ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ​ນາງ ເພ​ໂລ​ຊີ ພົບ​ປະ​ກັບ​ປະ​ທານເກາະ ໄຕ້​ຫວັນ ແລະ ສະ​ມາ​ຊິກ​ສະ​ພາ


ປະ​ທານ​ສະ​ພາ​ຕ່ຳ ສະ​ຫະ​ລັດ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ (ກາງ), ຍົກ​ມື​ທັກ​ທາຍ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ຮອດ​ສະ​ພາ​ແຫ່ງ​ຊາດ​ໃນ​ນະ​ຄອນຫຼວງ ໄທ​ເປ, ໄຕ້​ຫວັນ, 3 ສິງ​ຫາ 2022.
ປະ​ທານ​ສະ​ພາ​ຕ່ຳ ສະ​ຫະ​ລັດ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ (ກາງ), ຍົກ​ມື​ທັກ​ທາຍ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ຮອດ​ສະ​ພາ​ແຫ່ງ​ຊາດ​ໃນ​ນະ​ຄອນຫຼວງ ໄທ​ເປ, ໄຕ້​ຫວັນ, 3 ສິງ​ຫາ 2022.

ປະ​ທານ​ສະ​ພາ​ຕ່ຳ ສະ​ຫະ​ລັດ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ໄດ້​ກ່າວ​ໃນ​ວັນ​ພຸດມື້ນີ້​ວ່າ ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ຂອງ​ທ່ານ​ນາງ​ໄດ້​ໄປ​ຢ້ຽມ​ຢາມ ໄຕ້​ຫວັນ “ເພື່ອ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ຢ່າງ​ຊັດ​ເຈນ​ວ່າ ພວ​ກ​ເຮົາ​ຈະ​ບໍ່​ປະ​ຖິ້ມ ໄຕ້​ຫວັນ.”

ທ່ານ​ນາງ ເພ​ໂລ​ຊີ ໄດ້​ກ່າວ​ວ່າ “ຕອນນີ້, ເຊິ່ງ​ແມ່ນຫຼາຍກວ່າ​ທີ່​ເຄີຍ​ມີ​ມາ, ຄວາມ​ສາ​ມັກ​ຄີ​ຂອງ ອາ​ເມ​ຣິ​ກາ ກັບ​ໄຕ້​ຫວັນ ແມ່ນ​ສຳ​ຄັນຫຼາຍ, ແລະ​ຂໍ້​ຄວາມ​ນັ້ນ​ທີ່​ພວກ​ເຮົາ​ໄດ້​ນຳ​ມາ​ທີ່ນີ້, ໃນ​ມື້ນີ້.”

ທ່ານ​ນາງ​ໄດ້​ກ່າວ​ຢ້ຳເຖິງ​ຮ່າງ​ກົດ​ໝາຍ​ ສະ​ຫະ​ລັດ ທີ່​ຖືກ​ຮັບ​ຜ່ານ​ໃໝ່​ໃນ​ການ​ຂະ​ຫຍາຍ​ການ​ຜະ​ລິດ ໄມ​ໂຄ​ຣ​ຊິບ ຫຼື ເຊ​ມີ​ຄອນ​ດັກ​ເຕີ ພາຍ​ໃນ​ປະ​ເທດ ແລະ ຊ່ວຍ​ເຫຼືອ​ບັນ​ດາ​ບໍ​ລິ​ສັດ ສະ​ຫະ​ລັດ ແຂ່ງ​ຂັນ​ກັບຈີນ. ທ່ານ​ນາງ ເພ​ໂລ​ຊີ ໄດ້​ກ່າວ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຂອງໄຕ້​ຫວັນ ວ່າ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ “ຈະ​ສະ​ໜອງ​ໂອ​ກາດ​ທີ່​ໃຫຍ່ກວ່າ​ເກົ່າ ​ສຳ​ລັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ ສະ​ຫະ​ລັດ ແລະ ໄຕ້​ຫວັນ.”

ຈີນ ໄດ້​ສະ​ແດງ​ການ​ຄັດ​ຄ້ານ​ຢ່າ​ງ​ຮຸນ​ແຮງ​ຕໍ່​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາງ ເພ​ໂລ​ຊີ, ໂດຍ​ເຕືອນ​ວ່າ​ມັນ​ຈະ​ເປັນ​ການ​ລ່ວງ​ລະ​ເມີດ​ທີ່​ຮັບເອົາ​ບໍ່​ໄດ້ ກ່ຽວ​ກັບ ສິ່ງ​ທີ່​ເຂົາ​ເຈົ້າ​ຖືວ່າ​ເປັນ​ເຂດອະ​ທິ​ປະ​ໄຕຂອງ​ຕົນ​ຕໍ່ເກາະ​ທີ່​ປົກ​ຄອງ​ຕົນ​ເອງແຫ່ງ​ນັ້ນ.

ບໍ່​ດົນຫຼັງ​ຈາກ​ທ່ານ​ນາງ ເພ​ໂລ​ຊີ ໄດ້​ເດີນ​ທາງ​ຮອດ​ເມື່ອ​ຕອນ​ເດິກ​ຂອງວັນ​ອັງ​ຄານ​ວານນີ້, ຈີນ ໄດ້​ຮຽກ​ຕົວເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ແລະ ໄດ້​ປະ​ກາດ​ການ​ຊ້ອມ​ລົບ​ດ້ວຍ​ລູກ​ປືນ​ແທ້​ໃກ້​ກັບ ໄຕ້​ຫວັນ, ລວມ​ທັງ “ການ​ຍິງ​ລູກ​ປືນ​ແທ້​ໄລ​ຍະ​ໄກ” ໃນ​ຊ່ອງ​ແຄບ ໄຕ້​ຫວັນ, ເຊິ່ງ​ແບ່ງ​ແຍກ​ເກາະ​ດັ່ງ​ກ່າວ​ອອກ​ຈາກ​ຈີນ ແຜ່ນ​ດິນ​ໃຫຍ່ ແລະ ເສັ້ນ​ທາງ​ການ​ເດີນ​ກຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ທີ່​ສຳ​ຄັນ.

ປັກ​ກິ່ງ ໃນ​ວັນ​ພຸດມື້ນີ້​ຍັງ​ໄດ້​ກຳ​ນົດ​ການຫຼຸດ​ຜ່ອນ​ການ​ນຳ​ເຂົ້າ​ໝາກ​ໄມ້ ແລະ ປາ​ຈາກໄຕ້​ຫວັນ.

ໄຕ້​ຫວັນ ແລະ ຈີນ ໄດ້​ແຍກ​ອອກ​ຈາກກັນ​ໃນ​ປີ 1949 ຫຼັງ​ຈາກ​ສົງ​ຄາມ​ກາງ​ເມືອງ, ດ້ວຍກອງ​ກຳ​ລັງ​ຊາດ​ນິ​ຍົມ​ທີ່ຜ່າຍ​ແພ້​ໄດ້ຫຼົບ​ໜີ​ໄປ​ຢູ່ໄຕ້​ຫວັນ ແລະ ຕັ້ງ​ລັດ​ຖະ​ບານ​ທີ່​ຕໍ່​ມາ​ໄດ້​ເຕີບ​ໂຕຂຶ້ນ​ເປັນ​ດິນ​ແດນ​ທີ່​ມີປະ​ຊາ​ທິ​ປະ​ໄຕສະ​ຫວ່າງ​ສະ​ໄຫວ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ, ພັກ​ຄອມ​ມູ​ນິ​ສ ຈີນ ໄດ້​ປະ​ຕິ​ຍານ​ທີ່​ຈະ​ເອົາ​ ໄຕ້​ຫວັນ ຄືນ, ດ້ວຍ​ການ​ໃຊ້​ກຳ​ລັງ​ຖ້າ​ມີ​ຄວາມ​ຈຳ​ເປັນ, ເຖິງ​ແມ່ນ​ວ່າ​ເກາະ​ດັ່ງ​ກ່າວ​ແມ່ນບໍ່​ເຄີຍ​ຖືກ​ປົກ​ຄອງ​ໂດຍ​ພັກ​ຄອມ​ມູ​ນິ​ສຈັກ​ເທື່ອ​ກໍ​ຕາມ.

ສະ​ຫະ​ລັດ ໄດ້​ຕັດ​ສາຍ​ພົວ​ພັນ​ຢ່າງ​ເປັນ​ທາງ​ການ​ກັບ ໄຕ້​ຫວັນ ໃນ​ປີ 1979 ເວ​ລາ​ທີ່​ເຂົາ​ເຈົ້າ​ໄດ້​ປ່ຽນ​ການ​ຮັບ​ຮູ້​ທາງ​ການ​ທູດ​ຕໍ່ ຈີນ. ແນວ​ໃດ​ກໍ່​ຕາມ, ສະ​ຫະ​ລັດ ໄດ້​ສືບ​ຕໍ່​ຮັກ​ສາ​ສາຍ​ພົວ​ທີ່ບໍ່​ເປັນ​ທາງ​ການ​ກັບ ໄຕ້​ຫວັນ ແລະ ສະ​ໜອງ​ອາ​ວຸດ​ປ້ອງ​ກັນ​ຕົວ​ໃຫ້​ເຂົາ​ເຈົ້າ​ດັ່ງ​ທີ່​ຖືກມອບ​ໝາຍ​ໂດຍ​ລັດ​ຖ​ະ​ສະ​ພາສະ​ຫະ​ລັດ.

ເປັນ​ເວ​ລາຫຼາຍ​ທົດ​ສະ​ວັດ​ແລ້ວ, ກົດ​ໝາຍ​ຄວາມ​ສົມ​ດຸນ ໄດ້​ຊ່ວຍ​ຮັກ​ສາ​ສັນ​ຕິ​ພາບ​ຂ້າມ​ຊ່ອງ​ແຄບ, ແຕ່​ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມາ ບັນ​ດາ​ຜູ້​ນຳ ຈີນ ໄດ້​ມີ​ຄວາມ​ເປັນ​ຫ່ວງ​ຍິ່ງ​ຂຶ້ນ​ວ່າ ວໍ​ຊິງ​ຕັນ ອາດ​ຫັນ​ໄປ​ໃຫ້​ການ​ສະ​ໜັບ​ສະ​ໜູນ ໄຕ້​ຫວັນ ຫຼາຍກວ່າ​ເກົ່າ.

ໃນ​ສາມ​ໂອ​ກາດທີ່​ແຍກ​ອອກ​ຕ່າງຫາກ, ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໄດ້​ລະ​ບຸ​ວ່າ ສະ​ຫະ​ລັດ ຈະ​ປ້ອງ​ກັນ ໄຕ້​ຫວັນ ດ້ວຍ​ທະ​ຫານ​ຖ້າ ຈີນ ບຸກ​ເຂົ້າ​ໄປ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG