ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເພັນ​ສ໌ ຕຳ​ໜິ​ຕິ​ຕຽນ ຢູ​ໂຣບ ກ່ຽວ​ກັບ ອີ​ຣ່ານ, ເວ​ເນ​ຊີ​ເອ​ລາ ແລະ ການ​ເຊື່ອມ​ໂຍງ​ກັບ ຣັດ​ເຊຍ


ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໄມ​ຄ໌ ເພັນ​ສ໌ ກ່າ​ວ​ລາຍ​ງານ​ສັ້ນ​ຕໍ່​ສື່ມວນ​ຊົນ ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ໃຫຍ່ ການ​ຮັກ​ສາ​ຄວາມ​ປອດ​ໄພ​ ໃນ​ນະ​ຄອນ ມິວ​ນິກ, ເຢຍ​ຣະ​ມັນ. 16 ກຸມ​ພາ, 2019.
ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໄມ​ຄ໌ ເພັນ​ສ໌ ກ່າ​ວ​ລາຍ​ງານ​ສັ້ນ​ຕໍ່​ສື່ມວນ​ຊົນ ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ໃຫຍ່ ການ​ຮັກ​ສາ​ຄວາມ​ປອດ​ໄພ​ ໃນ​ນະ​ຄອນ ມິວ​ນິກ, ເຢຍ​ຣະ​ມັນ. 16 ກຸມ​ພາ, 2019.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໄມ​ຄ໌ ເພັນ​ສ໌ ໄດ້​ວິ​ຈານ​ພັນ​ທະ​ມິດ ຢູ​ໂຣບ ຢ່າງ​
ແຮງໃນວັນເສົາວານນີ້ ສຳລັບການຢືນຢັດຂອງເຂົາເຈົ້າ ກ່ຽວກັບ ອີຣ່ານ ແລະ ເວເນ
ຊູເອລາ, ໃນຄຳປາໄສທີ່ກອງປະຊຸມໃຫຍ່ການຮັກສາຄວາມປອດໄພ ມິວນິກ ໃນປະ
ເທດ ເຢຍຣະມັນ.

ທ່ານ ເພັນ​ສ໌ ໄດ້​ກ່າວ​ຕໍ່​ຄະ​ນະ​ຜູ້​ແທນ​ວ່າ “ມັນ​ໄດ້​ມາ​ຮອດ​ເວ​ລາ​ແລ້ວ ສຳ​ລັບ​ຄູ່​ຮ່ວມ
ຢູໂຣບ ຂອງພວກເຮົາທີ່ຈະຢຸດທຳລາຍມາດຕະການລົງໂທດຂອງ ສະຫະລັດ ຕໍ່ລະ
ບອບການປົກຄອງທີ່ຂ້າຄົນຢ່າງຫຼວງຫຼາຍ ແລະ ກໍ່ຈະລາຈົນນີ້. ມັນ​ເຖິງ​ເວ​ລາ​ແລ້​ວ
ສຳລັບຄູ່ຮ່ວມ ຢູໂຣບ ຂອງພວກເຮົາທີ່ຈະຖອນຕົວອອກຈາກຂໍ້ຕົກລົງນິວເຄລຍ ອີ
ຣ່ານ.

ທ່ານ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ພັນ​ທະ​ມິດ​ຮັບ​ຮູ້​ຜູ້​ນຳ​ຝ່າຍ​ຄ້ານ ທ່ານ ຮວນ ກວາ​ອີ​ໂດ
ເປັນປະທານາທິບໍດີຊົ່ວຄາວຂອງ ເວເນຊູເອລາ ດ້ວຍ. ລັດຖະບານ ຢູໂຣບ ຫຼາຍກວ່າ
20 ປະເທດແມ່ນໄດ້ປະຕິບັດຕາມ, ແຕ່ ສະຫະພາບ ຢູໂຣບ ໄດ້ບໍ່ຍອມຮັບຮູ້ທ່ານ
ກວາອີໂດ ເປັນປະທານາທິບໍດີຢ່າງເຕັມທີ່. ປະທານາທິບໍດີ ນິໂຄລັສ ມາດູໂຣ ທີ່ມີບັນ
ຫາຢູ່ນັ້ນ ໄດ້ຖືກກ່າວຫາຢ່າງກວ້າງຂວາງ ກ່ຽວກັບ ການສໍ້ໂກງຄະແນນສຽງ ເພື່ອຊະ
ນະການເລືອກຕັ້ງປີກາຍນີ້, ໃນຂະນະທີ່ປະເທດໄດ້ຕົກຢູ່ໃນຄວາມທຸກຢາກ ແລະ ປະ
ສົບອັດຕາເງິນເຟີຢ່າງສູງ.

ທ່ານ ເພັນ​ສ໌ ໄດ້​ກ່າວ​ວ່າ “ອີກ​ຄັ້ງ​ນຶ່ງ​ໂລກ​ເກົ່າ​ຂອງ​ພວກ​ເຮົາ ສາ​ມາດ​ເອົາ​ການ​ຢືນ​ຢັດ​
ທີ່ແຂງແກ່ນ ໃນການສະໜັບສະໜູນຄວາມເສລີພາບໃນໂລກໃໝ່. ມື້ນີ້ພວກເຮົາຮຽກ
ຮ້ອງໃຫ້ ສະຫະພາບ ຢູໂຣບ ເອົາບາດກ້າວໄປຂ້າງໜ້າສຳລັບເສລີພາບ ແລະ ຮັບຮູ້
ທ່ານ ຮວນ ກວາອີໂດ ເປັນປະທານາທິບໍດີ ເວເນຊູເອລາ ທີ່ຖືກຕ້ອງຕາມກົດໝາຍ
ພຽງຄົນດຽວ.”

ຈີນ ໄດ້​ຖືກ​ເລືອກ​ເຟັ້ນ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ​ໂດຍ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີວ່າ ເປັນ​ໄພ​
ຂົ່ມຂູ່ຕໍ່ ສະຫະລັດ ແລະ ພັນທະມິດຂອງເຂົາເຈົ້າ.

ທ່ານ ໄດ້​ກ່າວ​ວ່າ “ສະ​ຫະ​ລັດ ຍັງ​ໄດ້ເຫັນ​ພ້ອມ​ກັບ​ຄູ່​ຮ່ວມ​ດ້ານ​ຄວາມ​ປອດ​ໄພ​ຂອງ​
ພວກເຮົາ ກ່ຽວກັບ ໄພຂົ່ມຂູ່ທີ່ກໍ່ຂຶ້ນໂດຍບໍລິສັດ ຫົວເຫວີຍ ແລະ ບໍລິສັດໂທລະຄົມ
ອື່ນໆຂອງ ຈີນ, ໃນຂະນະທີ່ກົດໝາຍ ຈີນ ຮຽກຮ້ອງໃຫ້ເຂົາເຈົ້າສະໜອງເຄື່ອງມືດ້ານ
ຄວາມປອດໄພຢ່າງກວ້າງຂວາງໃຫ້ລັດຖະບານ ຈີນ ດ້ວຍການສາມາດເຂົ້າຫາຂໍ້ມູນ
ທີ່ຖືກໃຊ້ໃນເຄືອຂ່າຍ ຫຼື ອຸປະກອນຂອງເຂົາເຈົ້າ.

ທ່ານ ເພັນ​ສ໌ ໄດ້​ກ່າວ​ຢ້ຳ​ການ​ຮຽກ​ຮ້ອງ​ຂອງ ວໍ​ຊິງ​ຕັນ​ ສຳ​ລັບ​ພັນ​ທະ​ມິດ ຢູ​ໂຣບ ໃນ​
ອົງການ ເນໂຕ້ ໃຫ້ເຮັດວຽກຫຼາຍຂຶ້ນເພື່ອບັນລຸເປົ້າໝາຍຄ່າໃຊ້ຈ່າຍທາງທະຫານ
ຂອງເຂົາເຈົ້າ ແລະ ໄດ້ເຕືອນຕໍ່ການພັດທະນາເສດຖະກິດທີ່ເຊື່ອມໂຍງກັບ ມົສກູ,
ເຊັ່ນທໍ່ແກັສ Nord Stream 2 ເຊິ່ງກຳລັງຢູ່ພາຍໃຕ້ການກໍ່ສ້າງລະຫວ່າງ ຣັດເຊຍ
ແລະ ເຢຍຣະມັນ ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG