ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຟາຍເຊີ ເປີດໂຕແນວທາງສະເພາະ ຂອງຢາວັກຊີນໃໝ່ ກັນໂຄວິດ-19


ແຟ້ມຮູບ-ລວມພາບຖ່າຍທີ່ມີເຄື່ອງໝາຍຟາຍເຊີ ທີ່ສະຖານທີ່ຜະລິດຢາວັກຊີນ​ກັນໂຄວິດ-19 ໃນເມືອງພົວສ໌, ປະເທດແບລຈ້ຽມ, ແລະເຄື່ອງໝາຍໄບໂອເອັນເທັກ ທີ່ສໍານັກງານໃຫຍ່ຂອງບໍລິສັດດັ່ງກ່າວ ໃນເມືອງເມນສ໌, ທາງທິດຕາເວັນຕົກຂອງປະເທດເຢຍຣະມັນ.
ແຟ້ມຮູບ-ລວມພາບຖ່າຍທີ່ມີເຄື່ອງໝາຍຟາຍເຊີ ທີ່ສະຖານທີ່ຜະລິດຢາວັກຊີນ​ກັນໂຄວິດ-19 ໃນເມືອງພົວສ໌, ປະເທດແບລຈ້ຽມ, ແລະເຄື່ອງໝາຍໄບໂອເອັນເທັກ ທີ່ສໍານັກງານໃຫຍ່ຂອງບໍລິສັດດັ່ງກ່າວ ໃນເມືອງເມນສ໌, ທາງທິດຕາເວັນຕົກຂອງປະເທດເຢຍຣະມັນ.

ບໍລິສັດຜູ້ຜະລິດຢາຂະໜາດໃຫຍ່ ຟາຍເຊີ້ ຂອງສະຫະລັດ ແລະຄູ່ຮ່ວມງານເຢຍຣະມັນ ໄບໂອເອັນເທັກຂອງພວກເຂົາເຈົ້າ ໄດ້ປະກາດໃນມື້ວັນອັງຄານວານນີ້ວ່າ ພວກເຂົາເຈົ້າໄດ້ເລີ້ມການທົດລອງທາງຄລີນິກ ຂອງຢາວັກຊີນໂຄວິດ-19 ແນວທາງໃໝ່ ໂດຍສະເພາະແລ້ວ ແມ່ນອອກແບບມາເພື່ອສະກັດກັ້ນການລະບາດຂອງໄວຣັສໂຄໂຣນາສາຍພັນໂອໄມຄຣອນ.

ບໍລິສັດທັງ​ສອງ ກ່າວຢູ່ໃນຖະແຫຼງການຮ່ວມວ່າ ພວກເຂົາເຈົ້າຈະດໍາເນີນການທົດ​ສອບຢາວັກຊີນໃໝ່ ທັງໃຊ້ໃນແບບຂັ້ນທໍາອິດ ແລະໃນແບບ​ເປັນຢາເສີມ ຫຼືບູສເຕີ ນໍາກຸ່ມອາສາສະໝັກຜູ້ໃຫຍ່ ທີ່ມີສຸຂະພາບແຂງແຮງ ຫຼາຍກວ່າ 1,400 ຄົນໃນອາຍຸລະຫວ່າງ 18 ຫາ 55 ປີ.

ນັກຄົ້ນ​ຄ​ວ້າ, ຈະໄດ້ແບ່ງອາສາສະໝັກເຫຼົ່ານັ້ນອອກເປັນສາມກຸ່ມ, ກຸ່ມທໍາອິດ ແມ່ນກຸ່ມທີ່ໄດ້ຮັບຢາວັກຊີນໃນປັດຈຸບັນໄປແລ້ວສອງໂດສ ໂດຍຈະໄດ້ຮັບຢາວັກຊີນສະເພາະສາຍພັນໂອໄມຄຣອນອັນໃໝ່ 1 ຫຼື 2 ໂດສ. ສ່ວນກຸ່ມທີສອງ ແມ່ນກຸ່ມທີ່ໄດ້ຮັບຢາວັກຊີນຄົບຖ້ວນແລ້ວສອງໂດສ ບວກກັບຢາວັກຊີນບູສເຕີ້ ລຸ້ນທໍາອິດ ໂດຍຈະໄດ້ຮັບຢາວັກຊີນນຶ່ງໂດສຂອງລຸ້ນໃນປັດຈຸບັນ ຫຼືລຸ້ນທີ່ໄດ້ຮັບການແກ້ໄຂແລ້ວ, ໃນຂະນະທີກຸ່ມອາສາສະໝັກທີສາມ ເຊິ່ງຈະປະກອບດ້ວຍພວກຜູ້ໃຫຍ່ທີ່ບໍ່ເຄີຍໄດ້ຮັບການສັກຢາວັກຊີນເລີຍ ໂດຍພວກເຂົາເຈົ້າຈະໄດ້ຮັບຢາວັກຊີນພິເສດສະເພາະສາຍພັນໂອໄມຄຣອນໝົດທັງສາມເຂັມ.

ການທົດລອງທາງຄລີນິກສະເພາະສໍາລັບໄວຣັສສາຍພັນໂອໄມຄຣອນຂອງຢາວັກຊີນຟາຍເຊີນັ້ນ ມີຂຶ້ນທ່າມກາງການເປີດໂຕຂອງການສຶກສາໃໝ່ທີ່ສະແດງໃຫ້ເຫັນວ່າ ພູມຄຸ້ມກັນຂອງຮ່າງກາຍທີ່ຜະລິດຂຶ້ນມາໂດຍການສັກຢາວັກຊີນດັ້ງເດີມໃນຄັ້ງທີສາມ ຍັງຄົງໃຫ້ການປ້ອງກັນທີ່ແຂງແຮງເຖິງ 4 ເດືອນ ຫຼັງຈາກການສັກຢາວັກຊີນຄັ້ງຫຼ້າສຸດ. ການຄົ້ນພົບນີ້ ເປັນສ່ວນນຶ່ງຂອງການສຶກສາຢູ່ໃນຫ້ອງທົດລອງ ເຊິ່ງປະຕິບັດງານໂດຍນັກວິທະຍາສາດແຫ່ງສາຂາຂອງມະຫາວິທະຍາໄລທາງດ້ານການຢາເທັກຊັສ ໂດຍການຮ່ວມມືກັບນັກວິທະຍາ ສາດຂອງຟາຍເຊີ ແລະໄບໂອເອັນເທັກ ເຊິ່ງໄດ້ຖືກເຜີຍແຜ່ທາງອອນລາຍໃນວັນເສົາທີ່ຜ່ານມາ ແລະຍັງບໍ່ທັນໄດ້ຮັບການກວດສອບ ຫຼືໄດ້ພິມອອກເຜີຍແຜ່ໃນວາລະສານທາງດ້ານວິທະຍາສາດຢ່າງເປັນທາງການແຕ່ຢ່າງໃດ.

ໃນອີກ​ດ້ານ​ນຶ່ງ, ​ອົງ​ການອາຫານ ແລະຢາຂອງສະຫະລັດ ໄດ້ປະກາດໃນວັນຈັນ​ແລ້ວນີ້ວ່າ ຈະຢຸດການຮັກສາດ້ວຍການໃຊ້ພູມຄຸ້ມກັນຂອງຮ່າງກາຍຕໍ່ໄວຣັສໂຄໂຣນາສອງແບບ ເພາະວ່າມັນບໍ່ໄດ້ຜົນໃນການຕໍ່ຕ້ານຕໍ່ສາຍພັນໂອໄມຄຣອນ. ໜ່ວຍງານຄຸ້ມຄອງຢາຂອງລັດຖະບານ​ກາງກ່າວວ່າ ກໍາລັງດໍາເນີນການຈໍາກັດ ການອະນຸຍາດໃຫ້ນໍາໃຊ້ຢາໃນກໍລະນີຮີບດ່ວນ ໂດຍພົວພັນກັບການຮັກສາທີ່ປະຕິບັດງານໂດຍຜູ້ຜະລິດຢາ ຣີເຈເນຣັນ ແລະ ອີລີ ລິລລີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG