ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຮອງປະທານາທິບໍດີ ສ​ຫລ ເວົ້າ​ວ່າ ຈີນ ແຊກ​ແຊງ ເຂົ້າ​ໃນ ການເມືອງ ຂອງອາເມ​ຣິ​ກາ


ທ່ານຮອງປະທານາທິບໍດີ ໄມຄ໌ ເພັນສ໌ ກ່າວຄຳ​ປາ​ໄສ ​ຢູ່​ສະ​ຖາ​ບັນ ຮັດ​ສັນ ທີ່​ນະ​ຄອນ​ຫລວງ ວໍ​ຊິງ​ຕັນ ໃນ​ວັນ​ທີ 4 ຕຸ​ລາ, 2018
ທ່ານຮອງປະທານາທິບໍດີ ໄມຄ໌ ເພັນສ໌ ກ່າວຄຳ​ປາ​ໄສ ​ຢູ່​ສະ​ຖາ​ບັນ ຮັດ​ສັນ ທີ່​ນະ​ຄອນ​ຫລວງ ວໍ​ຊິງ​ຕັນ ໃນ​ວັນ​ທີ 4 ຕຸ​ລາ, 2018

ສະຫະລັດກໍາລັງກ່າວຫາຢ່າງແຮງທີ່ສຸດ ວ່າຈີນກໍາລັງເລັງເປົ້າໝາຍການໂຈມຕີໃສ່
ລະບົບການເມືອງຂອງອາເມຣິກາ. ການກ່າວຫາທີ່ວ່ານີ້ ແມ່ນມີຂຶ້ນຢູ່ໃນຄໍາປາໄສ
ຂອງຮອງປະທານາທິບໍດີ ໄມຄ໌ ເພັນສ໌ ຂອງສະຫະລັດ ໃນວັນພະຫັດອາທິດແລ້ວນີ້.
ແຕ່ວ່າ ດັ່ງທີ່ ບີລ ກາລໂລ, ນັກຂ່າວວີໂອເອ ລາຍງານມາກໍແມ່ນວ່າ ທ່ານເພັນສ໌ ບໍ່ໄດ້ມີຕົວຢ່າງອັນໜັກແໜ້ນ ທີ່ສະແດງໃຫ້ເຫັນວ່າ ການແຊກແຊງຂອງຈີນເປັນ
ຢ່າງໃດ ຊຶ່ງບົວສະຫວັນ ຈະນຳ​ເອົາລາຍລະອຽດກ່ຽວກັບເລື້ອງນີ້ມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວອ້າງເຖິງ​ປະ​ທາ​ນປະ​ເທດ ສີ ຈິ້ນ​ຜິງຂອງ​ຈີນ​ວ່າ ເປັນ​ເພື່ອນ
​ຂອງ​ເພິ່ນ, ແມ່ນ​ແຕ່​ໃນ​ຕອນ​ທີ່​ດຳ​ເນີນ​ສົງ​ຄ​າມ​ການ​ຄ້າ​ກັບ​ຈີນຢູ່ ກໍ​ຍັງ​ເວົ້າ​ເຊັ່ນ​ນັ້ນ​ຄື​ກັນ.
ມີ​ຫລັກ​ຖານ​ໃໝ່​ທີ່ສະ​ແດງ​ໃຫ້​ເຫັນວ່າ ສາຍ​ພົວ​ພັນ​ດັ່ງ​ກ່າວຂອງ​ພວກເພິ່ນ​ກຳ​ລັງມີ​ບັນ
​ຫາ.

