ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢາແກ້ປວດຫົວຊ່ວຍລົດ ຄວາມສ່ຽງ ຕໍ່ການເປັນ ໂຣກພາຣ໌ກິນສັນໄດ້


ຢາ ibuprofen ທີ່ຄົ້ນພົບວ່າຖ້າຫາກ ກິນເປັນປະຈໍາໃນຍາມໃດທີ່ເຈັບຫົວ ຫຼືມີອາການເຈັບປວດອື່ນໆນັ້ນ ສາມາດລົດຄວາມສ່ຽງຕໍ່ການເປັນໂຣກພາຣ໌ກິນສັນໄດ້ ເກືອບຮອດ 40%.
ຢາ ibuprofen ທີ່ຄົ້ນພົບວ່າຖ້າຫາກ ກິນເປັນປະຈໍາໃນຍາມໃດທີ່ເຈັບຫົວ ຫຼືມີອາການເຈັບປວດອື່ນໆນັ້ນ ສາມາດລົດຄວາມສ່ຽງຕໍ່ການເປັນໂຣກພາຣ໌ກິນສັນໄດ້ ເກືອບຮອດ 40%.

ພວກນັກວິທະຍາສາດ ກ່າວວ່າຢາແກ້ປວດຫົວຊະນິດນຶ່ງທີ່ໃຊ້ກັນທົ່ວໄປນັ້ນ ຊ່ວຍລົດຄວາມ ສ່ຽງຕໍ່ການເປັນໂຣກພາຣ໌ກິນສັນ (Parkinson’s Disease) ຫລືໂຣກກະຕຸກຫລືສັ່ນ ຊຶ່ງ ເປັນອາການຜິດປົກຕິທາງດ້ານສະໝອງ ທີ່ສົ່ງຜົນກະທົບຕໍ່ຮ່າງກາຍເຮັດໃຫ້ກ້າມເນື້ອກະຕຸກ ແລະອະໄວຍະວະສັ່ນໃຊ້ງານບໍ່ໄດ້ແລະສ່ວນໃຫຍ່ມັກຈະເກີດຂຶ້ນກັບພວກຜູ້ເຖົ້ານັ້ນ.

ໃນການສຶກສາທີ່​ດຳ​ເນີນ​ໄປເປັນ​ເວລາຫົກປີ​ ໂດຍ​ໄດ້​
ມີພວກພະຍາບານ ແລະນັກຊ່ຽວຊານດ້ານ​ການ​ແພດ
ຫຼາຍກວ່າ 136 ພັນຄົນ​ເຂົ້າຮ່ວມ​ນັ້ນ, ພວກນັກຄົ້ນ
ຄວ້າທີ່​ໂຮງຮຽນແພດ​ສາ​ດຂອງ​ມະຫາວິທະຍາ​ໄລ
Harvard ທີ່ລັດ Massachusetts ພົບວ່າ ຄົນທີ່ກິນ
ຢາ ibuprofen ​ເປັນປະຈໍາ​ໃນຍາມ​ໃດທີ່​ເຈັບຫົວ ຫຼືມີ
ອາການ​ເຈັບປວດອື່ນໆນັ້ນ ສາມາດລົດຄວາມສ່ຽງຕໍ່
ການເປັນໂຣກພາຣ໌ກິນສັນ ຫລື​ໂຣກກະຕຸກ​ຫລື​ສັ່ນ
ນັ້ນໄດ້ເກືອບ​ຮອດ 40%.

