ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ເລືອກ​ຕັ້ງ​ ປະ​ທາ​ນາ​ທິ​ບໍ​ດີ ​ໃນ​ປະ​ເທດ ​ກີ​ນີ ບິ​ສ​ຊາວ 'ມີ​ຄວາມ​ສະ​ຫງົບ​ສຸກ'


ປະ​ທາ​ນາ​ທິ​ບໍ​ດີ ຂອງ​ກີ​ນີ ບິ​ສ​ຊາວ ທ່ານ​ໂຮ​ເຊ້ ມາ​ຣີ​ ວາ​ຊ ໂບກ​ມື ໃນ​ຂະ​ນະ​ທີ່ ຈະ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ ຢູ່​ໃນ​ນະ​ຄອນຫຼວງ ບິ​ສ​ຊາວ, ​ເມື່ອ​ວັນ​ທີ 24 ພະ​ຈິກ 2019.
ປະ​ທາ​ນາ​ທິ​ບໍ​ດີ ຂອງ​ກີ​ນີ ບິ​ສ​ຊາວ ທ່ານ​ໂຮ​ເຊ້ ມາ​ຣີ​ ວາ​ຊ ໂບກ​ມື ໃນ​ຂະ​ນະ​ທີ່ ຈະ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ ຢູ່​ໃນ​ນະ​ຄອນຫຼວງ ບິ​ສ​ຊາວ, ​ເມື່ອ​ວັນ​ທີ 24 ພະ​ຈິກ 2019.

ຂັ້ນ​ຕອນ​ຂອງ​ການ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຂອງ​ປະ​ເທດ​ ກີ​ນີ ບິ​ສ​ຊາວ ໃນ​ວັນ​ອາ​ທິດ​ວານນີ້ ແມ່ນ “ມີ​ຄວາມ​ສະ​ຫງົບສຸກ ງຽບ​ດີ ແລະ ເປັນ​ລະ​ບຽບຮຽບ​ຮ້ອຍ” ທ່ານ​ໂອ​ເດີ​ເມຍ​ໂຣ ບາ​ໂລຍ ໄດ້​ກ່າວ​ໄປ ຜູ້​ທີ່​ເປັນ​ຫົວ​ໜ້າ​ນຳ​ພາ​ຄະ​ນະ​ຜູ້​ສັງ​ເກດ​ການ​ສາ​ກົນ ຈາກ​ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ທີ່​ປາກ​ເວົ້າ​ພາ​ສາ​ປອກ​ຕຸ​ຍການ. ຜົນ​ຂອງ​ການ​ປ່ອນ​ບັດ ແມ່ນ​ຄາດ​ກັນ​ວ່າ ຈະ​ອອກ​ມາ​ໃນ​ວັນ​ພະ​ຫັດ​ຈະ​ມາ​ເຖິງນີ້.

ປະ​ເທດ​ຢູ່​ໃນ​ເຂດ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ​ແຫ່ງນີ້ ບໍ່​ຄ່ອຍໄດ້​ພົບ​ເຫັນ​ ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ ນັບ​ຕັ້ງ​ແຕ່​ໄດ້​ຮັບ​ເ​ອກ​ກະ​ລາດ ຈາກ​ປອກ​ຕຸຍ​ການ ເມື່ອ 45 ປີ​ກ່ອນ.

ປະ​ທາ​ນາ​ທິ​ບໍ​ດີ ໂຮ​ເຊ້ ມາ​ຣີ​ໂອ ວາ​ຊ ຜູ້​ທີ່​ສະ​ແຫວງເອົາ​ຕຳ​ແໜ່ງ ​ສະ​ໄໝ​ທີ​ສອງ ໄລ​ຍະ 5 ປີ ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ພຽງ​ຄົນ​ດຽວ ​ນັບ​ຕັ້ງ​ແຕ່​ໄດ້​ຮັບ​ເອກ​ກະ​ລາດ ທີ່​ຢູ່ລອດ​ມາ​ໄດ້​ຄົບ​ສະ​ໄໝ ໂດຍບໍ່​ໄດ້​ຖືກ​ໂຄ່ນ​ລົ້ມ ຫຼື ຖືກ​ລອບ​ສັງ​ຫານ.

“ປະ​ຊາ​ຊົນ​ຂອງ​ກີ​ນີ ບິ​ສ​ຊາວ ມີ​ອະ​ທິ​ປະ​ໄຕ ແລະ​ຂ້າ​ພະ​ເຈົ້າ ຈະ​ເຄົາ​ລົບ​ນັບ​ຖື​ການ​ຕັດ​ສິນ​ໃຈ ຕາມ​ຫີບ​ປ່ອນ​ບັດ​ນັ້ນ” ທ່ານ​ວາ​ຊ ໄດ້​ກ່າວ​ໄປ ຫຼັງ​ຈາກທີ່​ໄດ້ປ່ອນ​ບັດລົງ​ຄະ​ແນນ​ສຽງ ຢູ່​ໃນ​ນະ​ຄອນຫຼວງ ບິ​ສ​ຊາວ. ທ່ານ​ກ່າວ​ອີກວ່າ “ຂ້າ​ພ​ະ​ເຈົ້າໄດ້​ສຳ​ເລັດ​ພາ​ລະ​ກິດ​ຂອງ​ຂ້າ​ພະ​ເຈົ້າແລ້ວ ໃນ​ການ​ຟື້ນ​ຟູ​ສັນ​ຕິ​ພາບ ແລະ​ສະ​ຖຽນ​ລະ​ພາບ.”

ຜູ້​ທ້າ​ຊີງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ​ທີ່​ສຳ​ຄັນ ກໍ​ຄື ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ທ່ານ​ໂດ​ມິງ​ໂກ​ສ໌ ຊີ​ໂມ​ສ໌ ເປີ​ແຣ​ຣາ ນຶ່ງ​ໃນ​ ນາ​ຍົກ​ລັດ​ຖະ​ມົນ​ຕີ 6 ຄົນ ທີ່​ທ່ານ​ວາ​ຊ ໄດ້​ປົດ​ອອກ​ຈາກ​ຕຳ​ແໜ່ງ ໃນ​ລະ​ຫວ່າງດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ່ນັ້ນ.

ທ່ານ ເປີ​ແຣ​ຣາ ຍັງ​ໄດ້​ປະ​ຕິ​ຍານ​ວ່າ ຈະ “ເຄົາ​ລົບ​ນັບ​ຖື” ຜົນ​ຂອງ​ການ​ເລືອກ​ຕັ້ງ. ທ່ານ​ກ່າວ​ວ່າ “ການ​ເລືອກ​ຕັ້ງ​ເຫຼົ່າ​ນີ້ ແມ່ນ​ສຳ​ຄັນ​ຍິ່ງ ເພື່ອ​ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ.”

ຜູ້​ສະ​ໝັກ 17 ຄົນ ທັງ​ໝົດ​ເປັນ​ເພດ​ຊາຍ ໄດ້​ລົງ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ.

ທ່ານ​ວາ​ຊ ໄດ້​ປົດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ​ອາ​ຣິ​ສ​ຕິດ​ສ໌ ໂກ​ເມັ​ສ ໃນ​ທ້າຍ​ເດືອນ​ຕຸ​ລາ ຜ່ານ​ມາ ແລະ ໄດ້​ແຕ່ງ​ຕັ້ງ​ຫົວ​ໜ້າ​ລັດ​ຖະ​ບານ​ຄົນ​ໃໝ່​. ແຕ່​ທ່ານ​ໂກ​ເມັ​ສ ໄດ້​ປະ​ຕິ​ເສດ​ທີ່​ຈະ​ລົງ​ຈາກ​ຕຳ​ແໜ່ງ. ຄະ​ນະ​ກຳ​ມະ​ການກຸ່ມປະ​ເທດ​ໃນ​ຂົງ​ເຂດ ຫຼືເອີ້ນ​ຫຍໍ້​ວ່າ ECOWEAS ໄດ້​ເຂົ້າ​ມາ​ແຊກ​ແຊງ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຄວາມ​ຮຸນ​ແຮງ​ລະ​ເບີດ​ຂຶ້ນ​ຢູ່​ໃນ​ປະ​ເທດ​ແຫ່​ງນີ້.

​ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG