັດແຜນການໃຫ້ທຶນຊ່ວຍເຫລືອດ້ານເທັກນິກ ຈໍານວນ 385
ພັນໂດລາ ເພື່ອຊ່ວຍກໍານົດຄວາມສາມາດຜະລິດຂອງໂຮງງານ ເຫລົ່ານັ້ນຊຶ່ງອາດຈະມີຂຶ້ນ ໃນປີ 2016.

ADB ເວົ້າວ່າ ມີຂີ້ເຫຍື້ອລ້ວນໆ ປະມານ 6,700 ໂຕນ ທີ່ມາຈາກເຂດເທດສະບານ ກຸງ ມະນີລາ ໃນແຕ່ລະມື້ ແລະວ່າ ໜ້ອຍກວ່າ 1/10 ຂອງຂີ້ເຫຍື້ອເຫລົ່ານີ້ ແມ່ນເອົາໄປໝຸນ ໃຊ້ຄືນໄໝ່ ຫລືເອົາໄປໝັກເຮັດປຸຍທໍາມະຊາດ. ສ່ວນທີ່ເຫລືອຈາກນັ້ນ ແມ່ນເອົາໄປ ເທລົງ
ໄວ້ບ່ອນຖິ້ມຂີ້ເຫຍື້ອ ທີ່ມັກຈະຖືກນໍ້າຖ້ວມ, ດິນເຊາະເຈື່ອນ, ປ່ອຍສານພິດອອກມາ ແລະ ກອງຂີ້ເຫຍື້ອເຈື່ອນ ທີ່ເປັນອັນຕະລາຍ.

ໃນເດືອນກໍລະກົດ ປີ 2000 ມີຄົນຫລາຍຮ້ອຍຄົນຖືກຖົມທັງເປັນ ຢູ່ເມືອງ Quezon ເມື່ອ ຝົນຕົກໜັກ ເຮັດໃຫ້ກອງຂີ້ເຫຍື້ອທີ່ເປັນກໍາແພງສູງ 15 ແມັດນັ້ນ ພັງລົງມາໃສ່ປະຊາຄົມ ພວກບໍ່ມີເຮືອນຢູ່ ທີ່ຕັ້ງຖິ່ນຖານ ແລະດໍາລົງຊີວິດຢູ່ໃກ້ນັ້ນ. ມີເຫດການກອງຂີ້ເຫຍື້ອ ເຈື່ອນ ທີ່ກັນດານຄ້າຍຄືກັນນີ້ ເກີດຂຶ້ນອີກໃນຊຸມປີໝໍ່ໆມານີ້ ຢູ່ບ່ອນຖິ້ມຂີ້ເຫຍື້ອທີ່ບາງຄັ້ງ ຕັ້ງຂຶ້ນ
ມາໂດຍບໍ່ຖືກກົດໝາຍ.
XS
SM
MD
LG