ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໂອບາມາ ຖືກເລືອກ ໃຫ້ເປັນ “ບຸກຄົນເດັ່ນຂອງປີ” ນີ້ (ວີດິໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຖືກວາລະສານ Time ເລືອກໃຫ້ເປັນ “ບຸກຄົນເດັ່ນຂອງປີ”.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຖືກວາລະສານ Time ເລືອກໃຫ້ເປັນ “ບຸກຄົນເດັ່ນຂອງປີ”.
ວາລະສານTime ໄດ້ເລືອກເອົາປະທານາທິບໍດີສະຫະລັດ ທ່ານ
ບາຣັກ ໂອບາມາ ໃຫ້ເປັນ “ບຸກຄົນເດັ່ນຂອງປີ” ນີ້.

ວາລະສານດັ່ງກ່າວເວົ້າວ່າ ການໄດ້ຮັບເລືອກໃຫ້ເຂົ້າຮັບຕຳ
ແໜ່ງຕື່ມອີກຄັ້ງນຶ່ງ ຊຶ່ງເປັນປະຫວັດສາດຂອງປະທານາທິບໍດີ
Obama ແມ່ນເປັນສັນຍາລັກແຫ່ງການປ່ຽນແປງຂອງປະຊາ
ກອນຢູ່ໃນສະຫະລັດ. ນອກນັ້ນ ວາລະສານສະບັບນີ້ ຍັງເອີ້ນ
ທ່ານອີກວ່າ “ເປັນສັນຍາລັກ ແລະໃນບາງແງ່ເປັນສະຖາປະນິກ ຫຼືຜູ້ອອກແບບປະເທດອາເມຣິກາໃໝ່ນີ້.”

ນີ້ເປັນຄັ້ງທີ 2 ທີ່ທ່ານໂອບາມາ ໄດ້ຮັບກຽດຕິຍົດດັ່ງກ່າວນີ້. ທ່ານ
ໂອບາມາ ຊຶ່ງສັງກັດພັກ ເດໂມແຄຣັດ ແລະເປັນປະທານາທິບໍດີ
ສະຫະລັດ ທີ່ເປັນຄົນອາເມຣິກັນເຊື້ອສາຍອາຟຣິກາຜູ້ທໍາອິດ ໄດ້ຖືກເລືອກໃຫ້ໄດ້ຮັບກຽດຕິຍົດແບບດຽວກັນນີ້ ໃນປີ 2008 ລຸນຫລັງທີ່ທ່ານໄດ້ຊະນະ ການເລືອກຕັ້ງຄັ້ງທໍາອິດຂອງ ທ່ານ.

ພ້ອມກັນນັ້ນ ວາລະສານTime ຍັງໄດ້ເລືອກເອົານັກເຄື່ອນໄຫວຊາວປາກິສຖານ ນາງ Malala Yousafzai ໃຫ້ເປັນຮອງບຸກຄົນດີເດັ່ນປະຈຳປີ. ຍິງ ສາວນ້ອຍຄົນນີ້ຖືກຍິງ ທີ່
ຫົວ ໂດຍກຸ່ມຫົວຮຸນແຮງຕາລິບານໃນເດືອນຕຸລາຜ່ານມາ ຍ້ອນໄດ້ລຸກຂຶ້ນຕໍ່ສູ້ເພື່ອສົ່ງເສີມ
ການສຶກສາຂອງພວກເດັກຍິງ ແຕ່ນາງກໍໄດ້ລອດຊີວິດຈາກການໂຈມຕີດັ່ງກ່າວ.

ສ່ວນບຸກຄົນອື່ນໆທີ່ຖືກເລືອກເຂົ້າໃນບັນຊີລາຍຊື່ເພື່ອຮັບການພິຈາລະນານັ້ນ ລວມມີ ທ່ານ Tim Cook ຫົວໜ້າດ້ານບໍລິຫານຂອງບໍລິສັດ Apple, ທ່ານ Mohamed Morsi ປະທານາທິບໍດີຂອງອີຈິບ ແລະທ່ານ Fabiola Giannati ນັກວິທະຍາສາດຂອງອີຕາລີ.

ເບິ່ງວີດິໂອກ່ຽວຂ້ອງກັບເລື້ອງນີ້:

XS
SM
MD
LG