ຢູ່ໃນຄໍາປາໄສຂອງທ່ານທີ່​ກ່າວໃນວັນພະຫັດອາທິດແລ້ວນີ້, ທ່ານຮອງປະທານາທິບໍດີ
ໄມຄ໌ ເພັນສ໌ ໄດ້​ຕຳ​ໜິ​ຈີນ​ຢ່າງ​ແຮງ ໂດຍ​ໄດ້ກ່າວຫາ​ປັກ​ກິ່ງວ່າ ທຳ​ການ​ແຊກ​ແຊງເຂົ້າ​
ໃນລະບົບການເມືອງຂອງອາເມຣິກາ ຊຶ່ງ​ທ່ານ​ກ່າວ​ດັ່ງ​ນີ້: “ຂໍເວົ້າ​ຢ່າງ​ກົງໆ​ເໜາະ:
ການ​ນຳ​ພາ​ຂອງປະທານາທິບໍດີ ທ​ຣຳ ແມ່ນ​ໄດ້​ຜົນ ແຕ່ ​ຈີນ​ຢາກ​ໃຫ້​ມີປະທານາທິບໍດີ
​ອາ​ເມ​ຣິ​ກັນ​ຄົນ​ໃໝ່ມາ​ແທນ.”


ທ່ານ​ເພັນສ໌ ຊີ້​ໃສ່​ການ​ໂຄ​ສະ​ນາ​ເມື່ອມໍ່ໆ​ມານີ້ ຢູ່​ໃນ​ໜັງ​ສື​ພິມສະ​ບັບ​ນຶ່ງ ທີ່​ມີ​ສຳ​ນັກ​ງານ
​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ຕອນ​ກາງ​ຂອງ​ປະ​ເທດ. ເຖິງ​ແມ່ນ​ວ່າຈະໄດ້​ຮັບ​ທຶນ​ຈາກສຳ​ນັກ​
ຂ່າວ​ສານ​ທາງ​ການ​ຂອງ​ຈີນ​ກໍ​ຕາມ ແຕ່​ວ່າ ການ​ໂຄ​ສະ​ນານັ້ນຖືກ​ສ້າງ​ຂຶ້ນ​ມາເພື່ອ​ໃຫ້​
ເບິ່ງ​ຄື​ກັບວ່າເປັນ​ເລື້ອງ​ທີ່​ຢູ່​ໃນ​ຂ່າວ.

ທ່ານ ເພັນສ໌ກ່າວ​ເພີ້ມ​ອີກວ່າ “ປັກ​ກິ່ງ​ດຳ​ເນີນ​ການ​ໂຄ​ສະ​ນາ​ຫາ​ສຽງຢ່າງ​ຮອບ​ດ້ານ
ແລະ​ຢ່າງ​ມີ​ການ​ປະ​ສານ​ງານ​ກັນ​ເປັນ​ລະ​ບົບ ເພື່ອ​ຈະທຳ​ລາຍການ​ສະ​ໜັບ​ສະ​ໜຸນ
​ທີ່​ມີຕໍ່​ທ່ານປະ​ທາ​ນາ​ທິ​ບໍ​ດີ, ຕໍ່​ແນວ​ທາງຂອງ​ພວກ​ເຮົາ, ແລະ​ຕໍ່ ຄວາມ​ດີ​ເດັ່ນ​ທີ່​ສຸດ​
ທີ່​ໜ້າ​ສັນ​ລະ​ເສີນ​ຂອງ​ພວກ​ເຮົາ."


ທ່ານ ແຮ​ຣີ ຄາ​ຊຽນ​ນິ​ສ (HARRY KAZIANIS) ຈາກ​ສູນ​ກາງວ່າ​ດ້ວຍ​ຜົນປະ​ໂຫຍດ​
ຂອງ​ຊາດ​ໃຫ້​ຄຳ​ເຫັນຜ່ານ​ທາງ​ສະ​ໄກ​ພ໌ວ່າ: "ຄະ​ນະ​ລັດ​ຖະ​ບານ ບໍ່​ໄດ້ ນຳ​ເອົາ​ຫລັກ
​ຖານ​ໃດໆ ຂອງ​ຕົນມາສະ​ແດງໃຫ້​ເຫັນ​ເລີຍ. ມີ​ອັນ​ໃດ​ແດ່​ທີ່​ຈີນ​ເຮັດ ເພື່ອ​ເກ້ຍ​ກ່ອມ
​ຄວາມ​ຄິດ​ຂອງ​ຄົນ? ພວກ​ເຂົາ​ເຈົ້າ​ໃຊ້​ສື່​ສັງ​ຄົມ​ອອນ​ລາຍບໍ? ພວກ​ເຂົາ​ເຈົ້າທີ່​ຈິງ​ແລ້ວ
​ ມີ​ພວກ​ສືບ​ລັບ​ຢູ່​ໃນ​ຜືນ​ແຜ່ນ​ດິນ​ຂອງ​ສະ​ຫະ​ລັດ​ບໍ່ ເພື່ອ​ຈະ​ເຮັດ​ແນວນັ້ນ​ໄດ້? ມີ​ອັນ
​ໃດ​ແດ່ ​ທີ່​ພວກ​ເຮົາ​ຮູ້. ຂ້າ​ພະ​ເຈົ້າ​ຄິດ​ວ່າ ໃນ​ບໍ່​ພໍ​ເທົ່າ​ໃດ​ອາທິດ​ຂ້າງ​ໜ້ານີ້ ພວກ​ເພິ່ນ
​ອາດຈະ​ເລີ້ມ​ສະ​ແດງ​ຫລັກ​ຖານ​ອອກ​ມາ​ໃຫ້​ເຫັນ​ຢ່າງ​ຊ້າໆ, ​ຢ່າງ​ໜ້ອຍ​ທ່ານ​ກໍ​ຫວັງ​ວ່າ
​ຈະ​ເປັນ​ເຊັ່ນ​ນັ້ນ. ເພາະ​ວ່າ​ອັນ​ນີ້ ເປັນ​ການ​ກ່າ​ວຫາ​ທີ່ໃຫຍ່​ຫລາຍ.”

ແຕ່​ຢ່າງ​ໃດ​ກໍ​ຕາມ, ຄຳ​ປາ​ໄສ​ດັ່ງ​ກ່າວກໍ​ເປັນ​ເລື້ອງ​ທີ່​ໜ້າ​ສົນ​ໃຈ ເພາະ​ວ່າ ສະ​ຫະ​ລັດ
ໄດ້​ມີ​ລາຍ​ການ​ຂອງ​ຄວາມບໍ່​ພໍ​ໃຈ​ຕໍ່​ຈີນ ທີ່​ຍາວ​ຢຽດ.

..ຊຶ່ງ​ລວມ​ທັງ ການ​ຫັນ​ເອົາ​ເຂດ​ທະ​ເລ​ຈີນ​ໃຕ້ ໃຫ້​ເປັນ​ເຂດ​ທີ່​ໃຊ້​ໃນ​ການ​ທະ​ຫານ....

... ແລະ​ການ​ກ່າວ​ຫາ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຕໍ່​ກຸ່ມ​ສາດ​ສະ​ໜາ ແລະ​ຊົນ​ເຜົ່າ​ກຸ່ມ​ນ້ອຍ.

ກ່ຳ​ປັ່ນ​ທີ່​ຕິດ​ເຄື່ອງ​ຍິງລູກ​ສອນ​ໄຟ​ນຳ​ວິ​ຖີ USS Decatur (DDG 73) ໃນເຂດ​ທະ​ເລ​ຈີນ​ໃຕ້ ທີ່​ຈີນ​ພະ​ຍາ​ຍາມ​ຫັນ ໃຫ້​ເປັນ​ເຂດ​ທີ່​ໃຊ້ ​ໃນ​ການ​ທະ​ຫານ, ໃນ​ວັນ​ທີ 13 ຕຸ​ລາ, 2016
ກ່ຳ​ປັ່ນ​ທີ່​ຕິດ​ເຄື່ອງ​ຍິງລູກ​ສອນ​ໄຟ​ນຳ​ວິ​ຖີ USS Decatur (DDG 73) ໃນເຂດ​ທະ​ເລ​ຈີນ​ໃຕ້ ທີ່​ຈີນ​ພະ​ຍາ​ຍາມ​ຫັນ ໃຫ້​ເປັນ​ເຂດ​ທີ່​ໃຊ້ ​ໃນ​ການ​ທະ​ຫານ, ໃນ​ວັນ​ທີ 13 ຕຸ​ລາ, 2016

ທ່ານ ຄາ​ຊຽນ​ນິ​ສ ກ່າວ​ຜ່ານ​ສະ​ກ​ພ໌ ​ອີກວ່າ "ຂ້າ​ພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ບໍ່​ສາ​ມາດ​
ມີຄວາມ​ຄິດ​ຜິດໆ ກ່ຽວ​ກັບ​ນະ​ໂຍ​ບາຍ​ດັ່ງ​ກ່າວນີ້: ມັນ​ແມ່ນ ຍຸດ​ທະ​ສາດ​ທີ່​ມີ​ຂອບ
​ເຂດ​ຈຳ​ກັດ​ຂອງສັດ​ຕະ​ວັດ​ທີ 21. ສິ່ງ​ທີ່ຄະ​ນະ​ລັດ​ຖະ​ບານຊຸດນີ້ ​ເຫັນ​ໃນ​ຈີນ ໂດຍ
​ພື້ນ​ຖານ​ແລ້ວ ແມ່ນເປັນ ການ​ນາບ​ຂູ່ ບາງ​ເທື່ອ​ແມ່ນ​ກະ​ທັງ​ເທົ່າໆ​ກັນ​ກັບສະ​ຫະ​
ພາບ​ໂຊ​ຫວຽດ ຢູ່​ໃນສະ​ໄໝ​ທີ່​ມີ​ຄວາມ​ຮຸ່ງ​ເຮືອງ​ທີ່​ສຸດ.”

ບາງ​ເທື່ອມັນອາດ​ຈະ​ມີການ​ໂຈມ​ຕີຕາມແນວ​ທາງຂອງ​ທຳ​ນຽບ​ຂາວທີ່​ຮຸນ​ແຮງກວ່ານັ້ນ
ຕໍ່ຈີນ ກໍອາດເປັນໄປໄດ້.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

The United States is making its most pointed allegations yet that China is targeting the American political system. The accusations came in a speech Thursday by U.S. Vice President Mike Pence. But Pence included no new concrete examples of Chinese interference, as VOA's Bill Gallo reports.]]

Donald Trump has long referred to Chinese President Xi Jinping as his friend, even while engaging in a trade war with China. There's fresh evidence the relationship is in trouble.

In a speech Thursday, Vice President Mike Pence lashed out at China, accusing Beijing of interfering in U.S. politics.

MIKE PENCE, US VICE PRESIDENT said
"To put it bluntly: President Trump's leadership is working and China wants a different American president."

Pence pointed to a recent advertisement in a Midwestern U.S. newspaper. Though paid for by Chinese state media, the ad was made to look like a news story.

MIKE PENCE, US VICE PRESIDENT said
"Beijing is pursuing a comprehensive and coordinated campaign to undermine support for the president, our agenda, and our nation's most cherished ideals."

But Pence didn't back up those assertions with any other new instances of Chinese interference in U.S. elections - a fact that puzzled some observers.

HARRY KAZIANIS, CENTER FOR THE NATIONAL INTEREST said
"The administration hasn't exactly wheeled out its evidence. What are the Chinese doing to manipulate public opinion? Are they using social media? Do they actually have intelligence assets on the ground in the United States to do this? We don't know. I think in the weeks to come they are probably going to slowly roll out the evidence, at least you'd have to hope so. Because this is a pretty big accusation."

However, the speech was notable, since it laid out a long list of U.S. complaints about China...

...including the militarization of the South China Sea...

... and alleged rights abuses against religious and ethnic minority groups.

HARRY KAZIANIS, CENTER FOR THE NATIONAL INTEREST said
"I think we can't have any illusions about what this policy is: it's a 21st century containment strategy. What this administration sees in China is essentially a threat maybe even on par as big as the Soviet Union in its heyday."

Perhaps the onset of an even more aggressive White House approach to China.

XS
SM
MD
LG