ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ​ກ່າວວ່າ ວີດີໂອ ຈາກຊີຄາໂກ ສະແດງໃຫ້ເຫັນ ຄວາມເຈັບປວດ ທີ່ໜ້າຢ້ານ ຍ້ອນກຽດຊັງຜິວ


ຮູບພາບຂອງພວກທີ່ຖືກກ່າວຫາ ດ້ວຍຄວາມຜິດຮ້າຍແຮງ ໃນການທຸບຕີໜຸ່ມນ້ອຍ ທີ່ຈິດໃຈບໍ່ສົມປະກອບ.
ຮູບພາບຂອງພວກທີ່ຖືກກ່າວຫາ ດ້ວຍຄວາມຜິດຮ້າຍແຮງ ໃນການທຸບຕີໜຸ່ມນ້ອຍ ທີ່ຈິດໃຈບໍ່ສົມປະກອບ.

ປະ​ທາ​ນາ​ທິບໍດີ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ວີ​ດີ​ໂອ​ທີ່​ສະ​ແດງ​ໃຫ້​ເຫັນ​ ພວກ​ຜູ້​ຕ້ອງສົງ​ໄສ​ຊາວ​ຜິວ​ດຳ​ 4 ຄົນທີ່​ນະຄອນ​ຊິ​ຄາ​ໂກ ​ໄດ້​ທໍລະມານໜຸ່ມ​ນ້ອຍ​ຜິວ​ຂາວ​ທີ່​ຈິດ​ໃຈ​ບໍ່​ສົມປະ ກອບ​ຜູ້​ນຶ່ງ “ແມ່ນ​ອຳນວຍ​ໃຫ້​ພວກ​ເຮົາໄດ້ເຫັນ ເຖິງ​ຄວາມເຈັບປວດອັນ​ໜ້າ​ຢ້ານ​ກົວທີ່​ ລັດທິແບ່ງແຍກ​ຜິວ​ພັນ ການຈຳ​ແນ​ກກີດ​ກັນ ​ແລະ​ຄວາມ​ກຽດ​ຊັງ​ໄດ້​ມີ​ຕໍ່​ບັນດາ​ຄອບ​ຄົວ​ແລະ​ປະຊາ​ຄົມ...”

ຜູ້​ຕ້ອງ​ສົງ​ໄສ​ໄດ້​ຖືກ​ຂໍ້​ຫາ ມີ​ຄວາມ​ຜິດ​ໃນ​ການກຽດ​ຊັງ​ດ້ານ​ຜິວ​ພັນ ຫຼັງ​ຈາກ​ມີການ​ກ່າວ​ຫາ​ວ່າ​ ພວກ​ເຂົາ​ອອກ​ເຟສບຸກ​ລາຍ​ຟ໌​ເປັນ​ເວລາ​ເກືອບ​ເຄິ່ງຊົ່ວ​ໂມງ ​ກ່ຽວກັບ​ການ​ທໍລະ ມານ​ຂອງ​ພວກ​ເຂົາ​ເຈົ້າຕໍ່​ໜຸ່ມ​ນ້ອຍ​ທີ່​ຈິດ​ໃຈ​ບໍ່​ສົມປະກອບ​ຜູ້ນັ້ນ.

ປະທານາທິບໍດີ​ກ່າວ​ວ່າ “ພວກ​ເຮົາ​ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຍັງ​ຈາກ​ການ​ທຳທ່າ​ວ່າການ​ແບ່ງ​ແຍກ​ເຊື້ອ​ຊາດ​ຜິວ​ພັນ​ບໍ່​ໄດ້​ມີ​ຢູ່ອີກ​ຕໍ່​ໄປ​ແລ້ວ ​ແລະ​ຄວາ​ມກຽດ​ຊັງ​ກໍບໍ່​ໄດ້​ຫລົງ​ເຫລືອ​ຢູ່. ພວກ​ເຮົາ​ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຍັງເລີຍ ຈາກ​ການ​ບໍ່​ກ່າວ​ເຖິງມັນ. ຄວາມ​ຈິງ​ທີ່​ວ່າ ສິ່ງ​ເຫລົ່ານີ້​ໄດ້​ປາກົດ​ອອກ​ມາ​ໃຫ້​ເຫັນ ໝາຍ​ຄວາມ​ວ່າ ​ພວກເຮົາ​ສາມາດ​ແກ້​ໄຂ​ໄດ້.”

​ໄອ​ຍະ​ການ​ໃນ​ເຂ​ດ​ເມືອງ Cook ລັດ​ອິລລີ​ນອຍໄດ້​ປະກາດ​ກ່ຽວ​ກັບ​ຄະດີ​ຄວາມກຽດ​ຊັງ​ທາງ​ດ້ານ​ຜິວ​ພັນ ​ແລະ​ຂໍ້ຫາ​ລັກພາໂຕ​ໃນ​ຕອນ​ບ່າຍ​ວັນ​ພະຫັດ​ວານ​ນີ້ ຕໍ່​ທ້າວ Jordan Hill ນາງ Brittany Covington ​ແລະ​ນາງ Tesfaye Cooper ຊຶ່ງ​ຕ່າງ​ກໍ​ມີ​ອາຍຸ 18 ປີ ​ແລະ​ນາງ Tanisha Covington ອາຍຸ 24 ປີ.

ວີ​ດີ​ໂອ​ຂອງ​ເຫດການ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ຊາວ​ຜິວ​ດຳ​ທັງ​ສີ່​ໄດ້ທຳຮ້າຍ​ແລະ​ທຸບ​ຕີ​ຊ້ຳ​ແລ້ວ​ຊ້ຳ​ອີກ ​ໜຸ່ມ​ນ້ອຍ​ຊາຍ​ຜິວ​ຂາວ ​ທີ່​ບໍ່​ໄດ້​ລະບຸ​ຊື່ ທີ່​ໄດ້​ຖືກມັດ​ ​ແລະ​ເອົາ​ເທບ​ຕິດ​ປາກ​ຜູ້ກ່ຽວ​ໄວ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG