ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ​ພອ​ລ ແອ​ລ​ລັນ ຜູ້ຮ່ວມ​ກໍ່​ຕັ້ງ ​ບໍ​ລິ​ສັດ Microsoft ​ເສຍ​ຊີ​ວິດແລ້ວ ຮວມ​ອາ​ຍຸ​ໄດ້​ 65 ປີ


ຜູ້ຮ່ວມ​ກໍ່​ຕັ້ງ​ບໍ​ລິ​ສັດ Microsoft ທ່ານ​ພອ​ລ ແອ​ລ​ລັນ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, 13 ທັນ​ວາ 2011.
ຜູ້ຮ່ວມ​ກໍ່​ຕັ້ງ​ບໍ​ລິ​ສັດ Microsoft ທ່ານ​ພອ​ລ ແອ​ລ​ລັນ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, 13 ທັນ​ວາ 2011.

ຜູ້ຮ່ວມ​ກໍ່​ຕັ້ງ​ບໍ​ລິ​ສັດ Microsoft ທ່ານ​ພອ​ລ ແອ​ລ​ລັນ (Paul Allen) ຜູ້​ຊຶ່ງທີ່ ມອງການ​ໄກ
ເຖິງ​ການນຳໃຊ້​ເຄື່ອງ​ຄອມ​ພິວ​ເຕີສ່ວນ​ຕົວ ຂອງພວກ​ຜູ້​ຄົນ​ ມາ​ນານກວ່າ 40 ປີ ນັ້ນ
ໄດ້​ເສຍ​ຊີ​ວິດ​ແລ້ວ ໃນ​ວັນ​ຈັນ​ວານນີ້ ຮວມ​ອາ​ຍຸ 65 ປີ.

ຄອບ​ຄົວ​ຂອງ​ທ່ານ ແອ​ລ​ລັນ ໄດ້ກ່າວ​ວ່າ ທ່ານ​ໄດ້ເສຍຊີ​ວິດ​ລົງ ​ໃນ​ນະ​ຄອນ ຊີ​ອາ​ເຕີ​ລ
ດ້ວຍ​ໂຣກມະ​ເຮັງ​ທີ່​ເອີ້ນ​ວ່າ non-Hodgkin’s lymphoma ຊຶ່ງ ​ແມ່ນ​ໂຣກ​ມະ​ເຮັງ​
ຊະ​ນິດ​ນຶ່ງທີ່​ທ່ານ​ໄດ້​ຕໍ່​ສູ້​ ມາ​ແຕ່​ປີ 2009 ພຸ້ນ.

ຫຼັງ​ຈາ​ກ​ທີ່​ໄດ້​ນ່າວ​ໂນ້ມ ທ່ານ ບິ​ລ ເກຕສ໌ ເພື່ອນ​ສະ​ໄໝມັດ​ທະ​ຍົມ​ປາຍ​ນຳ​ກັນໃຫ້​ລາ
​ອອກຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ຮາ​ເວີ​ຣ໌ດ ໃນ​ປີ 1975, ​ເພື່ອ​ພາ​ກັນ​ພັດ​ທະ ​ນາ​ແລະ​ສ້າງ
software ທີ່​ພວກສະ​ໝັກ​ຫຼິ້ນ ​ພາ​ກັນ​ສ້າງ​ຂຶ້ນ ​ເພື່ອ​ໃຊ້​ກັບ​ເຄື່ອງ​ຄອມ​ພິວ​ເຕີ ທີ່​ເຮັດ
​ເອງ​ນັ້ນ.

“ຂ້າ​ພະ​ເຈົ້າ​ຄາດ​ຫວັງ​ວ່າ ເຄື່ອງ​ຄອມ​ພິວ​ເຕີສ່ວນ​ຕົວ ຈະ​ເປັນ​ອຸບ​ປະ​ກອນ​ທີ່​ພວກ​
ຜູ້​ຄົນ​ພາ​ກັນ​ຖື​ຕິດ​ຕົວ​ໄປ, ເປັນ​ເພື່ອນ​ທີ່​ສາ​ມາດ​ຈົດ​ບັນ​ທຶກ​ຂໍ້​ມູນ​ຕ່າງໆ, ຄິດ​ໄລ່​
ຄຳ​ນວນ, ຈື່​ຈຳ​ແລະເຕືອນຄວາມ​ຈຳ, ກຳ​ກັບ​ພາ​ລະເລື້ອງ​ສ່ວນ​ຕົວ​ເປັນ​ຮ້ອຍ​ເປັນ
​ພັນ​ເລື້ອງ,”
ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ແອ​ລ​ລັນ ໄດ້​ຂຽນ​ລົງ​ໃນ​ວາ​ລະ​ສານ Personal
Computing ໃນ​ປີ 1977.

ທ່ານ​ແອ​ລ​ລັນ ແລະ​ທ່ານ​ເກ​ຕ​ສ໌ ໄດ້​ຕັ້ງ​ຊື່ບໍ​ລິສັດ​ຂອງ​ພວກທ່ານ​ວ່າ Microsoft
ແລະ​ໃຊ້​ເວ​ລາ​ອີກ​ຫຼາຍໆ​ປີ ໃນ​ການ​ພັດ​ທະ​ນາ software ທີ່​ໄດ້​ປ່ຽນ​ແປງທັງ​ໂລກ​ນັ້ນ.

ທ່ານ​ແອ​ລ​ລັນ ແລະ​ທ່ານ​ເກ​ຕ​ສ໌ ໄດ້​ແຍກທາງກັນ ໃນ​ປີ 1983, ແຕ່​ວ່າ​ທ່ານ​ແອ​ລ​ລັນ
ຍັງ​ເກັບ​ຮຸ້ນ​ຂອງ​ທ່ານ​ໄວ້​ກັບ​ບໍ​ລິ​ສັດ Microsoft ​ຢູ່​ທີ່​ພາ​ໃຫ້​ທ່ານ​ເປັນ​ມະ​ຫາ​ເສດ​ຖີ​ນັ້ນ.

​ທ່ານ​ເກຕ​ສ໌ ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂອງ​ທ່ານ​ແອ​ລ​ລັນ
ໃນ​ແລງວັນ​ຈັນ​ວານ​ນີ້.

“ຂ້າ​ພະ​ເຈົ້າ​ຫົວ​ໃຈ​ສະ​ຫຼາຍ ​ດ້ວຍ​ການ​ຈາກ​ໄປ​ຂອງ​ນຶ່ງ​ໃນ​ໝູ່​ເພື່ອນ​ທີ່​ເກົາ​ແກ່​ທີ່​ສຸດ
ແລະກໍເປັນ​ເພື່ອນ​ທີ່​ຮັກ​ແພງ​ໃກ້​ຊິດ​ທີ່​ສຸດ, ພອ​ລ ແອ​ລ​ລັນ,”
ນັ້ນ​ຄື​ຄຳ​ເວົ້າ ຂອງທ່ານ
ເກຕ​ສ໌ ທີ່ໄດ້ກ່າວໄວ້.​

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG