ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ​ແພັນ​ ກ່າວ​ວ່າ ສະ​ຫະ​ລັດ ຈະ​ນັບຖືມາດຕາ​ຄວາມ​ສຳ​ພັນ​ກັບໄຕ້​ຫວັນ “ແລະ” ນະ​ໂຍ​ບາຍ​ຈີນ​ດຽວ

​ຜູ້​ຕາງ​ໜ້າ​ພິເສດໄຕ້​ຫວັນ ໃນ APEC ທ່ານ​ມໍ​ຣ​ຣິ​ສ ຈັງ ພົບ​ປະ​ກັບ ຮອງ​ປ​ະ​ທາ​ນາ​ທິບໍ​ດີ ສ​ຫລ ທ່ານໄມ​ຄ໌ ແພັນ​ສ໌ ຢູ່ນອກ​ກອງ​ປະ​ຊຸມສຸດຍອດ APEC ທີ່​ປາ​ປົວ​ນິ​ວ​ກີ​ນີ ວັນ​ທີ 17 ພະ​ຈິກ 2018.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ແພັນສ໌​ ກ່າວ​ໃນ​ວັນ​ເສົາ​ວານ​ນີິ້​ວ່າ ວໍ​ຊິງ​ຕັນ
ຈະ​ສື​ບ​ຕໍ່​ເຫັນ​ພ້ອມ ​ກັບ​ຮ່າງ​ຄວາມ​ສຳ​ພັນ​ກັບໄຕ້​ຫວັນ “ແລະ” ນະ​ໂຍ​ບາຍ​ຈີນ​ດຽວ”
ຫຼັງ​ຈາກ​ກາ​ນເບິ່ງ​ຢ່າງ​ໃກ້​ສິດກັບ​ການ​ພົບ​ປະ​ກັບ ທ່ານ​ ມໍ​ຣ​ຣິ​ສ ຈັງ ຜູ້​ຕາງ​ໜ້າ​ກອງ​
ປະ​ຊຸມ​ຂົງເຂດ​ເສດ​ຖະ​ກິດ​ໃນ ປາ​ປົວ ນິວ​ກີ​ເນຍ.

ທ່ານ​ແພັນ​ສ໌ ໄດ້​ພົບ​ປະ​ກັບ​ທ່ານ​ຈັງ ຢູ່ນອກກອງ​ປະ​ຊຸມສຸດຍອດ​ຂອງ​ການ​ຮ່ວມ​ມື
ເສດ​ຖະ​ກິດ​ເອ​ເຊຍ​ປາ​ຊິ​ຟິກ (APEC) ໃນ​ວັນ​ເສົາ​ວານ​ນີ້ ໃນ​ເມືອງ​ພອ​ຣ​ຕ໌ ໂນ​ແຣ​ສ​ບີ
ທີ່​ມີ​ການ​ພົບ​ປະ​ນອກກອງ​ປະ​ຊຸມ​ເທື່ອ​ທຳ​ອິດ​ຂອງ​ສອງ​ຝ່າຍ ລະ​ຫວ່າງ​ຜູ້​ນຳ​ສູງ​ສຸດ
​ສະ​ຫະ​ລັດ ແລະ​ຜູ້​ຕາງ​ໜ້າ​ພິ​ເສດ​ໄຕ້​ຫວັນ ລະ​ຫວ່າງ​ການ​ ເຕົ້າ​ໂຮມ​ ລະ​ດັບ​ສູງ​ກ່ຽວ
​ກັບ​ເສດ​ຖະ​ກິດ​ໃນ​ຂົງ​ເຂດ​ປີ​ນີ້.

ທ່ານ​ແພັນ​ສ໌ ບໍ່​ມີ​ແຜນ​ທີ່​ຈະ​ພົບ​ປະສອງ​ຝ່າຍ​ຕ່າງ​ຫາກ ​ກັບປະ​ທານ​ປະ​ເທດ​ຈີນ​
ທ່ານ​ສີ ຈິນ​ຜິງ ຜູ້​ທີ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ APEC ​ເຊັ່ນ​ກັນ ອີງ​ຕາມ​ພວກ ເຈົ້າ
​ໜ້າ​ທີ່​ສະ​ຫະ​ລັດ ທີ່​ເຫັ​ນ​ວ່າ​ສະ​ທ້ອນ​ເຖິງ​ນະ​ໂຍ​ບາຍເນັ້ນຢໍ້າສາຍພົວພັນກັບຈີນ.

ຜູ້​ຕາງ​ໜ້າ​ພິເສດໄຕ້​ຫວັນ APEC ທ່ານ​ມໍ​ຣ​ຣິ​ສ ຈັງ (ຊ້າຍ​ມື) ພົບ​ປະ​ກັບ ຮອງ​ປ​ະ​ທາ​ນາ​ທິບໍ​ດີ ສ​ຫລ ທ່ານໄມ​ຄ໌ ແພັນ​ສ໌ ທີ່ກອງ​ປະ​ຊຸມ​ສຸດຍອດ APEC ວັນ​ທີ 17 ພະ​ຈິກ 2018.

ອ່ານ​ຂ່າວ​ນີ້​ເພີ​້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG