ຮອງປະທານາທິບໍດີສະຫະລັດ ທ່ານ ໄມຄ໌ ແພັນສ໌ກຳລັງຮຽກຮ້ອງໃຫ້ສະມາຄົມປະ
ເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫລືອາຊຽນເຮັດໃຫ້ການສ້າງກົດແຫ່ງການ
ປະພຶດຢູ່ໃນເຂດທະເລຈີນໃຕ້ ກ້າວໄປສູ່ຄວາມສຳເລັດ. ແຕ່ວ່າ ດັ່ງທີ່ບັນດາປະເທດ
ໃນກຸ່ມອາຊຽນຮູ້ຢູ່ແລ້ວ, ຂໍ້ຕົກລົງດັ່ງກ່າວທີ່ຄັ້ງນຶ່ງເຄີຍປາກົດວ່າໄດ້ກ້າວໄປໃກ້ຄວາມ
ສຳເລັດແລ້ວ ແຕ່ວ່າ ດຽວນີ້ກຳລັງປະເຊີນກັບການເຈລະຈາທີ່ມີບັນຫາທີ່ບໍ່ຕົກແຕກ
ກັນໄດ້ ເປັນເວລາສາມປີແລ້ວ.
ຢູ່ໃນການໃຫ້ຄຳເຫັນຕໍ່ທ່ານຫລີ ຊຽນ ລຸງ (Lee Hsien Loong) ນາຍົກລັດຖະມົນ
ຕີຂອງສິງກະໂປໃນວັນສຸກມື້ນີ້ ນັ້ນ ທ່ານ ແພັນສ໌ ເວົ້າວ່າ ບັນດາປະເທດຢູ່ໃນຂົງ
ເຂດດັ່ງກ່າວ "ຈະຕ້ອງສາມາດຄົ້ນຫາແລະພັດທະນາແຫລ່ງຊັບພະຍາກອນຂອງ
ຕົນ ແລະກຳກັບການສັນຈອນໄປມາຢູ່ໃນເຂດໜ່ານຂອງຕົນໄດ້."
ແຕ່ວ່າການເຮັດແນວນັ້ນແມ່ນຍາກທີ່ຈະເປັນໄປໄດ້ ເພາະວ່າຈີນໄດ້ປິດລ້ອມ 4 ປະເທດ
ຄູ່ແຂ່ງຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້ທີ່ອ້າງເອົາເຂດນ້ຳແດນດິນໃນທະເລດັ່ງ
ກ່າວບໍ່ໃຫ້ເຂົ້າໄປເຂດນັ້ນໄດ້ໂດຍການຂະຫຍາຍ ພື້ນຖານໂຄງລ່າງຂອງຕົນຢ່າງວ່ອງ
ໄວ, ຊຶ່ງບາງອັນແມ່ນໃຊ້ສຳລັບການທະຫານ, ຢູ່ເທິງໝູ່ເກາະນ້ອຍໆ ທີ່ສ້າງຂຶ້ນດ້ວຍ
ການຖົມດິນ. ການເຮັດໃຫ້ກົດປະພຶດສະບັບນຶ່ງສຳເລັດລົງໄດ້ແມ່ນໃຊ້ເວລາດົນນານ
ກວ່າ ທີ່ຄັ້ງນຶ່ງຄົນເຄີຍຄິດໄວ້ເຊັ່ນກັນ ຍ້ອນຄວາມສັບສົນໃນຂໍ້ຂັດແຍ້ງ ເລື້ອງການອ້າງ
ອະທິປະໄຕໃນເຂດນ້ຳແດນດິນດັ່ງກ່າວ. ຈີນແລະບັນດາປະເທດໃນເຂດເອເຊຍຕາເວັນ
