ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໃຊ້ຢາໄຂ້ເຫຼືອງ ບໍ່ເຕັມສ່ວນ ກໍພໍສາມາດ ປ້ອງກັນເຊື້ອໂຣກໄດ້ຢູ່


ເດັກຊາຍຄົນນຶ່ງຮ້ອງໄຫ້ ໃນຂະນະທີ່ລາວຖືກສັກຢາຕ້ານໄຂ້ເຫຼືອງ ທີ່ສູນສຸຂະພາບສາທາລະນະໃນເມືອງ ຊາວ ປາວໂລ, ປະເທດ ບຣາຊິລ.16 ມັງກອນ, 2018.
ເດັກຊາຍຄົນນຶ່ງຮ້ອງໄຫ້ ໃນຂະນະທີ່ລາວຖືກສັກຢາຕ້ານໄຂ້ເຫຼືອງ ທີ່ສູນສຸຂະພາບສາທາລະນະໃນເມືອງ ຊາວ ປາວໂລ, ປະເທດ ບຣາຊິລ.16 ມັງກອນ, 2018.

ເມື່ອຄັງຢາວັກຊີນ ໄຂ້ເຫຼືອງຫຼຸດໜ້ອຍລົງ, ແຕ່ການໃຊ້ຢາບາງສ່ວນກໍມີປະສິດທິຜົນ
ເຊັ່ນກັນ, ອີງຕາມການສຶກສາຄັ້ງໃໝ່.

ລາຍງານ ກ່ຽວກັບ ຢາວັກຊີນ, ເຊິ່ງປັດຈຸບັນນີ້ກຳລັງຂາດຕະຫຼາດ, ໄດ້ມີຂຶ້ນໃນຂະນະ
ທີ່ບັນດາເຈົ້າໜ້າທີ່ໃນປະເທດ ບຣາຊິລ ໄດ້ພະຍາຍາມທີ່ຍັບຢັ້ງການແຜ່ລະບາດ ກັບ
ສິ່ງທີ່ເຂົາເຈົ້າອະທິບາຍວ່າ ເປັນການຕໍ່ສູ້ເພື່ອຢາວັກຊີນຄັ້ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ
ດ້ວຍການໃຊ້ຢາພຽງບາງສ່ວນ.

ໄຂ້ເຫຼືອງ ແມ່ນໂຣກໄວຣັສທີ່ເກີດມາຈາກຍຸງ ພົບເຫັນໃນເຂດຮ້ອນ ຂອງອາຟຣິກາ ,
ອາເມຣິກາໃຕ້ ແລະ ອາເມຣິກາກາງ. ກໍລະນີທີ່ຮ້າຍແຮງສາມາດເຮັດໃຫ້ຫງຸດຫງິດ
ແລະ ເສຍຊີວິດໄດ້, ແຕ່ກໍລະນີສ່ວນໃຫຍ່ແມ່ນຈະເປັນໄຂ້, ປວດຕາມກ້າມເນື້ອ
ແລະ ຮາກ.

ໃນລະຫວ່າງການແຜ່ລະບາດຄັ້ງໃຫຍ່ໃນປະເທດ ສາທາລະນະລັດ ປະຊາທິໄປໄຕ
ຄົງໂກ ໃນປີ 2016 ນັ້ນ, ລັດຖະບານໄດ້ເພັ່ງເລັງໃສ່ການປ້ອງກັນໂຣກດັ່ງກ່າວຈາກ
ການແຜ່ລາມໃນນະຄອນຫຼວງ ຄິນຊາຊາ “Khinsasha.” ບັນດາເຈົ້າໜ້າທີ່ສາທາລະ
ນະສຸກ ໄດ້ເປີດການໂຄສະນາສັກຢາຄັ້ງໃຫຍ່ ທີ່ແນເປົ້າໃສ່ປະຊາຊົນ 7 ລ້ານ 6
ແສນຄົນ.

ແຕ່ການແຜ່ລະບາດ ໄດ້ເຮັດໃຫ້ຄັງຢາວັກຊີນໝົດກ້ຽງ. ດ້ວຍຄວາມຫວັງວ່າ ຈະຂະ
ຫຍາຍຢາທີ່ມີຢູ່ນັ້ນອອກໄປ, ອົງການອະນາໄມໂລກ ໄດ້ທົບທວນການສຶກສາຈຳນວນ
ນ້ອຍທີ່ມີຢູ່ ກ່ຽວກັບ ການໃຊ້ຢາ ທີ່ ຫຼຸດຂະໜາດລົງ ແລະ ແນະນຳໃຫ້ໃຊ້ຢານຶ່ງສ່ວນ
ຫ້າ ຕໍ່ຄົນຜູ້ນຶ່ງ.

ເບິ່ງຄືວ່າມັນຈະໄດ້ຜົນ.

ບັນດານັກຄົ້ນຄວ້າ ໄດ້ເອົາຕົວຢ່າງເລືອດ ຈາກປະຊາຊົນຫຼາຍກວ່າ 700 ຄົນ ແລະ
ຫຼັງຈາກເຂົາເຈົ້າໄດ້ຮັບຢາສ່ວນນຶ່ງ. ໃນການສຶກສາຄັ້ງໃໝ່, ເຊິ່ງຖືກຕີພິມ ໂດຍວາລະ
ສານກ່ຽວກັບການຢາ ນິວ ອິງແລນ “New England Journal of Medicine” ນັ້ນ,
ຜູ້ທີ່ໄດ້ຮັບການສັກຢາຈຳນວນທີ່ນ້ອຍລົງເກືອບໝົດທຸກຄົນ ໄດ້ພັດທະນາໂປຣຕີນ
ຕ້ານເຊື້ອ ຕໍ່ໄວຣັສ ເພື່ອປ້ອງກັນການຕິດເຊື້ອໂຣກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG