ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຂໍຮ້ອງ ບໍ່ໃຫ້ ປະຊາຊົນ ຕິດອາວຸດ ຢືນຍາມຢູ່​ຕາມ ຫ້ອງການ ຮັບສະໝັກທະຫານ


ທ່ານ Allen Bowles (ຊ້າຍ) ແລະ ທ່ານ Clint Janney ສະມາຊິກ 3 ເປີເຊັນ ທະຫານບ້ານ ພາກັນຢືນຍາມຢູ່ ຕໍ່ໜ້າ ຫ້ອງການ ຮັບສະໝັກທະຫານ.
ທ່ານ Allen Bowles (ຊ້າຍ) ແລະ ທ່ານ Clint Janney ສະມາຊິກ 3 ເປີເຊັນ ທະຫານບ້ານ ພາກັນຢືນຍາມຢູ່ ຕໍ່ໜ້າ ຫ້ອງການ ຮັບສະໝັກທະຫານ.

ກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ ກຳລັງ​ຮ້ອງຂໍ ບໍ່​ໃຫ້ປະຊາ
ຊົນ​ທີ່​ຕິດ​ອາວຸດ ຢືນ​ຍາມຢູ່​ຕາມຫ້ອງການຮັບສະໝັກທະຫານ
ແຫ່ງຕ່າງໆ.

ຫລັງ​ຈາກ ​ໄດ້ມີການ​ໂຈມ​ຕີ ທີ່​ສູນ​ກາງ​ຮັບສະໝັກທະຫານ ຢູ່
ເມືອງ Chattanooga ລັດ Tennessee ​ທີ່ໄດ້ສັງຫານພວກ
ທະຫານຫ້າ​ຄົນແລ້ວ​ຊາວ​ອາ​ເມຣິກັນ ​ກໍໄດ້​ພາກັນ​ລຸຫ​ລັ່ງ​ໄປ
ຍັງຫ້ອງການ​ຮັບສະໝັກທະຫານຢູ່ໃນ​ທົ່ວ​ປະ​ເທດ​ ​ເພື່ອ​ປ້ອງ​
ກັນ​ພວກ​ເຈົ້າ​ໜ້າ​ທີ່ທະຫານ ຈາກການຖືກໂຈມຕີ.

ໂຄສົກ​ທຳນຽບຫ້າ​ແຈ ທ່ານ Peter Cook ກ່າວຢູ່​ໃນ​ຖະ​ແຫຼ​ງ
ການວ່າ “​ໃນ​ຂະນະ​ທີ່​ພວກ​ເຮົາຂໍສະແດງຄວາມຮູ້ບຸນຄຸນເປັນ​ຢ່າງ​ຍິ່ງ ຕໍ່​ການ​ລຸ​ຫລັ່ງໃຫ້
ການ​ສະໜັບສະໜູນ ​ຕໍ່ບັນດາສູນຮັບສະໝັກ​ຂອງ​ພວກ​ເຮົາ ຈາກປະຊາຊົນຊາວ​ອາ​ເມ
ຣິກັນ ພວກ​ເຮົາຢາກຂໍຮ້ອງ​ໃຫ້​ສ່ວນບຸກຄົນ ຢ່າ​ໄດ້​ຢືນ​ຍາມ​ຢູ່ຕາມ​ຫ້ອງການ​ຮັບສະໝັກ​ທະຫານ.” ​ທ່ານເພີ້​ມ​ເຕີ​ມວ່າການ​ປະຕິບັດນີ້ “ອາດ​ຈະ​ເປັນ​ຜົນ​ກະທົບ​ໃນທາງລົບຕໍ່ການ​ປະຕິບັດ​ງານ​ຂອງ​ພວກ​ເຮົາ ແລະ​ອາດ​ຈະສ້າງ​ຄວາມສ່ຽງໃນດ້ານ​ປອດ​ໄພ ​ທີ່​ບໍ່​ໄດ້​ຕັ້ງ​ໃຈ​ໄວ້ນັ້ນ.”

ຖະ​ແຫລ​ງການດັ່ງກ່າວ ມີຂຶ້ນຫລັງຈາກ ໄດ້ເກີດ​ອຸປະ​ຕິ​ເຫດ ຢູ່​ທີ່​ສູນ​ກາງຮັບສະໝັກ​ທະ
ຫານ​ທີ່​ເມືອງ Lancaster ໃນລັດ Ohio ທີ່ຍາມ​ອາສາ​ສະໝັກຄົນນຶ່ງໄດ້ເຮັດປືນລັກລັ່ນ ໂດຍທີ່​ບໍ່​ໄດ້​ຕັ້ງ​ໃຈ.

Pentagon Citizen Guards
please wait

No media source currently available

0:00 0:00:34 0:00

XS
SM
MD
LG