ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໙ ເມສາ ໒໐໒໕

ຮອງປະທານາທິບໍດີ ສຫລ ເຂົ້າຮ່ວມ ງານປອງດອງສາມັກຄີ ຂອງພວກລີ້ໄພ ຊາວເວເນຊູເອລາ ໃນລັດຟລໍຣີດາ


ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ເດີນທາງໄປຮອດ ສູນກາງສາສະໜາຄຣິສ ຊື່ວ່າ Iglesia Doral Jesus Worship Center ເພື່ອເຂົ້າຮ່ວມ ໃນການປຶກສາຫາລື ໂຕະມົນ ກ່ຽວກັບ ວິກິດການ ດ້ານການເມືອງ ໃນເວເນຊູເອລາ ກັບ ບັນດາຜູ້ນຳຊຸມຊົນ ໃນເມືອງ ໂດໂຣລ ລັດຟໍຣີດາ, ວັນທີ 1 ກຸມພາ 2019.
ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ເດີນທາງໄປຮອດ ສູນກາງສາສະໜາຄຣິສ ຊື່ວ່າ Iglesia Doral Jesus Worship Center ເພື່ອເຂົ້າຮ່ວມ ໃນການປຶກສາຫາລື ໂຕະມົນ ກ່ຽວກັບ ວິກິດການ ດ້ານການເມືອງ ໃນເວເນຊູເອລາ ກັບ ບັນດາຜູ້ນຳຊຸມຊົນ ໃນເມືອງ ໂດໂຣລ ລັດຟໍຣີດາ, ວັນທີ 1 ກຸມພາ 2019.

ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ໄດ້ພົບປະກັບ ພວກ​ລີ້​ໄພ ແລະ
ບັນດາຜູ້ນຳຊຸມຊົນ ຊາວເວນາຊູເອລາ ໃນນະຄອນ ໄມອາມີ ລັດຟໍຣີດາ ໃນວັນສຸກ
ວານນີ້.

ທ່ານຮອງປະທານາທິບໍດີ ເຂົ້າຮ່ວມໃນການປຶກສາຫາລືໂຕະມົນ ກັບກຸ່ມຜູ້ຂໍລີ້ໄພ
ແລະບັນດາຜູ້ນຳຊຸມຊົນດັ່ງ​ກ່າວ ຢູ່ທີ່ສູນກາງສາສະໜາທີ່ປາກເວົ້າພາສາ ສະເປນ.

ຄາດກັນວ່າ ທ່ານເພັນສ໌ ຍັງຈະໄດ້ກ່າວຄຳປາໄສ ຢູ່ທີ່ງານປອງດອງສາມັກຄີ ທີ່ໄດ້
ຈັດຂຶ້ນ ຢູ່ສະຖານທີ່ແຫ່ງດຽວກັນນັ້ນ ຄື ຢູ່​ທີ່ສູນກາງ​ສາ​ສະ​ໜາ​ຄ​ຣິ​ສ​ ຫຼື Iglesia
Doral Jesus Worship Center.

ໃນວັນພະຫັດຜ່ານ​ມານີ້ ຜູ້ນຳຝ່າຍຄ້ານຂອງເວເນຊູເອລາ ທ່ານ ຮວານ ກວາອີໂດ
ໄດ້ກ່າວວ່າ ກຳລັງຮັກສາຄວາມປອດໄພ ໄດ້ໄປປາ​ກົດໂຕຢູ່ທີ່ບ້ານ​ພັກ ຂອງຄອບຄົວ
ທ່ານ ໃນນະຄອນຫຼວງ ກາຣາກາສ ໂດຍພະຍາຍາມຈະຂົ່ມຂູ່ທ່ານ.

ຢູ່ໃນທວີດເຕີ ທ່ານ ກວາອີໂດ ໄດ້ກ່າວວ່າ ພວກເຈົ້າໜ້າທີ່ຕຳຫຼວດ ໄດ້ເດີນທາງໄປ
ຮອດບ້ານ​ພັກດັ່ງກ່າວ ແລ້ວກໍຖາມຫາພັນລະຍາ ຂອງທ່ານ ກວາອີໂອ ທ່ານນາງ
ຟາບີອານາ. ທ່ານ ກວາອີໂອ ກ່າວວ່າ ເຫດການໄດ້ເກີດຂຶ້ນ ໃນຂະນະທີ່ ລູກສາວໄວ
ນຶ່ງປີປາຍ ຫຼື 20 ເດືອນ ຂອງທ່ານ ແມ່ນກຳລັງຢູ່ໃນບ້ານ​ພັກ​ກັບ ແມ່ນຕູ້ຂອງນາງ.
ທ່ານໄດ້ກ່າວວ່າ ຖ້າຫາກມີຫຍັງກໍຕາມ ເກີດຂຶ້ນກັບລູກສາວ ທ່ານຈະໃຫ້ຜູ້ນຳ ສັງຄົມ
ນິຍົມ ນິໂຄຣັສ ມາດູໂຣ ທີ່ກຳລັງຖືກໂຈມຕີຢູ່ນີ້ ​ເປັນ​ຜູ້ຮັບຜິດຊອບ. ບໍ່​ມີ​ຄຳ​ຕອບ​ ໃນ
​ທັນ​ທີ​ທັນ​ໃດ​ ຈາກ​ລັດ​ຖະ​ບານ​ຂອງ ​ທ່ານ ​ມາ​ດູ​ໂຣ.

Venezuelan Interim President Says Security Forces Threatened His Family
please wait

No media source currently available

0:00 0:01:04 0:00

ໃນການໃຫ້ຄຳເຫັນຕໍ່ບັນດານັກຂ່າວ ໃນເວລາຕໍ່ມາ ທ່ານກວາອີໂອ ໄດ້ຂອບອົກ
ຂອບໃຈ ພວກເພື່ອນບ້ານໃກ້ຄຽງ ຜູ້ທີ່ໄດ້ພາກັນຟ້າວໄປຍັງ ານ​ພັກຂອງທ່ານ ແລ້ວ
ເຄາະໝໍ້ ເຄາະກະທະ ເພື່ອຮຽກຮ້ອງຄວາມສົນໃຈ ໃນການໄປ​ຫາຂອງພວກຕຳຫຼວດ
ນັ້ນ. ທ່ານກວາອີໂດ ກ່າວວ່າ ພວກເພື່ອນບ້ານ ໄດ້ພາກັນຢູ່ ໃນບໍລິເວນບ້ານ​ພັກຕໍ່ໄປ
ເພື່ອປົກປ້ອງຄອບຄົວຂອງທ່ານ ໃນຂະນະທີ່ ພວກເຈົ້າໜ້າທີ່ ຄົ້ນຫາພາຍໃນບໍລິເວນ
ຢູ່ນັ້ນ.

ທ່ານກວາອີໂອ ຊຶ່ງເປັນປະທານ​ສະ​ພາ​ແຫ່ງ​ຊາດທີ່​ຄວບ​ຄຸມ​ໂດຍພັກຝ່າຍຄ້ານ ໄດ້
ປະກາດຕົນເອງວ່າ ເປັນປະທານາທິບໍດີ ໃນໄລຍະຂ້າມຜ່ານ ເມື່ອສັບປະດາ ແລ້ວນີ້
ລຸນຫຼັງທີ່ສະພາໄດ້ປະກາດວ່າ ການເລືອກຕັ້ງຄືນໃໝ່ຂອງ ທ່ານ ມາດູໂຣ ໃນເດືອນ
ພຶດສະພາ ປີ 2018 ແມ່ນບໍ່ຊອບ​ທຳຍ້ອນ​ວ່າພວກຜູ້ສະໝັກຝ່າຍຄ້ານ ສ່ວນຫຼາຍ ໄດ້ພາກັນຂວ້ຳບາດການແຂ່ງຂັນ ຫຼືບໍ່ກໍຖືກຫ້າມບໍ່ໃຫ້ລົງສະໝັກເຂົ້າ ຮ່ວມໃນການ
ແຂ່ງຂັນ.

ສ່ວນ ສະຫະລັດ ກໍຮັບຮູ້ວ່າ ທ່ານ ກວາອີໂດ ເປັນຜູ້ນຳໃນໄລຍະຂ້າມຜ່ານ ຂອງ
ປະເທດນັ້ນ.​

ໃນ​ບົດ​ອອກ​ຄຳ​ເຫັນ ​ຕໍ່​ໜັງ​ສື​ພິມ New York Times ທີ່​ພິມ​ອອກເມື່ອຕົ້ນສັບປະດາ
​ຜ່ານ​ມານີ້, ທ່ານກວາ​ອີ​ໂດ​ເວົ້າ​ວ່າ ມີຫຼາຍກວ່າ 50 ປະ​ເທດ​ແລ້ວ ​ທີ່​ໄດ້​ຮັບ​ຮູ້​ທ່ານ ວ່າ
ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ ໃນ​ໄລ​ຍະ​ຂ້າມ​ຜ່ານ ຫລືບໍ່ ກໍຮັບຮູ້ວ່າ ເປັນ ປະ​ທານ​ສະ​ພາ​ແຫ່ງ​ຊາດ
ທີ່ມີອຳນາດຢ່າງຊອບທຳ ໃນເວເນຊູເອລາ. ທ່ານກ່າວ ວ່າ ທ່ານໄດ້ເລີ້ມຂັ້ນຕອນການ
ແຕ່ງຕັ້ງ ບັນດາເອກອັກຄະລັດຖະທູດ ປະ​ຈຳ​ປະ​ເທດ​ຕ່າງໆ​ແລ້ວ ແລະ​ກໍ​ໄດ້ "ຊອກ​ຫາ
ແຫລ່ງ ທີ່ຕັ້ງຊັບສິນຂອງຊາດ ແລະເກັບກູ້​ເອົາ​ຄືນມາ ຊຶ່ງອາດຕົກຄ້າງ ຢູ່​ຕ່າງ​ປະ​ເທດ​
ນັ້ນ."

ອົງການຂ່າວຣອຍເຕີ ໄດ້ອ້າງເຖິງຄຳເວົ້າ ພວກນັກການທູດຂອງຢູໂຣບ ສອງທ່ານ ທີ່
ກ່າວວ່າ ບັນດາລັດຖະບານຂອງສະຫະພາບຢູໂຣບ ໄດ້ປະກາດວ່າ ຕົນຈະເຄື່ອນໄຫວ
ເພື່ອຮັບຮູ້ວ່າ ທ່ານ ກວາອີໂອ ເປັນປະທານາທິບໍດີ ໄລຍະຂ້າມຜ່ານ ຂອງເວເນຊູເອລາ
ໃນສັບປະດາໜ້າ.

The vice president is participating in a round table discussion with the exiles and community leaders at a Spanish-speaking worship center.

He also is expected to deliver remarks at a solidarity event held at the same location, the Iglesia Doral Jesus Worship Center.

On Thursday, Venezuelan opposition leader Juan Guaido said security forces showed up at his family's Caracas apartment in an effort to intimidate him.

In a tweet, Guaido said police agents arrived at the apartment asking for Guaido's wife, Fabiana. Guaido said the incident happened while his 20-month-old daughter was home with her grandmother. He said if anything happened to the child he would hold embattled socialist leader Nicolas Maduro responsible. There was no immediate response from the Maduro government.

In comments to reporters, Guaido later thanked his neighbors who rushed to the apartment banging pots and pans to call attention to the police visit. He said the neighbors stayed at the apartment to protect his family while agents searched the premises.

Guaido, the president of the opposition-controlled National Assembly, declared himself interim president last week after the Assembly declared that Maduro's re-election last May was illegitimate, as most opposition candidates either boycotted the race or were barred from running.

XS
SM
MD
LG