ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ຮຽກຮ້ອງໃຫ້ມີການຮ່ວມມືກັນ ເພື່ອຍຸຕິຜົນກະທົບ ຈາກເຂື່ອນທີ່ສ້າງໃສ່ແມ່ນໍ້າຂອງ ຢູ່ຈີນ ແລະລາວ


ປະຊາຊົນໄທຈໍານວນນຶ່ງ ໂຮມຊຸມນຸມຄັດຄ້ານການສ້າງເຂື່ອນໃສ່ແມ່ນໍ້າຂອງ
ປະຊາຊົນໄທຈໍານວນນຶ່ງ ໂຮມຊຸມນຸມຄັດຄ້ານການສ້າງເຂື່ອນໃສ່ແມ່ນໍ້າຂອງ

ເຄືອຂ່າຍປະຊາຊົນແມ່ນໍ້າຂອງຮຽກຮ້ອງໃຫ້ພາກປະຊາສັງຄົມເສີມສ້າງການນຮ່ວມມືກັນຫລາຍຂຶ້ນ ໂດຍແນ່ໃສ່ການຢຸດຢັ້ງຜົນກະທົບຈາກບັນດາເຂື່ອນໄຟຟ້າເທິງນໍ້າຂອງໃນຈີນແລະລາວ. ຊົງລິດໂພນເງິນມີລາຍງານກ່ຽວກັບເລື້ອງນີ້ ມາສະເໜີທ່ານຈາກບາງກອກ.

ທ່ານນິວັດ ຣ້ອຍແກ້ວ ຜູ້ນໍາເຄືອຂ່າຍປະຊາຊົນເພື່ອການອະນຸລັກສິ່ງແວດລ້ອມໃນແມ່ນໍ້າຂອງໄດ້ໃຫ້ການຢືນຢັນວ່າ ການຮ່ວມມືໃນເຂດລຸ່ມແມ່ນໍ້າຂອງໃນໄລຍະທີ່ຜ່ານມາ ເປັນການຕົກລົງລະຫວ່າງລັດຖະບານທີ່ບໍ່ໄດ້ໃຫ້ຄວາມສໍາຄັນກັບສຽງຮຽກຮ້ອງຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາຕ່າງໆທີ່ພາກລັດຖະບານໄດ້ຕົກລົງຮ່ວມກັນໂດຍສະເພາະແມ່ນການສ້າງເຂື່ອນໄຟຟ້າພະລັງງານໄຟຟ້າເທິງແມ່ນໍ້າຂອງໃນປະເທດຈີນ ແລະລາວນັ້ນ ໄດ້ສົ່ງຜົນກະທົບຢ່າງກວ້າງຂວາງໃນປັດຈຸບັນນີ້. ສະນັ້ນເພື່ອເປັນການສະກັດກັ້ນ ບໍ່ໃຫ້ເກີດຜົນກະທົບ ເພີ້ມຂຶ້ນກວ່າທີ່ເປັນຢູ່ນີ້ ຈຶ່ງຈຳເປັນຢ່າງຍິ່ງທີ່ພາກປະຊາຊົນໃນເຂດລຸ່ມແມ່ນໍ້າຂອງຕ້ອງມີການຮ່ວມມືກັນໃຫ້ຫລາຍຂຶ້ນ ດ້ວຍການຮ່ວມມືສ້າງຕັ້ງສະພາປະຊາຊົນໃນເຂດລຸ່ມແມ່ນໍ້າຂອງເພື່ອໃຫ້ເປັນສູນກາງຂອງການປະສານງານ ໃນການອະນຸລັກສິ່ງແວດລ້ອມ ທຳມະຊາດແລະການນຳໃຊ້ຊັບພະຍາກອນທຳມະຊາດໃນເຂດລຸ່ມແມ່ນໍ້າຂອງແບບຍືນຍົງດັ່ງທີ່ທ່ານນິວັດໄດ້ໃຫ້ການຢືນຢັນວ່າ:
“ສຽງທີ່ປະຊາຊົນສົ່ງສຽງອອກໄປໃນເລື້ອງບັນຫາຕ່າງໆໃນແມ່ນໍ້າຂອງ ທີ່ເກີດຂຶ້ນແລະສິ່ງທີ່ຈະຕ້ອງໄດ້ແກ້ໄຂມັນບໍ່ໄດ້ຮັບການຕອບສະໜອງ ເພາະທີ່ຜ່ານມາ, ມັນແມ່ນອົງກອນທີ່ຈັດຕັ້ງຜ່ານລັດທັງນັ້ນ, ເພາະສະນັ້ນການຂັບເຄື່ອນກໍຕອບສະໜອງຕໍ່ທຶນ ຕໍ່ລັດຕະຫຼອດເວລາ, ເພາະສະນັ້ນມັນເຖິງເວລາແລ້ວ ທີ່ຈະຕ້ອງມີອົງກອນນຶ່ງ ຊຶ່ງມັນເປັນພື້ນທີ່ຂອງຄົນໃນເຂດລຸ່ມນໍ້າຂອງຕ້ອງເກີດຂຶ້ນ, ນັ້ນກໍຄືສະພາປະຊາຊົນໃນເຂດລຸ່ມແມ່ນໍ້າ ຂອງ."

ທ່ານ ເດວິດ ບຣາວນ໌ (David Brown) ເລຂານຸການເອກປະຈຳສະຖານທູດອອສເຕຣເລຍ ທີ່ບາງກອກ ໃຫ້ການຢືນຢັນວ່າ ລັດຖະບານອອສເຕຣເລຍ ຈະໃຫ້ການຊ່ວຍເຫຼືອເພື່ອການອະນຸລັກສິ່ງແວດລ້ອມທຳມະຊາດໃນເຂດລຸ່ມແມ່ນໍ້າຂອງຫຼາຍຂຶ້ນ ເພາະເຫັນວ່າການພັດທະນາໂຄງການຕ່າງໆໃນໄລຍະຜ່ານມານັ້ນ ໄດ້ສົ່ງຜົນກະທົບຢ່າງໜັກ ຕໍ່ສະພາບແວດລ້ອມທຳມະຊາດໃນລຸ່ມແມ່ນໍ້າຂອງ ໂດຍສະເພາະກໍແມ່ນການກໍ່ສ້າງເຂື່ອນໄຟຟ້າໃນແລວແມ່ນໍ້າຂອງທັງໃນເຂດປະເທດຈີນ ແລະ ລາວ ທີ່ສົ່ງຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດຕອນຫລາງຢ່າງກວ້າງຂວາງອີກດ້ວຍ ດັ່ງນັ້ນລັດຖະບານອອສເຕຣເລຍ ຈຶ່ງເຫັນດີທີ່ຈະໃຫ້ການສະໜັບສະໜູນທາງດ້ານເງິນທຶນໃນມູນຄ່າ 500 ລ້ານໂດລາອອສເຕຣເລຍເພື່ອສ້າງຕັ້ງສະພາປະຊາຊົນໃນເຂດລຸ່ມແມ່ນໍາຂອງ ໃນປີ 2021 ນີ້.

ສ່ວນທ່ານ ໄມເກິລ ຮີທ໌ (Michael Heath), ເອກອັກຄະລັດຖະທູດທີ່ປຶກສາປະຈຳສະຖານທູດ ສະຫະລັດ ອາເມຣິກາ ທີ່ ບາງກອງ ປະເທດໄທ ຢືນຢັນວ່າ ລັດຖະບານສະຫະລັດ ໄດ້ເພີ່ມການຊ່ວຍເຫຼືອໃນການອະນຸລັກສິ່ງແວດລ້ອມທຳມະຊາດໃຫ້ແກ່ 4 ປະເທດສະມາຊິກຂອງຄະນະກຳມາທິການແມ່ນໍ້າຂອງ (MRC) ຄິດເປັນມູນຄ່າລວມ 150 ລ້ານໂດລາ ໃນປີ 2021 ເພື່ອພັດທະນາຂໍ້ມູນດ້ານຊັບພະຍາກອນນໍ້າຊຶ່ງລວມທັງການພັດທະນາທາງເສດຖະກິດ-ສັງຄົມ, ຄວາມປອດໄພ, ການບໍລິຫານງານໃນພາກລັດ, ສາທາລະນະສຸກ, ການອະນຸລັກສິ່ງແວດລ້ອມທຳມະຊາດ, ການວັດແທກລະດັບນໍ້າຢູ່ໃນເຂື່ອນໄຟຟ້າ 11 ແຫ່ງຢູ່ເທິງແນວແມ່ນໍ້າຂອງໃນຈີນ ແລະປະລິມານຫລືລະດັບນໍ້າໃນແມ່ນໍ້າຂອງນັ້ນ ຖືເປັນພາກສ່ວນທີ່ສໍາຄັນ ທີ່ຈະຕ້ອງມີການລາຍງານ ໃຫ້ບັນດາປະເທດໃນເຂດລຸ່ມແມ່ນໍ້າຂອງໄດ້ຮັບຮູ້ຕະຫລອດເວລາ.

ສ່ວນ ທ່ານທົດສະພົນ ວົງວານ ຜູ້ຊ່ວຍເລຂາທິການສຳນັກງານຊັບພະຍາກອນນໍ້າ
ແຫ່ງຊາດໄທໄດ້ຢືນຢັນວ່າ ລັດຖະບານຈີນໄດ້ຕົກລົງກັບຄະນະກຳມາທິການແມ່ນໍ້າຂອງ
(MRC) ກ່ຽວກັບການລາຍງານໃຫ້ຂໍ້ມູນປະລິມານນໍ້າ ແລະລະດັບນໍ້າໃນແມ່ນໍ້າຂອງ
ຕອນເທິງຢູ່ໃນເຂດແຂວງຢູນານຂອງຈີນນັ້ນ ໂດຍຈະເລີ້ມການ ລາຍງານດັ່ງກ່າວ ນັບ
ແຕ່ເດືອນມັງກອນ 2021 ເປັນຕົ້ນໄປ ຊຶ່ງຈະເປັນການລາຍງານຂໍ້ມູນເປັນປະຈຳໃນ
ຕອນເວລາ 8 ໂມງເຊົ້າຂອງທຸກວັນ ໂດຍສະເພາະແມ່ນການລາຍງານຂໍ້ມູນລະດັບນໍ້າ ໃນເຂື່ອນຊຽງ ຮຸ່ງທີ່ເປັນ 1 ໃນ 11 ເຂື່ອນໄຟຟ້າ ທີ່ກໍ່ສ້າງເທິງແລວແມ່ນໍ້າຂອງໃນຈີນແລະ ເປັນເຂື່ອນທີ່ປ່ອຍນໍ້າ ລົງມາໃນເຂດຕອນຫລ່າງນັ້ນ ຈຶ່ງຖືເປັນຂໍ້ມູນທີ່ສຳຄັນຢ່າງຍິ່ງສຳລັບປະເທດທີ່ຢູ່ເຂດຕອນຫລ່າງຂອງແມ່ນໍ້າຂອງ ທີ່ຈະນໍາໃຊ້ ເພື່ອຕຽມພ້ອມ ໃນການປ້ອງກັນຜົນກະທົບຕ່າງໆ ໄດ້ຢ່າງເທົ່າທັນກັບສະຖານະການ.

ທ່ານນາງອ້ອມບຸນ ທິບສຸນາ, ປະທານເຄືອຂ່າຍສະພາອົງກອນຊຸມຊົນລຸ່ມແມ່ນ້ຳຂອງໃນ 7 ຈັງຫວັດພາກອີສານຂອງໄທ ຖະແຫລງວ່າ ການເຄື່ອນໄຫວຂອງພາກປະຊາຊົນໄທໃນໄລຍະຕໍ່ໄປນີ້ ຈະເນັ້ນໜັກການກົດດັນ ຕໍ່ລັດຖະບານ ແລະເອກະຊົນໄທ ຜູ້ທີ່ລົງທຶນກໍ່ສ້າງເຂື່ອນໄຟຟ້າເພື່ອໃຫ້ຮັບຜິດຊອບຕໍ່ຜົນກະທົບທີ່ເກີດຂຶ້ນກັບປະຊາຊົນແລະສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນ້ຳຂອງ ໂດຍສະເພາະແມ່ນໂຄງການເຂື່ອນໄຟຟ້າເທິງລຳແມ່ນ້ຳຂອງໃນຈີນ ແລະລາວນັ້ນ ກໍຍັງຖືວ່າມີສ່ວນກ່ຽວຂ້ອງໂດຍກົງ ກັບແຜນການພັດທະນາພະລັງງານໄຟຟ້າຂອງລັດຖະບານໄທທີ່ຕ້ອງການຈະພັດທະນາໃຫ້ໄທເປັນສູນກາງການເຊື່ອມຕໍ່ລະບົບສາຍສົ່ງພະລັງງານໄຟຟ້າ ຂອງອາຊຽນ ຫລື ASEAN Power Grid ດັ່ງນັ້ນ ລັດຖະບານໄທຈະຕ້ອງຮັບຜິດຊອບຕໍ່ຜົນກະທົບທີ່ເກີດຂຶ້ນກັບປະຊາຊົນ ແລະສິ່ງເວດລ້ອມທຳມະຊາດໃນເຂດລຸ່ມແມ່ນໍ້າຂອງອີກດ້ວຍນັ້ນເອງ.

XS
SM
MD
LG