ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮອງ ປະທານາທິບໍດີ ເພັນສ໌ ຈະແຈ້ງ ໃຫ້ຊາບ ມາດຕະການ ລົງໂທດ ທີ່ 'ໜັກ ແລະແຂງຂັນ ສຸດ' ຕໍ່ເກົາຫຼີເໜືອ

ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌, ຜູ້ທີສາມຈາກຊ້າຍ, ແລະນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານຊີນໂຊ ອາເບະ ກວດທະຫານ ກອງກຽດຕິຍົດ ກ່ອນທີ່ພວກເພິ່ນ ຈະພົບປະກັນ ຢູ່ທີ່ສຳນັກງານ ຂອງທ່ານອາເບະ ໃນນະຄອນຫຼວງໂຕກຽວ ເມື່ອວັນພຸດ ທີ 7 ກຸມພາ 2018.

ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ໄດ້ກ່າວໃນວັນພຸດ ມື້ນີ້ ວ່າ ໃນໄວໆນີ້ ສະ ຫະລັດ
ຈະປະກາດມາດຕະການລົງໂທດທາງດ້ານເສດຖະກິດຂອງຕົນທີ່ “ໜັກ ທີ່ສຸດ ແລະ
ແຂງຂັນທີ່ສຸດ”
ຕໍ່ເກົາຫຼີເໜືອ.

ໃນການຖະແຫລງ ຫຼັງຈາກທີ່ໄດ້ພົບປະກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານຊີນໂຊ
ອາເບະ ທ່ານເພັນສ໌ ກ່າວວ່າ ການກົດດັນຂອງສະຫະລັດ ຕໍ່ເກົາຫຼີເໜືອ ຈະດຳເນີນ
ຕໍ່ໄປຈົນກວ່າ ເກົາຫຼີເໜືອ ຈະ “ຍົກເລີກໂຄງການນິວເຄລຍ ແລະ ລູກສອນໄຟ
ຂີປະນາວຸດຂອງຕົນທັງໝົດ ໂດຍທັນທີ.”

ຮອງປະທານາທິບໍດີ ສະຫະລັດ ທ່ານໄມຄ໌ ເພັນສ໌, ຊ້າຍ, ຈັບມືກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊີນໂຊ ອາເບະ ເມື່ອທ່ານເດີນທາງໄປຮອດ ສຳນັກງານນາຍົກ ໃນນະຄອນຫຼວງໂຕກຽວ ເມື່ອວັນພຸດ ທີ 7 ກຸມພາ 2018.
ຮອງປະທານາທິບໍດີ ສະຫະລັດ ທ່ານໄມຄ໌ ເພັນສ໌, ຊ້າຍ, ຈັບມືກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊີນໂຊ ອາເບະ ເມື່ອທ່ານເດີນທາງໄປຮອດ ສຳນັກງານນາຍົກ ໃນນະຄອນຫຼວງໂຕກຽວ ເມື່ອວັນພຸດ ທີ 7 ກຸມພາ 2018.

ທ່ານຮອງປະທານາທິບໍດີ ທີ່ກຳລັງຢູ່ໃນລະຫວ່າງການຢ້ຽມຢາມ ທີ່ຢຸດແວ່ຫຼາຍແຫ່ງ
ຕໍ່ເຂດເອເຊຍຕາເວັນອອກສຽງເໜືອ ທີ່ລວມທັງການນຳພາຄະນະຜູ້ແທນຂອງ
ສະຫະລັດ ໄປຮ່ວມການແຂ່ງຂັນ ກິລາໂອລິມປິກລະດູໜາວ ທີ່ເມືອງພຽງຈາງ ຂອງ
ເກົາຫຼີໃຕ້.

ທ່ານໄດ້ກ່າວວ່າ “ພວກເຮົາຈະໄປທີ່ນັ້ນ ເພື່ອເຊຍໃຫ້ກຳລັງໃຈ ພວກນັກກິລາຂອງ
ພວກເຮົາ ແຕ່ພວກເຮົາຍັງຈະຢູ່ທີ່ນັ້ນ ເພື່ອສະໜັບສະໜູນ ບັນດາພັນທະມິດຂອງ
ພວກເຮົາ ແລະ ຢ້ຳເຕືອນໂລກວ່າ ເກົາຫຼີເໜືອ ແມ່ນລະບອບການປົກຄອງ ທີ່
ໂຫດຫ້ຽມ ແລະກົດຂີ່ຂົມເຫັງທີ່ສຸດ ໃນໂລກ.”

ບັນດາສະມາຊິກ ນັກກິລາໂອລິມປິກ ຂອງຄະນະຜູ້ແທນຈາກເກົາຫຼີເໜືອ ເດີນທາງມາຮອດ ບ້ານໂອລິມປິກຂອງການແຂ່ງຂັນກິລາໂອລິມປິກ ລະດູໜາວ ປະຈຳປີ 2018 ໃນເມືອງ ກາງເນີງ ຂອງເກົາຫຼີໃຕ້, ວັນທີ 1 ກຸມພາ 2018.
ບັນດາສະມາຊິກ ນັກກິລາໂອລິມປິກ ຂອງຄະນະຜູ້ແທນຈາກເກົາຫຼີເໜືອ ເດີນທາງມາຮອດ ບ້ານໂອລິມປິກຂອງການແຂ່ງຂັນກິລາໂອລິມປິກ ລະດູໜາວ ປະຈຳປີ 2018 ໃນເມືອງ ກາງເນີງ ຂອງເກົາຫຼີໃຕ້, ວັນທີ 1 ກຸມພາ 2018.

ພວກນັກກິລາຂອງເກົາຫຼີເໜືອຈຳນວນນຶ່ງ ກໍຈະເຂົ້າຮ່ວມໃນການແຂ່ງຂັນ ແລະ ຈະ
ຮ່ວມເດີນສວນສະໜາມ ພາຍໃຕ້ທຸງຊາດດຽວ ພ້ອມກັບຄະນະຜູ້ແທນຂອງເກົາຫຼີໃຕ້.

ທ່ານເພັນສ໌ ໄດ້ກ່າວຕື່ມວ່າ “ພວກເຮົາຈະບໍ່ອະນຸຍາດ ໃຫ້ການໂຄສະນາຊວນເຊື່ອ
ຂອງເກົາຫຼີເໜືອ ຍາດເອົາຄວາມໝາຍ ແລະ ພາບພົດ ຂອງການແຂ່ງຂັນກິລາ
ໂອລິມປິກ.

ທ່ານຍັງໄດ້ປະຕິຍານ ທີ່ຈະໃຫ້ການສະໜັບສະໜູນຕື່ມອີກ ແກ່ຍີ່ປຸ່ນ ທີ່ເປັນພັນທະມິດ
ໂດຍກ່າວວ່າ ກອງທັບສະຫະລັດ ແມ່ນອຸທິດຕົນເພື່ອປົກປ້ອງປະເທດນີ້ ແລະ ວ່າ ທັງ
ສອງລັດຖະບານ ແມ່ນມີນະໂຍບາຍທີ່ “ເປັນມິດຢ່າງແຂງຂັນ” ຕໍ່ ຕ້ານເກົາຫຼີເໜືອ.

Pence Asia
please wait
Embed

No media source currently available

0:00 0:01:16 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG