ເກົາຫຼີໃຕ້ ເປັນຫ່ວງກ່ຽວກັບເລື້ອງການປົກປ້ອງດ້ວຍຮົ່ມນິວເຄລຍຂອງສະຫະລັດ ທີ່ຄາດກັນວ່າ ຈະເປັນຈຸດເພັ່ງເລັງທີ່ສຳຄັນ ໃນການເດີນທາງ ໄປຍັງນະຄອນຫຼວງໂຊລ ຂອງທ່ານລອຍດ໌ ອອສຕິນ (Lloyd Austin) ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ທີ່ຈະມີຂຶ້ນໃນໄວໆນີ້.
ທ່ານອອສຕິນ ຜູ້ທີ່ຈະເດີນທາງໄປຮອດນະຄອນຫຼວງຂອງເກົາຫຼີໃຕ້ ໃນວັນຈັນນີ້ ຄາດວ່າ ຈະພົບປະກັບປະທານາທິບໍດີ ຢູນ ຊຸກ ຢອລ ອີງຕາມສື່ມວນຊົນຂອງເກົາຫຼີໃຕ້.
ໃນຕົ້ນເດືອນນີ້ ທ່ານຢູນ ໄດ້ກາຍເປັນຫົວຂໍ້ຂ່າວ ເມື່ອທ່ານໄດ້ກ່າວວ່າ ເກົາຫຼີໃຕ້ ອາດຮຽກຮ້ອງໃຫ້ສະຫະລັດ ນຳອາວຸດນິວເຄລຍມາປະຈຳການຄືນ ຫຼືແມ່ນກະທັງ ຕົນຈະພັດທະນາອາວຸດນິວເຄລຍ ຖ້າສະຖານະການດ້ານຄວາມໝັ້ນຄົງກັບເກົາຫຼີເໜືອ ຮ້າຍແຮງຂຶ້ນ.
ໃນເວລາຕໍ່ມາ ທ່ານຢູນ ກໍໄດ້ຖອນຄຳເຫັນເຫຼົ່ານັ້ນຂອງທ່ານ. ເຖິງຢ່າງໃດກໍຕາມ ສະຖານະການດັ່ງກ່າວ ເປັນເລື້ອງທີ່ເນັ້ນໜັກເພີ້ມຂຶ້ນນັບມື້ ຊຶ່ງຊາວເກົາ ຫຼີໃຕ້ເປັນຫ່ວງ ເນື່ອງຈາກການຂະຫຍາຍຄັງແສງອາວຸດນິວເຄລຍຢ່າງວ່ອງໄວຂອງເກົາຫຼີເໜືອ ພ້ອມກັນນັ້ນ ຍັງໄດ້ສອບຖາມກ່ຽວກັບຄວາມໝັ້ນໝາຍໃນການປ້ອງກັນໄລຍະຍາວ ຂອງພັນທະມິດຕົນ ເຊັ່ນວ່າ ສະຫະລັດ.
ຮອງໂຄສົກຂອງທຳນຽບຫ້າແຈ ທ່ານນາງຊາບຣີນາ ຊິງ ໄດ້ກ່າວໃນກອງປະ ຊຸມຖະແຫລງຂ່າວ ເມື່ອວັນພະຫັດວານນີ້ ວ່າ ການເດີນທາງຂອງທ່ານອອສຕິນ ຈະເນັ້ນຢ້ຳ “ຄວາມໝັ້ນໝາຍຂອງພວກເຮົາຕໍ່ຂົງເຂດນັ້ນ” ໂດຍກ່າວວ່າ ຄວາມໝັ້ນໝາຍຂອງສະຫະລັດ ຕໍ່ເກົາຫຼີໃຕ້ ຍັງຄົງ “ແຂງແກ່ນບໍ່ມີການປ່ຽນແປງ.”