ອອກສຽງໃຕ້ທີ່ການຂັດແຍ້ງກັນ ໃນເລື້ອງເຂດນ້ຳແດນດິນຢູ່ເຂດທະເລທີ່ອຸດົມຮັ່ງມີໄປ
ດ້ວຍຊັບພະຍາກອນໄດ້ສິ້ນສຸດລົງໃນປີ 2017 ນັ້ນ ມີຄວາມເຊື່ອໝັ້ນວ່າ ພວກເຂົາເຈົ້າຈະ
ສາມາດຮັບຜ່ານກົດປະພຶດນີ້ໄດ້ພາຍໃນປີນີ້ ຊຶ່ງຈະມີການວາງວິທີທາງຫລີກລ້ຽງການກໍ່
ໃຫ້ເກີດອຸປະຕິເຫດອອກມາ. ກົດປະພຶດດັ່ງກ່າວຈະເຮັດໃຫ້ໂອກາດທີ່ຈະເກີດການປະ
ທະກັນ, ດັ່ງທີ່ເຫັນຢູ່ໃນຕົວຢ່າງ ການປະທະກັນທາງທະເລ ສັ້ນໆ ທີ່ປັນອັນຕະລາຍລະ
ຫວ່າງຈີນ ແລະຫວຽດນາມຢູ່ໃນເຂດທະເລຈີນໃຕ້ ໃນປີ 1974 ແລະປີ 1988 ນັ້ນຫລຸດລົງ.
ພວກນັກວິເຄາະເຫດການເຊື່ອກັນວ່າ ແຕ່ການເຈລະຈາກັນໃນເມື່ອກ່ອນກ່ຽວກັບກົດ
ປະພຶດດັ່ງກ່າວລະຫວ່າງຈີນກັບ 10 ປະເທດສະມາຊິກຂອງສະມາຄົມປະເທດໃນເຂດ
ເອເຊຍຕາເວັນອອກສຽງໃຕ້ ຫລື ອາຊຽນ ກໍໄດ້ເປີດເຜີຍໃຫ້ເຫັນບັນຫາທີ່ຄ້າງຄາດ້ານ
ການອ້າງເອົາປະທິປະໄຕ ການຄົ້ນຫາເຊື້ອເພີງແລະບັນຫາການແກ້ໄຂຄວາມຂັດແຍ້ງ
ກັນ ທີ່ບໍ່ສາມາດແກ້ໄຂກັນໄດ້ໃນເວລາອັນໄວກວ່ານີ້. ນາຍົກລັດຖະມົນຕີຫລີເກີ້ຈຽງຂອງ
ຈີນເວົ້າໃນວັນທີ 13 ພະຈິກນີ້ວ່າ ທ່ານຫວັງວ່າ ຈະມີຜົນສຳເລັດໃນປີ 2021.
ທ່ານເກຣັກກໍຣີ ໂພລລິງຜູ້ອຳນວຍການກຸ່ມລິເລີ້ມຄວາມໂປ່ງໃສທາງທະເລໃນເອເຊຍ
ຊຶ່ງເປັນສູນກາງວິເຄາະດ້ານຍຸດທະສາດທີ່ມີສຳນັກງານຕັ້ງຢູ່ສະຫະລັດກ່າວວ່າ “ທຸກ
ຝ່າຍຍັງບໍ່ມີທ່າທາງວ່າ ໃກ້ຈະຕົກລົງກັນໄດ້ແລ້ວ ກ່ຽວກັບຫຼາຍໆຈຸດ ແລະພວກເຂົາ
ເຈົ້າຍັງບໍ່ທັນເລີ້ມຫາລື ກ່ຽວກັບບັນຫາທີ່ຫຍຸ້ງຍາກທີ່ສຸດເຊັ່ນວ່າ ຂອບເຂດໃນດ້ານ
ພູມສາດ ລາຍລະອຽດໃນການແບ່ງປັນຊັບພະຍາກອນ ຫຼືກົນໄກໃນການແກ້ໄຂບັນ
ຫາຂັດແຍ້ງ.”