ເຈົ້າໜ້າທີ່ທະຫານສະຫະລັດ ແລະເກົາຫຼີໃຕ້ ໄດ້ຕົກລົງທີ່ຈະຍົກເລີກ ການຊ້ອມລົບຮ່ວມ
ທາງທະຫານ ທີ່ກຳນົດຈະມີຂຶ້ນໃນເດືອນສິງຫາ.
ໂຄສົກກະຊວງປ້ອງກັນປະເທດສະຫະລັດ ທ່ານນາງ ດານາ ໄວທ໌ (Dana White)
ໄດ້ໃຫ້ການຢືນຢັນຕໍ່ການເຄື່ອນໄຫວດັ່ງກ່າວ ໃນວັນຈັນວານນີ້. ທ່ານນາງກ່າວວ່າ
ການຊ້ອມລົບທາງທະຫານ ກັບປະເທດອື່ນໆ ໃນເຂດມະຫາສະມຸດປາຊີຟິກ ຍັງຈະ
ດຳເນີນຕໍ່ໄປ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຍຸຕິ
“ການຊ້ອມລົບ” ຫຼັງຈາກກອງປະຊຸມສຸດຍອດ ຄັ້ງປະຫວັດສາດຂອງທ່ານ ກັບຜູ້ນຳ
ເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໃນສັບປະດາແລ້ວ.
ໃນປີກາຍນີ້, ການຊ້ອມລົບ ແອລຈີ ຟຣີດົມ ກາດຽນ (Ulchi Freedom Guardian)
ແມ່ນມີຂຶ້ນເປັນເວລາ 11 ມື້ແລະພົວພັນກັບທະຫານອາເມຣິກັນ 17,500 ແລະທະຫານ
ເກົາຫຼີອີກ 50,000 ກວ່າພັນຄົນ ຕະຫລອດທັງພວກທະຫານຈາກອອສເຕຣເລຍ,
ອັງກິດ, ການາດາ ແລະໂຄລອມເບຍ.
ຖະແຫຼງການຂອງກະຊວງປ້ອງກັນປະເທດເກົາຫຼີໃຕ້ໄດ້ກ່າວວ່າ “ເກົາຫຼີໃຕ້ແລະສະຫະ
ລັດ ໄດ້ຕົກລົງ ທີ່ຈະໂຈະແຜນການຕ່າງໆທັງໝົດ ກ່ຽວກັບການຊ້ອມລົບ ແອລຈີ
ຟຣີດົມ ກາດຽນ ທີ່ມີກຳນົດຈັດຂຶ້ນ ໃນເດືອນສິງຫານັ້ນ.”
ໃນວັນອາທິດຜ່ານມານີ້ ທ່ານທຣຳ ໄດ້ກ່າວໃນຂໍ້ຄວາມ ທີ່ຂຽນລົງທວິດໄວ້ວ່າ ນັ້ນແມ່ນ
ຄວາມຄິດຂອງທ່ານ ທີ່ຈະຍົກເລີກ ໃນອັນທີ່ທ່ານຮ້ອງວ່າ “ການຊ້ອມຕ່າງໆ” ໃນຂະນະ
ທີ່ວໍຊີງຕັນ ແລະພຽງຢາງ ແມ່ນພົວພັນ ດ້ວຍ “ຄວາມຕັ້ງໃຈທີ່ດີ” ການເຈລະຈາເພື່ອຈັດ
ຕັ້ງປະຕິບັດ ການປົດໂຄງການນິວເຄລຍ ທີ່ທ່ານໄດ້ຕົກລົງກັບທ່ານ ກິມ ຢູ່ປະເທດສິງ
ກະໂປ.
ການສະແດງອອກແບບເປັນມິດ ຂອງທ່ານທຣຳ ທີ່ຈະຍຸຕິການຊ້ອມລົບຮ່ວມທາງ
ທະຫານອາດຈະຊ່ອຍອຸດຕັນຊ່ອງຫວ່າງ ລະຫວ່າງວິທີການປະຕິບັດແບບເປັນ
ຂັ້ນໆຂອງພຽງຢາງທີ່ເປັນເງື່ອນໄຂໃນການບັນເທົາການລົງໂທດ ແລະການຮຽກຮ້ອງ
ຂອງວໍຊີງຕັນ ໃຫ້ປົດອາວຸດນິວເຄລຍ ຢ່າງສິ້ນເຊີງ ກ່ອນທີ່ຈະສະໜອງການຜ່ອນຜັນ
ໃດໆ.
U.S. and South Korean military officials have agreed to call off a joint military exercise scheduled for August.
Defense Department spokeswoman Dana White confirmed the move Monday. She said military exercises in the Pacific with other nations will continue.
President Donald Trump promised to end the "war games" after his historic summit with North Korean leader Kim Jong Un last week.
Last year, the Ulchi Freedom Guardian drills were held over 11 days and involved 17,500 American and more than 50,000 South Korean troops, as well as troops from Australia, Britain, Canada and Colombia.
"South Korea and the United States have agreed to suspend all planning activities regarding the Freedom Guardian military drill scheduled for August," a South Korean defense ministry statement said.
On Sunday Trump said in a tweet that it was his idea to cancel what he called the "war games" while Washington and Pyongyang are engaged in "good faith" negotiations to implement the denuclearization agreement he had reached with Kim in Singapore.
Trump's goodwill gesture on ending the joint drills may help nuclear negotiators bridge the gap between Pyongyang's incremental approach linking sanctions relief to dismantlement progress, and Washington's demand for complete denuclearization before providing further concessions.
Neither the South Korean government nor U.S. military officials were given advance notice that Trump would call for an end to the joint drills. However, South Korean President Moon Jae-in asked for cooperation on this issue and emphasized the need to be "flexible" on possibly easing military pressure on North Korea if denuclearization progress continues.