ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ Pfizer ກ່າວວ່າ ຢາວັກຊີນປ້ອງກັນ ໂຄວິດ-19 ມີປະສິດທິພາບ ເຖິງ 90 ເປີເຊັນ ໃນການທົດລອງ


ແກ້ວຢາວັກຊີນ ແລະເຂັມສັກຢາ ແມ່ນເຫັນໄດ້ວາງຢູ່ດ້ານໜ້າກາເຄື່ອງໝາຍຂອງບໍລິສັດ Pfizer ໃນພາບວາງສະແດງນີ້.
ແກ້ວຢາວັກຊີນ ແລະເຂັມສັກຢາ ແມ່ນເຫັນໄດ້ວາງຢູ່ດ້ານໜ້າກາເຄື່ອງໝາຍຂອງບໍລິສັດ Pfizer ໃນພາບວາງສະແດງນີ້.

ບໍລິສັດຜະລິດຢາ ຟາຍເຊີ (Pfizer) ກ່າວວ່າ ການທົດລອງຂັ້ນສຸດທ້າຍຂອງຢາວັກຊີນປ້ອງກັນໂຄວິດ-19 ຂອງຕົນນັ້ນ ຊີ້ໃຫ້ເຫັນວ່າ ມັນມີປະສິດທິພາບຫຼາຍກວ່າ 90 ເປີເຊັນ ໂດຍເກີນຄວາມຄາດໝາຍ ແລະໄດ້ນຳມາຊຶ່ງຂ່າວດີທີ່ບໍ່ຄ່ອຍມີ ໃນການຕໍ່ສູ້ຕ້ານໄວຣັສໂຄໂຣນາ.

ປະທານບໍລິສັດຟາຍເຊີ ແລະຫົວໜ້າບໍລິຫານ ທ່ານອາລເບີຕ ບູຣລາ ພ້ອມດ້ວຍບໍລິສັດ BioNTech ທີ່ເປັນຄູ່ຮ່ວມງານຂອງຟາຍເຊີ ໄດ້ອອກມາປະກາດໃນວັນຈັນວານນີ້ ກ່ຽວກັບການທົດລອງຂັ້ນທີ 3 ຊຶ່ງເປັນຂັ້ນສຸດທ້າຍຂອງການສຶກສາຢາວັກຊີນທີ່ມີສັກກະຍະພາບຂອງພວກເຂົາເຈົ້າ.

ຖະແຫລງການນັ້ນ ໄດ້ກ່າວວ່າ ການສຶກສາໄດ້ສະແດງໃຫ້ຫັນວ່າ ຢາວັກຊີນມີປະສິດທິພາບຫຼາຍກວ່າ 90 ເປີເຊັນໃນການປ້ອງກັນໄວຣັສໃນພວກຜູ້ເຂົ້າຮ່ວມ ໂດຍປາສະຈາກຫຼັກຖານ ຂອງການຕິດເຊື້ອກ່ອນໜ້າການວິເຄາະປະສິດທິພາບຂອງຢາໃນຂັ້ນທຳອິດ.

ທ່ານໝໍ ແອນໂທນີ ຟາວຈີ ນັກຊ່ຽວຊານຂັ້ນສູງດ້ານພະຍາດຕິດແປດ ໃນສະ ຫະລັດ ໄດ້ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວເມື່ອວັນຈັນວານີ້ ວ່າ ຜົນການທົດລອງທັງຫຼາຍນັ້ນ ແມ່ນ “ໜ້າມະຫັດສະຈັນອີຫລີ.”

ທ່ານເວົ້າວ່າ “ຫຼາຍໆຄົນບໍ່ຄາດຄິດເລີຍວ່າ ມັນຈະສູງເຖິງຂະໜາດນັ້ນ.”

ທ່ານຟາວຈີ ກ່ອນໜ້ານີ້ໄດ້ກ່າວວ່າ ທ່ານເບິ່ງວ່າ ຢາວັກຊີນຈະມີປະສິດທິພາບຢູ່ລະຫວ່າງ 70 ຫາ 75 ເປີເຊັນ ແລະແມ່ນກະທັງ 50 ເປີເຊັນ ກໍພໍຈະຮັບໄດ້.

ທີ່ປຶກສາຜູ້ອາວຸໂສຂອງອົງການອະນາໄມໂລກ ຫຼື WHO ທ່ານບຣຸສ ເອລວາດ ໄດ້ກ່າວວ່າ ຜົນການທົດລອງທັງຫຼາຍຈາກບໍລິສັດຟາຍເຊີ ແມ່ນ “ເລື້ອງດີແທ້ໆ” ແລະຄວນ “ຈະເຮັດໃຫ້ໂລກທັງມວນມີຄວາມຫວັງທີ່ສົດໃສຢ່າງຍິ່ງ.”

ການວິໄຈຂອງບໍລິສັດຟາຍເຊີ ໄດ້ດຳເນີນການໂດຍຄະນະຕິດຕາມເບິ່ງຂໍ້ມູນທີ່ເປັນອິດສະຫລະ ຊຶ່ງກວດສອບເບິ່ງ ໃນ 94 ກໍລະນີການຕິດເຊື້ອ ທີ່ໄດ້ຖືກບັນທຶກໃນການສຶກສາ ມາເຖິງເວລານີ້ ຊຶ່ງໄດ້ນຳເອົາພວກຄົນເຂົ້າມາຮ່ວມໃນການສຶກສາຈຳນວນ 44,000 ຄົນ ຢູ່ທັງໃນສະຫະລັດ ແລະອີກ 5 ປະເທດ. ພວກຄົນປ່ວຍບາງຄົນ ທີ່ຢູ່ໃນການທົດລອງໄດ້ຮັບຢາວັກຊີນ ໃນຂະນະທີ່ພວກຄົນອື່ນໆ ໄດ້ຮັບຢາທີ່ບໍ່ມີລິດ ຫຼືເອີ້ນກັນວ່າ ປລາຊີໂບນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG