ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Fujimori ໄດ້ຮັບ ໄຊຊະນະໃນການ ເລືອກຕັ້ງ ເອົາຕຳແໜ່ງ ປະທານາທິບໍດີ ຮອບ ທຳອິດ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທ່ານນາງ Keiko Fujimori, ຈາກພັກນິຍົມ Fuerza ຍົກມືທັກທາຍພວກ
ສະໜັບສະໜູນ ໃນລະຫວ່າງການໂຄສະນາຫາສຽງໃນເມືືອງ San Juan de Lurigancho ນອກນະຄອນຫຼວງ Lima, ປະເທດ ເປຣູ, 22 ມີນາ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທ່ານນາງ Keiko Fujimori, ຈາກພັກນິຍົມ Fuerza ຍົກມືທັກທາຍພວກ ສະໜັບສະໜູນ ໃນລະຫວ່າງການໂຄສະນາຫາສຽງໃນເມືືອງ San Juan de Lurigancho ນອກນະຄອນຫຼວງ Lima, ປະເທດ ເປຣູ, 22 ມີນາ, 2016.

ທ່ານນາງ Keiko Fujimori, ລູກສາວຂອງອະດີດປະທານາທິບໍດີ ເປຣູ ທີ່ຖືກຂັງຄຸກຢູ່ ທ່ານ Alberto Fujimori ໄດ້ຮັບໄຊຊະນະຮອບທຳອິດຂອງການເລືອກຕັ້ງເອົາຕຳແໜ່ງ ປະທານາທິບໍດີໃນປະເທດ ເປຣູ, ອີງຕາມການນັບຄະແນນສຽງສ່ວນໜຶ່ງ.

ນັກການເມືອງແນວທາງກາງ-ຂວາ ໄດ້ຮັບໄຊຊະນະດ້ວຍຄະແນນ 38 ເປີເຊັນໃນການ ນັບຄະແນນສຽງວັນອາທິດວານນີ້. ນາຍທະນາຄານ Wall Street ທ່ານ Pedro Pablo Kuczynski ໄດ້ຮັບຄະແນນສຽງປະມານ 25 ເປີເຊັນ. ນັກຊາດນິຍົມທ່ານນາງ Veronika Mendoza ມີຄະແນນເປັນອັນດັບ 3 ເຊິ່ງຕ່ຳກວ່າ 20 ເປີເຊັນ. ຜົນຄະແນນ ຄັ້ງສຸດທ້າຍຈະຖືກປະກາດໃນຕອນແລງຂອງວັນຈັນມື້ນີ້.

ທ່ານນາງ Fujimori ຈະເປັນປະທານາທິບໍດີແມ່ຍິງຄົນທຳອິດຂອງປະເທດ ເປຣູ ຖ້າຫາກ ວ່າ ທ່ານນາງໄດ້ຮັບໄຊຊະນະໃນການແຂ່ງຂັນຂັ້ນຊີີ້ຂາດ ລະຫວ່າງ ຜູ້ລົງແຂ່ງຂັນ 2​ ຄົນ ໃນເດືອນມິຖຸນານີ້.

ການເລືອກຕັ້ງຂອງທ່ານນາງບໍ່ແມ່ນສິ່ງທີ່ແນ່ນອນ ໃນຂະນະທີ່ປະຊາຊົນ ເປຣູ ໄດ້ປະຕິ ຍານຕົນວ່າຈະບໍ່ເລືອກເອົາຄົນໃດທີ່ມີສ່ວນ ກ່ຽວຂ້ອງກັບພໍ່ຂອງທ່ານນາງ.

ທ່ານນາງ Fujimori ໄດ້ພະຍາຍາທີ່ຈະແຍກຕົນເອງອອກຈາກການກຳອຳນາດທີ່ຜະເດັດ ການຂອງພໍ່ຂອງທ່ານນາງໃນ ເປຣູ ຈາກປີ 1990 ຫາປີ 2000. ອະດີດປະທານາທິບໍດີ ທີ່ ມີອາຍຸ 77 ປີ ຕອນນີ້ແມ່ນກຳລັງຖືກຂັງຄຸກ 25 ປີຍ້ອນການລະເມີດສິດທິມະນຸຸດ ແລະ ການສໍ້ລາດບັງຫຼວງ ໃນລະຫວ່າງການດຳລົງຕຳແໜ່ງຂອງທ່ານຢູ່.

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

Peru Election
please wait
Embed

No media source currently available

0:00 0:01:46 0:00

XS
SM
MD
LG