ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຂີ່ລົດຖີບພາກັນ ເປືອຍໂຕ ທໍາການປະທ້ວງ ທີ່ນະຄອນຫລວງ ຂອງເປຣູ


 ພວກຂີ່ລົດຖີບເປືອຍໂຕປະທ້ວງທີ່ເປຣູ.
ວັນທີ 11 ມີນາ 2012.
ພວກຂີ່ລົດຖີບເປືອຍໂຕປະທ້ວງທີ່ເປຣູ. ວັນທີ 11 ມີນາ 2012.

ພວກ​ຂີ່​ລົດຖີບ ທີ່​ເປືອຍ​ໂຕ​ໝົດ​ໂຕ​ແລະ​ເປືອຍ​ໂຕ​ເປັນ​ບາງ​ສ່ວນ ​ຈໍານວນ​ສອງ​ສາມ​ຮ້ອຍ​ຄົນ​ ໄດ້​ພາກັນ​ຂີ່​ລົດຖີບ​ຜ່ານ​ນະ​ຄອນ​ຫລວງ Lima ​ເພື່ອ​ທໍາ​ການ​ປະ​ທ້ວງ​ວັດທະນະ​ທໍານິຍົມ​ໃຊ້​ລົດ​ໂອ​ໂຕ​ໃນ​ມະຫາ​ນະຄອນ​ທີ່​ກໍາລັງ​ເຕີບ​ໂຕ​ຂຶ້ນ​ເລື້ອຍໆ​ນັ້ນ ​ແລະ​ຮຽກຮ້ອງເອົາ​ສິດທິ​ຂອງ​ພວກ​ຂີ່​ລົດຖີບ.

ທ່ານ Octavio Zegarra ຜູ້​ຈັດແຈງການ​ປະ​ທ້ວງ​ນີ້​ກ່າວ​ວ່າ ພວກ​ປະ​ທ້ວງພາກັນ​ເປືອຍ​ໂຕ​ຂີ່​ລົດຖີບໄປຕາມ​ຖະໜົນ​ສາຍ​ຕ່າງໆ ​ໃນ​ວັນ​ເສົາ​ວານ​ນີ້ ເພື່ອ​ເນ້ນ​ໃສ່​ອັນຕະລາຍ​ຕໍ່​ພວກ​ຂີ່​ລົດຖີບ​ ແລະ​ຮຽກຮ້ອງ​ໃຫ້​ມີ​ການເອົາ​ມາດ​ຕະການ​ຕ່າງໆ​ທີ່​ປອດ​ໄພ​ກວ່າ​ເກົ່າ​ສໍາລັບ​ພວກ​ຂີ່​ລົດຖີບ​ແລະ​ລົດຖີບ​ຂອງ​ເຂົາ​ເຈົ້າ.

ພວກ​ຂີ່​ລົດຖີບ​ບາງ​ຄົນທີ່​ບໍ່​ຢາກ​ເປືອຍ​ໂຕ​ຂອງ​ເຂົາ​ເຈົ້າ​ຫລາຍ ພາກັນໃຊ້​ນໍ້າ​ສີ​ທາ​ຕົນ​ໂຕ​ຂອງ​ເຂົາ​ເຈົ້າ​ເປັນ​ບາງ​ສ່ວນ.

ກະ​ປະມານ​ກັນ​ວ່າ ​ມີ​ພວກ​ຂີ່​ລົດຖີບ​ຫລາຍ​ພັນ​ຄົນ​ໄດ້​ເສຍ​ຊີວິດ ​ຫລື​ໄດ້ຮັບ​ບາດ​ເຈັບ​ໃນ​ເປຣູ ​ໃນ​ຮອບ​ນຶ່ງ​ທົດ​ສະ​ວັດ​ຜ່ານ​ມາ​ນີ້​.

XS
SM
MD
LG