ສະຫະລັດ ເບິ່ງຄືວ່າ ບໍ່ໄດ້ໃຫ້ຄວາມສຳຄັນ ກ່ຽວກັບຄວາມຮ້າຍແຮງ ທີ່ກ່າວກັນວ່າ ເປັນ “ການປະເຊີນໜ້າທີ່ໃກ້ຊິດ” ລະຫວ່າງເຮືອບິນທະຫານຂອງສະຫະລັດ ແລະເຮືອບິນຈີນ ຢູ່ເທິງທະເລຈີນໃຕ້.
“ພວກເຮົາບໍ່ມີຫຼັກຖານໃດໆ ທີ່ສະແດງໃຫ້ເຫັນວ່າເປັນຄວາມຕັ້ງໃຈ" ນັ້ນຄືຄຳເວົ້າຂອງໂຄສົກທຳນຽບຫ້າແຈ ທ່ານ Jeff Davis ທີ່ກ່າວໃນວັນສຸກວານນີ້ ອະທິບາຍເຖິງອຸປະຕິເຫດນີ້ວ່າ “ເກີດຂຶ້ນພຽງເທື່ອດຽວ.”
ອີງຕາມບັນດາເຈົ້າໜ້າທີ່ສະຫະລັດແລ້ວ ລະຫວ່າງການປະເຊີນໜ້າໃນວັນພຸດທີ່ຜ່ານມາ ນີ້ ເຮືອບິນເຕືອນໄພKJ-200 ຂອງຈີນ ໄດ້ຕັດໜ້າ ປະມານ 200 ແມັດ ເຮືອບິນກອງທັບເຮືອ P-3 ຂອງສະຫະລັດ ທີ່ກຳລັງບິນປະຕິບັດງານ ຕາມປົກກະຕິ ຢູ່ໃນເຂດນ່ານຟ້າສາ ກົນໃກ້ກັບເກາະ Scarborough ທີ່ຕັ້ງຢູ່ລະຫວ່າງແຜ່ນດິນໃຫຍ່ຈີນແລະຟິລິບປິນ. ດ້ວຍເຫດການດັ່ງກ່າວນີ້ ເຮືອບິນ P-3 ຂອງສະຫະລັດ ໄດ້ຖືກບັງຄັບໃຫ້ກັບຄືນໂດຍທັນທີ.
ທ່ານ Davis ກ່າວວ່າ ເຮືອບິນທັງສອງລຳ “ໄດ້ຕິດຕໍ່ກັນທາງວິທະຍຸເປັນປົກກະຕິ” ຫລັງ ຈາກໄດ້ເກີດອຸປະຕິເຫດແລ້ວ ໂດຍອະທິບາຍວ່າ ການຕິດຕໍ່ກັນແບບ “ມືອາຊີບ.”
ເຖິງແມ່ນວ່າ ມີການບອກແຕ່ຂັ້ນຕົ້ນວ່າ ເປັນອຸປະຕິເຫດ ທຳນຽບຫ້າແຈກ່າວວ່າ ຕົນຍັງຈະທົບທວນເບິ່ງເລື່ອງນີ້ຢູ່ ແລະບັນດາເຈົ້າໜ້າທີ່ກອງທັບສະຫະລັດ ຈະຕິດຕໍ່ຫາ ຄູ່ຕຳແໜ່ງທີ່ເໝາະ ສົມຂອງຝ່າຍຈີນ.
ທ່ານ Davis ກ່າວວ່າ “ເປັນທີ່ຈະແຈ້ງເຮົາບໍ່ເຫັນພ້ອມກັບຈີນທີ່ເຮັດໃຫ້ທະເລຈີນໃຕ້ໄດ້ກາຍເປັນເຂດທະຫານ ທີ່ເຂົາເຈົ້າໄດ້ທວງເອົາ ບັນດາໝູ່ເກາະ ແລະ ຈຸດປະສົງໃນດ້ານຍຸດທະສາດທີ່ກວ້າງໄກຈຳນວນນຶ່ງ. ແຕ່ເວລາມັນເກີດເປັນເລື່ອງ ການປະເຊີນໜ້າທາງ ທະຫານແລ້ວ ເລື່ອງເຫລົ່ານັ້ນສ່ວນໃຫຍ່ແລ້ວແມ່ນເລື່ອງມືອາຊີບແລະຄວາມປອດໄພ.”
ການປະເຊີນໜ້າກັນຢ່າງໃກ້ຊິດ ລະຫວ່າງເຮືອບິນສອງລຳນີ້ ເກີດຂຶ້ນໃນຂະນະທີ່ຄວາມເຄັ່ງຕືງລະຫວ່າງສະຫະລັດ ແລະຈີນພວມເພີ້ມທະວີຂຶ້ນ ເພາະວ່າຈີນໄດ້ເຄື່ອນໄຫວສ້າງບັນດາ ເກາະທຽມຂຶ້ນຢູ່ໃນທະເລຈີນໃຕ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