ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທຳ​ນຽບ​ຫ້າ​ແຈ ປະ​ກາດ​ຊ່ວຍ​ເຫລືອ 1 ພັນ​ລ້ານ​ໂດ​ລາ ແກ່​ຢູ​ເຄ​ຣນ


ທະ​ຫານ​ຢູ​ເຄ​ຣນ​ຄົນ​ນຶ່ງ ​ກຳ​ລັງເກັບມ້ຽນ​ລູກ​ສອນ​ໄຟ​ຕໍ່​ຕ້ານ​ລົດ​ຖັງ Javelin ທີ່​ສົ່ງ​ມາ​ທາງ​ເຮືອ​ບິນ ອັນ​ເປັນ​ພ​າກ​ສ່ວນ​ນຶ່ງ ໃນການ​ສະ​ໜັບ​ສະ​ໜູນ​ຂອງສະ​ຫະ​ລັດ ແກ່​ຢູ​ເຄ​ຣນ ທີ່​ສະ​ໜາມ​ບິນສາ​ກົນ Boryspil ນອກ​ນະ​ຄອນ​ກິ​ຢິບ ປະ​ເທດ​ຢູ​ເຄ​ຣນ ວັນ​ທີ 10 ກຸມ​ພາ 2022.
ທະ​ຫານ​ຢູ​ເຄ​ຣນ​ຄົນ​ນຶ່ງ ​ກຳ​ລັງເກັບມ້ຽນ​ລູກ​ສອນ​ໄຟ​ຕໍ່​ຕ້ານ​ລົດ​ຖັງ Javelin ທີ່​ສົ່ງ​ມາ​ທາງ​ເຮືອ​ບິນ ອັນ​ເປັນ​ພ​າກ​ສ່ວນ​ນຶ່ງ ໃນການ​ສະ​ໜັບ​ສະ​ໜູນ​ຂອງສະ​ຫະ​ລັດ ແກ່​ຢູ​ເຄ​ຣນ ທີ່​ສະ​ໜາມ​ບິນສາ​ກົນ Boryspil ນອກ​ນະ​ຄອນ​ກິ​ຢິບ ປະ​ເທດ​ຢູ​ເຄ​ຣນ ວັນ​ທີ 10 ກຸມ​ພາ 2022.

ທຳ​ນຽບຫ້າ​ແຈໄດ້​ປະ​ກາດ​ການ​ຊ່ວຍ​ເຫລືອ​ດ້ານ​ຄວາມ​ປອດ​ໄພ 1 ພັນ​ລ້ານ​ໂດ​ລາ​ສະ​ຫະ​ລັດ ​ໃຫ້​ແກ່​ຢູ​ເຄ​ຣນ ຊຶ່ງ​ເປັນ​ການ​ຊ່ວ​ຍເຫລືອຄັ້ງ​ດຽວ​ທີ່ໃຫຍ່ສຸດດ້ານ​ອາ​ວຸດຕ່າງໆ ແລະ​ອຸປະ​ກອນຈ​າກບັນຊີ​ສິ່ງ​ຂອງ ນັບ​ແຕ່ຣັດ​ເຊຍ​ໄດ້​ບຸກ​ລຸກ​ໃນ​ເດືອນ​ກຸ​ມ​ພາ​ທີ່​ຜ່ານ​ມາ.

​ການ​ຊ່ວຍ​ເຫລືອ​ເທື່ອ​ຫລ້າ​ສຸດ​ຮວມ​ມີລູກ​ປືນໃນ​ຈຳ​ນວນ​ເພີ້ມຂຶ້ນ ​ສຳ​ລັບລະ​ບົບ​ຈະ​ຫລວດ​ຫຼາຍ​ລຳ​ກ້ອງ ​ຫຼື HIMARS​, ລູກ​ສອນ​ໄຟຕໍ່​ຕ້ານ​ລົດ​ຖັງ Javelin 1,000 ລູກ, ລູກ​ປືນ​ໃຫຍ່ ແລະ​ລົດ​ຫຸ້ມ​ເກາະ​ປິ່ນ​ປົວ​ພະ​ຍາ​ບານ 50 ຄັນ ທີີ່ຮອງລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ​ໂຄ​ລິນ ຄ​າ​ລ (Colin Kahl) ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ ​ຈັນ​ວານ​ນີ້.

ເມື່ອ​ມີ​ການ​ຖາມ​ວ່າ ເປັນ​ຫຍັງລູກ​ປືນ​ສຳ​ລັບ​ລະ​ບົບ HIMARS ຈຶ່ງ​ຮວ​ມ​ຢູ່​ນຳແຕ່​ບໍ່​ມີ​ລະ​ບົບ​ຈະຫຼວດ​ເພີ້​ມ​ເຕີມ ທ່ານຄາ​ລ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່​າ ​ຈະ​ຫຼວດ HIMARS 16 ລະ​ບົບ​ທີ່ໄດ້​ສົ່ງ​ໄປ​ແລ້ວ​ໂດຍ​ລັດ​ຖະ​ບານ​ໄບ​ເດັນ​ແມ່ນ “ເປັນ​ທີ່​ຫລວງ​ຫລາຍ” ​ໃນ​ການຊັ່ງ​ຊາ​ໂດຍ​ທຳ​ນຽບ​ຫ້າ​ແ​ຈໃນ​ຄວາມ​ຕ້ອງ​ການ​ເພື່ອ​ປ້ອງ​ກັນ​ດິນ​ແດນ​ຊາວ ​ຢູ​ເຄ​ຣນ.

“​ການຊັ່ງ​ຊາ​ທີ່​ແທ້​ຈິງ​ຂອງ​ພວກ​ເຮົານັ້ນ ຊາວຢູ​ເຄ​ຣນ ເຫັນ​ວ່າ​ປະຕິ​ບັດ​ໄດ້​ດີ​ໃນ​ກໍ​ລະ​ນີ​ຈຳ​ນວນ​ຂອງ​ລະ​ບົບ ແລະ​ ບູ​ລິ​ມະ​ສິດ​ທີ່ແທ້​ຈິງ​ໃນ​ປັດ​ຈຸ​ບັນນີ້ ແມ່ນ​ເຮັດ​ໃຫ້​ເປັນ​ທີ່​ແນນອນ​ວ່າເຂົາ​ເຈົ້າ​ໄດ້​ຮັບ​ການ​ຫລັ່ງ​ໄຫລ​ເຂົ້າ​ມາ​ຢ່າງ​ສະ​ໝ່ຳ​ສະ​ເໝີຂອງ​ GMLRS ເຫລົ່າ​ນີ້​ ແລະ the MRLS M270 ທີ່​ເປັນຖານ​ຍິງ​ໃນ​ລັກສະ​ນະ​ຄ້າຍ​ຄື​ກັນທີ່ໄດ້​ມອບໃຫ້​ແກ່​ຢູ​ເຄ​ຣນ ​ໂດຍ​ກຳ​ລັງ​ຂອງ​ອັງ​ກິດ.

​ການ​ຊ່ວ​ເຫລືອ​ຊຸດ​ໃໝ່ຮວມ​ທັງລະ​ເບີດ​ຕໍ່​ຕ້ານ​ບຸກ​ຄົນ Claymore ​ພ້ອມ​ດ້ວຍ ​ລູ​ກ​ປືນສຳ​ລັບລະ​ບົບ​ລູກ​ສອນ​ໄຟ ​ຕໍ່ຕ້ານ​ທາງ​ອາ​ກາດທີ່​ຍິງ​ຈາກ​ພື້ນ​ດິນ ຊຶ່ງ​ເປັນ​ລະ​ບົບ​ດຽວ​ກັນ​ທີ່​ໃຊ້​ຮັກ​ສາ​ນະ​ຄອນ​ຫລວງວໍ​ຊິງ​ຕັນ.

ການ​ຈັດ​ສົ່ງ​ອາ​ວຸດ​ເທື່ອ​ຫລ້າ​ສຸດ​ຈາກ​ກະ​ຊວງ​ປ້​ອງ​ກັນ​ປະ​ເທດເຮັດ​ໃຫ້​ກ​ານ​ຊ່ວ​ຍ​ເຫລືອດ້ານ​ຄວາມ​ປອ​ດ​ໄພທັ​ງ ​ໝົດຂອງ​ສະ​ຫະ​ລັດແກ່​ຢູ​ເຄ​ຣນເພີີ້ມ​ຂຶ້ນ​ເປັນ 9 ​ພັນ 8 ຮ້​ອຍ​ລ້ານ​ໂດ​ລາ​ ນັບ​ແຕ່ປະ​ທາ​ນາ​ທິ​ບໍ​ດີໂຈ ໄບ​ເດັນໄດ້ ​ເຂົ້າ​ຮັບ​ຕຳ​ແໜ່ງປີ​ກາຍ​ນີ້ ​ແລະ 11 ພັນ 8 ​ຮ້ອຍລ້ານ​ໂດ​ລາ​ສະ​ຫະ​ລັດ ນັບ​ແຕ່​ຣັດ​ເຊຍ​ໄດ້​ພະໜວກຫຼື​ຮວມເອົາ​ ເຂດ​ຄ​ຣາຍ​ເມຍ​ເຂົ້າ​ເປັນ​ດິນ​ແດນ​ຂອງ​ຕົນ​ ຢ່າງ​ຜິດ​ກົດ​ໝາຍ​ໃນ​ປີ 2014.

ທ່ານ​ຄາ​ລ ກ່າວ​ວ່າ ຣັດ​ເຊຍ​ໄດ້​ປະ​ສົບ​ກັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ນັບ​ແຕ່​ການ​ບຸ​ກ​ລຸກ​ຢູ​ເຄ​ຣນ ທີ່​ໄດ້​ເລີ້ມ​ໃນ​ເດືອນ​ກຸມ​ພາ ​ຊຶ່ງຄາດ​ຄະ​ເນ​ວ່າ ຊາວ​ຢູ​ເຄ​ຣນ​ໄດ້​ທຳ​ລາຍ​ລົດຫຸ້ມ​ເກາະ​ຣັດ​ເຊຍ 3,000 ຫາ 4,000 ຄັນ ແລະ​ ເຮັດ​ໃຫ້​ທະ​ຫານ​ຣັດ​ເຊຍ​ບາດ​ເຈັບ​ແລະ​ເສຍຊີ​ວິດ 70,000 ຫາ 80,000 ພັນ​ຄົນ.

​ການ​ຊ່ວ​ຍ​ເຫລືອ​ ​ທີ່ໄດ້​ປະ​ກາດໃນວັນ​ຈັນ​ວານ​ນີ້​ເປັນ​ຂີດ​ໝາຍ​ເທື່ອ​ທີ 18 ຂອງ​ອາ​ວຸດ ແລະ​ອຸ​ປະ​ກອນ​ສຳ​ລັບ​ຢູ ​ເຄ​ຣນ ຈາກ​ບັນ​ຊີ​ຂອງກະ​ຊວງ​ປ້ອງ​ກັນ​ປະ​ເທດ. ພວກ​ເຈົ້າ​ໜ້າ​ທີ່ທຳ​ນຽບ​ຫ້າ​ແຈ ​ໄດ້​ຢືນ​ຢັນ​ວ່າ ​ການ​ຈັດ​ສົ່ງ​ອາ​ວຸດ​ດັ່ງ​ກ່າວ ​ຈະ​ບໍ່​ເປັນ​ໄພ​ໃຫ້​ແກ່​ການກຽມ​ພ້ອ​ມ​ສຳ​ລັບ​ທະ​ຫານ​ສະ​ຫະ​ລັດ.

The Pentagon has announced $1 billion in security assistance for Ukraine, the single largest package of weapons and equipment from its inventories since Russia's February invasion.

The latest assistance package includes more ammunition for High Mobility Artillery Rocket Systems (HIMARS), 1,000 Javelin anti-tank missiles, artillery ammunition and 50 armored medical treatment vehicles, Under Secretary of Defense for Policy Colin Kahl told reporters on Monday.

Asked why HIMARS ammunition was included without additional systems, Kahl told reporters that the 16 HIMARS already sent by the Biden administration was "quite a lot" in terms of Pentagon assessments of Ukrainian territorial defense needs.

"Our assessment actually is that the Ukrainians are doing pretty well in terms of the numbers of systems, and really the priority right now is making sure that they have a steady stream of these GMLRS," he said, referring to the Lockheed Martin precision munitions fired from both the HIMARS and the MLRS M270 family of launchers provided to Ukraine by British forces.

The new package also includes Claymore anti-personnel mines along with munitions for National Advanced Surface-to-Air Missile Systems, the same systems used to guard Washington, D.C.

The latest delivery of arms from the Defense Department brings the total amount of U.S. security aid to Ukraine to $9.8 billion since President Joe Biden took office last year, and $11.8 billion since Russia illegally annexed Crimea in 2014.

Kahl said Russia had seen heavy losses since the invasion of Ukraine began in February, estimating that Ukrainians had eliminated 3,000-4,000 Russian armored vehicles and inflicted 70,000-80,000 Russian military casualties.

Monday's package announcement marks the 18th drawdown in weapons and equipment for Ukraine from the Department of Defense's inventories. Pentagon officials have asserted the stockpile deductions will not hurt U.S. military readiness.

XS
SM
MD
LG