ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການເຈລະຈາສັນຕິພາບ ໃນມຽນມາ ສະ​ແດງ​ໃຫ້​ເຫັນ ອິດທິພົນທີ່ມີເພີ້ມຂຶ້ນຂອງຈີນ


ເຈົ້າໜ້າທີ່ລັດຖະບານທະຫານຂອງມຽນມາ ແລະ ກອງທັບພັນທະມິດ 3 ຝ່າຍ - ປະກອບດ້ວຍ ກອງທັບອາຣາການ, ກອງທັບປົດປ່ອຍຊາດ ຕາ-ອັງ (Ta'ang), ແລະ ກອງທັບພັນທະມິດເພື່ອປະຊາທິປະໄຕແຫ່ງຊາດມຽນມາ (MNDAA) ພົບປະກັນຢູ່ເຂດມອງລາ (Mongla), ໃນພາກເໜືອຂອງລັດສານ ຂອງມຽນມາ ວັນທີ 2 ມິຖຸນາ 2023
ເຈົ້າໜ້າທີ່ລັດຖະບານທະຫານຂອງມຽນມາ ແລະ ກອງທັບພັນທະມິດ 3 ຝ່າຍ - ປະກອບດ້ວຍ ກອງທັບອາຣາການ, ກອງທັບປົດປ່ອຍຊາດ ຕາ-ອັງ (Ta'ang), ແລະ ກອງທັບພັນທະມິດເພື່ອປະຊາທິປະໄຕແຫ່ງຊາດມຽນມາ (MNDAA) ພົບປະກັນຢູ່ເຂດມອງລາ (Mongla), ໃນພາກເໜືອຂອງລັດສານ ຂອງມຽນມາ ວັນທີ 2 ມິຖຸນາ 2023

ການ​ເຈລະຈາ​ທີ່​ສະໜັບສະໜູນໂດຍ​ຈີນ​ຢູ່​ມຽນມາ​ລະຫວ່າງ​ລັດຖະບານທະຫານ ​ແລະ​ສາມ​ກອງທັບ​ຊົນ​ເຜົ່າ​ຂອງ​ມຽນມາ​ທີ່​ເອີ້ນ​ວ່າ​ພັນທະ​ມິດ​ອ້າຍ​ນ້ອງ, ​ເພື່ອ​ແນ​ໃສ່​ຊັກ​ຊວນ​ໃຫ້​ທັງ​ສາມກຸ່ມ ສະໜັບສະໜູນ​ແຜນການ​ເລືອກ​ຕັ້ງ​ຂອງ​ລັດຖະບານທະຫານ​ມຽນມາ ທີ່​ໄດ້​ສິ້ນ​ສຸດ​ລົງ​ໂດຍ​ບໍ່​ມີ​ການ​ຕົກລົງ​ໃດໆ ໃນ​ວັນ​ສຸກ​ແລ້ວ​ນີ້.

ກອງທັບ​ພັນທະ​ມິດ​ຂອງກອງ​ທັບ​ອາ​ຣາ​ການ, ກອງທັບ​ປົດ​ປ່ອຍ​ຊາດ ຕາ-ອັງ (Ta'ang), ​ແລະ ກອງທັບ​ພັນທະ​ມິດ​ເພື່ອປະ​ຊາ​ທິ​ປ​ະ​ໄຕ​ແຫ່ງ​ຊາດ​ມຽນ​ມາ (MNDAA) ​ໄດ້​ໃຫ້ການ​ຝຶກ​ອົບ​ຮົມທາງ​ທະຫານ ​ແລະ ສະ​ໜອງ​ການ​ສະ​ໜັບ​ສະ​ໜຸນ​ ​ແກ່​ກອງກຳລັງ​ຕໍ່ຕ້ານ​ລັດຖະບານທະຫານ.

ການ​ເຈ​ລະ​ຈາ​ໄດ້​ດຳ​ເນີນ​ເປັນ​ເວ​ລາ​ສອງ​ມື້​ຢູ່​ເຂດ ມອງລາ (Mongla) ໃນ​ພາກ​ເໜືອ​ຂອງ​ລັດສານ ຂອງ​ມຽນ​ມາ, ໃກ້​ກັບ​ຊາຍ​ແດນ​ຈີນ. ອີງຕາມລາຍງານຂ່າວທ້ອງຖິ່ນ, ການ​ພົບ​ປະ​ດັ່ງກ່າວ​ ມີ​ທ່ານ​ກົວ​ປາວ (Guo Bao), ທູດ​ພິ​ເສດ​ຂອງ​ຈີນ ​ຈາກ​ກົມ​ການ​ຕ່າງປະ​ເທດ​ແຂວງ​ຢຸນນານ​ທີ່​ຢູ່​ໃກ້​ຄຽງ​ຂອງ​ຈີນ ເຂົ້າ​ຮ່ວມ.

“ທັງສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ຄິດ​ເຫັນ​ກັນ ​ແລະ​ຕົກລົງ​ຈະ​ຈັດ​ກອງ​ປະຊຸມ​ຄັ້ງ​ທີ​ສອງ”, ທ່ານຈີ ມິນ (Kyi Myint) ​ໂຄສົກ​ຂອງ​ກອງທັບ​ພັນທະ​ມິດ​ປະຊາທິປະ​ໄຕ​ແຫ່ງ​ຊາດ ຊຶ່ງ​ແຍກ​ອອກ​ຈາກ​ກອງທັບ​ປະຊາທິປະ​ໄຕ​ແຫ່ງ​ຊາດ​ມຽນມາ ​ແລະ​ເປັນ​ນຶ່ງ​ໃນ​ກຸ່ມ​ທີ່​ອຳນວຍ​ຄວາມ​ສະດວກ ​ໃຫ້​ແກ່​ການ​ເຈລະຈາ​ດັ່ງກ່າວ ໄດ້ກ່າວ​ຕໍ່​ວີ​ໂອ​ເອ.

"ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ 3 ກຸ່ມ ​ໄດ້​ເຂົ້າ​ຮ່ວມ ​ເພື່ອ​ສະ​ແດງ​ຄວາມຄິດ​ເຫັນ​ ແລະ​ຮັບ​ຟັງ​ທັດສະນະ​ຂອງ​ລັດຖະບານທະຫານ." ອີງຕາມທ່ານ ຈີ ມິນ (Kyi Myint) ຜູ້​ປະສານ​ງານ​ກອງ​ປະຊຸມ​ ແລະ ທ່ານຍັງໄດ້ກ່າວຕື່ມວ່າ "ພວກເຂົາກ່າວວ່າ ພວກເຂົາຈະສົ່ງລາຍງານໄປຫາຄະນະກຳມະການບໍລິຫານສ່ວນກາງທີ່ກ່ຽວຂ້ອງ ຂອງພວກເຂົາ".

ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ລະ​ຫວ່າງ​ລັດ​ຖະ​ບານທະຫານ ​ແລະ​ບັນ​ດາ​ພັນ​ທະ​ມິດ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຈີນ ​ຖືເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ມີ​ການ​ກໍ່​ລັດຖະປະ​ຫານ​ໃນ​ປີ 2021.

"ພວກເຮົາບໍ່ເຕັມໃຈທີ່ຈະພົບປະກັບລັດຖະບານຖ້າບໍ່ມີຈີນ," ທ່ານ ຂ່າຍ ທູ ຄາ (Khaing Thu Kha) ໂຄສົກຂອງກອງທັບອາຣາການ (Arakan) ກ່າວໃນການໃຫ້ສໍາພາດທາງໂທລະສັບກັບວີໂອເອໃນວັນພະຫັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG