ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະຊາຊົນຮຽກຮ້ອງໃຫ້ສະພາແຫ່ງຊາດລາວ ຊ່ວຍເຈລະຈາເລັ່ງລັດ​ຜູ້ສໍາປະທານໂຄງການຕ່າງໆ ​ໃຫ້ຈ່າຍ​ຄ່າຊົດເຊີຍ ຢ່າງຄົບ​ຖ້ວນ​


ສະ​ຖານ​ທີ່ກໍ່​ສ້າງ​ເຂື່ອນ​ນ້ຳ​ອູ 1 ທີ່​ແຂວງ​ຫລວງ​ພະ​ບາງ
ສະ​ຖານ​ທີ່ກໍ່​ສ້າງ​ເຂື່ອນ​ນ້ຳ​ອູ 1 ທີ່​ແຂວງ​ຫລວງ​ພະ​ບາງ

ປະຊາຊົນຮຽກຮ້ອງໃຫ້ສະພາແຫ່ງຊາດລາວຊ່ວຍເຫລືອໃນການເຈລະຈາເລັ່ງລັດ​ຜູ້ສໍາປະທານໂຄງການ ພັດທະນາຕ່າງໆເພື່ອ​ໃຫ້​ຈ່າຍ​ຄ່າຊົດເຊີຍແກ່​ປະ​ຊ​າ​ຊົນ​ທີ່​ຖືກ​ກະ​ທົບຢ່າງຄົບ​ຖ້ວນ​ຕາມ​ກົດ​ໝາຍ. ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານນີ້​ມາ​ສະ​ເໜີ​ທ່ານ​ຈາກ​ບາ​ງກອກ.


ທ່ານນາງຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດຖະແຫຼງການຢືນຢັນວ່າ ບັນຫາທີ່ປະຊາຊົນລາວໄດ້ສະແດງການຮຽກຮ້ອງເພື່ອ​ຂໍການຊ່ວຍເຫຼືອ ຫລາຍ​ທີ່​ສຸດ ໃນໂອກາດກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດລາວ ທີ່ສິ້ນສຸດລົງໃນວັນທີ 17 ພະຈິກ, 2021 ນີ້ ​ກໍ​ຄືບັນຫາທີ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາຕ່າງໆ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍການເສຍຫາຍຈາກຜູ້ສຳປະທານໂຄງການທັງໝົດຢ່າງ​ຄົບ​ຖ້ວນຕາມກົດໝາຍ ໂດຍສະເພາະແມ່ນ​ບັນ​ດາໂຄງການເຂື່ອນໄຟ​ຟ້ານັ້ນ ຖືວ່າເປັນໂຄງການທີ່ສ້າງບັນຫາໃຫ້​ແກ່ປະຊາຊົນລາວຫລາຍທີ່ສຸດ ທັງ​ຍັງແກ່ຍາວເລື້ອຍມາຈົນເຖິງປັດຈຸບັນນີ້ ດັ່ງທີ່ທ່ານນາງ ຄຳຈັນ ໄດ້​ໃຫ້​ການຢືນຢັນວ່າ:
“ໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍເປາະ ຍັງບໍ່ທັນໄດ້ມີການຊົດເຊີຍຄ່າເນື້ອທີ່ດິນທຳການຜະລິດຂອງປະຊາຊົນ, ການຈ່າຍຄ່າແຮງງານຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳທາ 1 ແຕ່ປີ 2015 ຍັງບໍ່ທັນໄດ້ແກ້ໄຂ, ລວມທັງຄ່າຊົດເຊີຍທີ່ດິນປຸກສ້າງ ແລະການຈັດສັນທີ່ດິນທຳການຜະລິດຂອງປະຊາຊົນ. ປະຊາຊົນເມືອງຊຳໃຕ້ ໄດ້ສະເໜີກ່ຽວກັບ ການແກ້ໄຂຜົນກະທົບຈາກການກໍ່ສ້າງເຂື່ອນໄຟຟ້ານ້ຳຊຳ 1 ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ.”

ສ່ວນເຈົ້າໜ້າທີ່ຂັ້ນສູງໃນຄະນະກຳມາທິການແມ່ນ້ຳຂອງ (MRC) ກໍຢືນຢັນວ່າການກໍ່ສ້າງເຂື່ອນໄຟຟ້າ ໃນລາວໃນໄລຍະຜ່ານມາໄດ້ເຮັດ​ໃຫ້ຕ້ອງຍົກຍ້າຍປະຊາຊົນລາວແລ້ວ 80,000 ຄົນ ຫຼື 14,500 ກວ່າຄົວເຮືອນໃນ 280 ກວ່າບ້ານ ຊຶ່ງສ່ວນໃຫຍ່ກໍໄດ້ຍົກຍ້ານໄປຢູ່ເຂດຈັດສັນໃໝ່ ໂດຍບັນດານັກລົງທຶນໃນໂຄງການຕ່າງໆ ໄດ້ນໍາໃຊ້ເງິນທຶນໄປເກີນກວ່າ 500 ລ້ານ ໂດລາ ເພື່ອຊົດເຊີຍ ແລະ ພັດທະນາທີ່ຢູ່ອາໄສໃໝ່ໃຫ້ປະຊາຊົນລາວ ທີ່ໄດ້ຮັບຜົນກະທົບດັ່ງກ່າວ ແຕ່​ວ່າ​ການ​ຊົດ​ເຊີຍ ແລະ​ການ​ຊ່ວຍ​ເຫລືອ​ທີ່​ຜ່ານ​ມາ​ກໍ​ຍັງ​ບໍ່​ພຽງ​ພໍ​ກັບ​ຜົນ​ກະ​ທົບ​ຕົວ​ຈິງ​ທີ່​ປະ​ຊາ​ຊົນ​ລາວ​ຕ້ອງ​ປະ​ເຊີນນັ້ນ.

​ບ້ານ​ຈັດ​ສັນ​ໃໝ່​ໃຫ້​ແກ່​ພວກ​ທີ່​ຖືກ​ກະ​ທົບ​ຈາກ​ການ​ສ້າງ​ເຂື່ອນ​ນ້ຳ​ອູທີ່​ລົງ​ທຶນ​ໂດຍ​ຈີນ ໃນ​ແຂວງ​ຫລວງ​ພະ​ບາງ
​ບ້ານ​ຈັດ​ສັນ​ໃໝ່​ໃຫ້​ແກ່​ພວກ​ທີ່​ຖືກ​ກະ​ທົບ​ຈາກ​ການ​ສ້າງ​ເຂື່ອນ​ນ້ຳ​ອູທີ່​ລົງ​ທຶນ​ໂດຍ​ຈີນ ໃນ​ແຂວງ​ຫລວງ​ພະ​ບາງ

ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວຈຶ່ງ​ເຮັດ​ໃຫ້ປະຊາຊົນມີປະຊາຊົນຈໍານວນຫລາຍທີ່ບໍ່ພະໃຈຕໍ່ການ​ຊົດ​ເຊີຍ​ ໂດຍ​ສະ​ເພາະ​ແມ່ນ ໂຄງ​ການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ ແລະໂຄງການສ້າງ​ທາງ​ລົດ​ໄຟ​ລາວ-ຈີນກໍ​ຄື​ໂຄງ​ການ​ທີ່​ຈ່າຍ​ເງິນ​ຊົດ​ເຊີຍຕ່ຳ​ກວ່າການ​ເສ​ຍ​ຫາຍຕົວຈິງດັ່ງທີ່ສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດ​ທ່ານນຶ່ງ​ໄດ້​ຍົກ​ໃຫ້​ເຫັນບັນຫາຈາກເຂື່ອນໄຟ​ຟ້ານໍ້າອູ 7 ໂຄງການ ແລະທາງລົດໄຟລາວ-ຈີນທີ່ແຂວງຫລວງພະບາງວ່າ:​
“ເປັນ​ຕົ້ນ​ວ່າ​ແມ່ນ​ຜົນ​ກະ​ທົບ​ຈາກ​ການ​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຄານ, ນ້ຳ​ອູ1, ນ້ຳ​ອູ2, ນ້ຳ​ອູ3, ຜົນ​ກະ​ທົບຈາກ​ການ​ສ້າງທາງ​ລົດ​ໄຟ​ ໂດຍ​ທົ່ວ​ໄປ​ແລ້ວ ກໍ​ໄດ້​ມີ​ການ​ຊົດ​ເຊີຍໃຫ້​ແກ່​ປະ​ຊາ​ຊົນ ແຕ່​ວ່າກໍ​ມີ​ຈຳ​ນວນ​ນຶ່ງກະ​ຍັງ​ບໍ່​ທັນ​ພໍ​ໃຈ​ບາງ​ດ້ານ ເພາະ​ບາງ​ເທື່ອກໍ​ບໍ່​ໄດ້​ຕ້ານ​ເຈື່ອນ, ບາງ​ເທື່ອ​ກະ​ສ້າງ​ໄປ​ແລ້ວໄມ້​ມັນ​ກະ​ແຫ່ວ ແລ້ວ​ມັນ​ກໍຫ່າງ​ ຫລື​ວ່າຈາກ​ການ​ທີ່​ມີ​ການ​ຈັດ​ສັນ​ບ້ານ​ແລ້ວ ກໍ​ຮຽກ​ຮ້ອງ​ເຖິງ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່ ຖື​ວ່າ​ບາງ​ດ້ານ ຍັງ​ເຮັດ​ບໍ່​ທັນ​ໄດ້​ດີ.”

ທັງນີ້ໂດຍຈາກການເກັບກຳຂໍ້ມູນພົບວ່າ ມີປະຊາຊົນລາວກວ່າ 17,000 ຄົນຢູ່ໃນເຂດ 28 ບ້ານ ທີ່ ຖືກກະທົບຈາກເຂື່ອນໄຟຟ້ານ້ຳອູທັງ 7 ໂຄງການ ຊຶ່ງກຸ່ມຜູ້ລົງທຶນຈາກ​ຈີນລາຍ​ງານ​ວ່າ ໄດ້ຈ່າຍເງິນຊົດເຊີຍໃຫ້​ປະ​ຊາ​ຊົນທີ່ຖືກກະທົບຈາກເຂື່ອນນ້ຳອູ 2, 5 ແລະ 6 ແລ້ວ ແຕ່ຈາກການ ສຳຫຼວດໂດຍອົງການແມ່ນ້ຳສາກົນ (International Rivers) ພົບວ່າ ມີປະຊາຊົນ 89 ບ້ານທີ່​ຢູ່ໃນແຂວງຜົ້ງສາລີ, ອຸດົມໄຊ ແລະຫລວງພະບາງ ຖືກກະທົບຈາກເຂື່ອນນ້ຳອູນັ້ນ ສ່ວນໃຫຍ່ຍັງບໍ່ທັນໄດ້ຮັບການຊົດເຊີຍແຕ່ຢ່າງໃດ.

ສ່ວນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ກໍໄດ້ກະທົບຕໍ່ປະຊາຊົນ 4,411 ຄອບຄົວ ໃນແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ,​ ວຽງຈັນ ແລະ ນະຄອນຫຼວງວຽງຈັນ ກໍໄດ້ເວນຄືນທີ່ດິນແລ້ວ 3,832 ເຮັກຕາ, ສິ່ງປູກສ້າງ 3,346 ຫຼັງ, ຕົ້ນໄມ້ຕ່າງກວ່າ 1 ລ້ານຕົ້ນ ຊຶ່ງກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນ (Land Information Working Group) ໄດ້ລະບຸວ່າ ໄດ້ມີການຊົດເຊີຍຕໍ່າກວ່າ 10 ເທົ່າ ເຊັ່ນທີ່ດິນຢູ່ເຂດເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ທີ່ມີລາຄາຊື້ຂາຍຕົວຈິງທີ່ລາຄາສະເລ່ຍ 1.3 ລ້ານກີບຕໍ່ຕາແມັດ ຫາກແຕ່ກໍໄດ້ມີການຊົດເຊີຍພຽງ 137,000 ກີບຕໍ່ຕາແມັດ ເທົ່ານັ້ນ.

XS
SM
MD
LG