ການກິນຢາ ibuprofen ນຶ່ງ ຫຼືສອງເມັດ ອາທິດ​ລະສອງ​
ເທື່ອ​ຂຶ້ນ​ໄປແມ່ນຖືວ່າ​ເປັນ​ການກິນຢ່າງ​ເປັນປະຈໍາ. ຢາ
ແກ້ປວດອື່ນໆ ທີ່ບໍ່ຕ້ອງມີ​ໃບ​ສັ່ງ​ຈາກ​ໝໍ ຫລື​ຫາຊື້​ໄດ້​ໂດຍ
ທົ່ວ​ໄປລວມທັງຢາ Aspirin ແລະ acetaminophen
ນັ້ນບໍ່​ປາກົດ​ໃຫ້​ເຫັນວ່າມີຜົນປະໂຫຍດໃນ​ການ​ປ້ອງ​ກັນ​
ພະຍາດ​ນີ້​ໄດ້ ຄືກັບ​ການ​ກິນຢາ ibuprofen​.

ຜູ້ເຖົ້າຄົນນີ້ເປັນໂຣກພາຣ໌ກິນສັນທີ່ເຮັດໃຫ້ຕີນມືສັ່ນ ແລະໃຊ້ງານບໍ່ໄດ້
ຜູ້ເຖົ້າຄົນນີ້ເປັນໂຣກພາຣ໌ກິນສັນທີ່ເຮັດໃຫ້ຕີນມືສັ່ນ ແລະໃຊ້ງານບໍ່ໄດ້

ຜູ້ຄົ້ນຄ້ວາຜູ້​ນຶ່ງ​ໃນ​ການ​ສຶຶກສາ​ນີ້
ທ່ານ Alberto Ascheiro
(ah-SCARE-oh) ກ່າວວ່າ
ຢາ ibuprofen ປາກົດວ່າມີຜົນ
ກະທົບ​ແນ​ວ​ໃດ​ແນວ​ນຶ່ງຕໍ່ເສັ້ນ
ທາງຂອງ​ເສັ້ນປະສາ​ດ ທີ່ມີການ
ພົວພັນ​ກັບ​ການ​ພາ​ໃຫ້​ເປັນໂຣກ
ກະຕຸກຫລື Parkinson’s
Disease. ພະຍາດທີ່​ວ່ານີ້ ​ເປັນ
ອາການ​ພິການ​ທາງ​ສະໝອງ​ທີ່
ເຮັດໃຫ້ເກີດຄວາມລໍາບາກໃນ
ການ​ເຄື່ອນ​ໄຫວ​ເໜັງຕິງ ແລະ​
ເຮັດ​ໃຫ້ກ້າມເນື້ອກະຕຸກຢ່າງ​ທີ່
ບໍ່ສາມາດບັງຄັບໄດ້.

ຢ່າງ​ໃດ​ກໍ​ຕາມ ທ່ານ Ascheiro ກ່າວວ່າ ໃນ​ຕອນນີ້ ຜູ້ຊ່ຽວຊານ ຍັງບໍ່ ແນະນໍາໃຫ້ຄົນ
ເລີ້ມໃຊ້ຢາ ibuprofen ເພື່ອປ້ອງກັນໂຣກ Parkinson’s ນີ້​ເທື່ອ, ຊຶ່ງໂດຍປົກກະຕິ​ເປັນ
ພະຍາດ​ທີ່ມັກ​ຈູ່ໂຈມພວກຄົນທີ່ມີອາຍຸ 65 ປີຂຶ້ນ​ໄປ. ທ່ານ Ascheiro ກ່າວດັ່ງນີ້:

“ພະຍາດ Parkinson’s ເປັນພະຍາດທີ່ຍັງບໍ່ປະກົດມີຫຼາຍ, ດັ່ງນັ້ນ ພວກເຮົາ
ຈຶ່ງບໍ່ຄາດຫວັງ​ ໃຫ້ຄົນ​ຫລາຍໆລ້ານຄົນກິນຢາ ibuprofen ເພື່ອປ້ອງກັນພະ
ຍາດ Parkinson’s ​ໄວ້.”

ຜົນ​ກະທົບດ້ານລົບຂອງ​ການ​ກິນ​ຢາ ibuprofen ກໍ​ຄື​ ຢານີ້ສາ ມາດເຮັດ​ໃຫ້ກະເພາະ,
ໝາກໄຂ່ຫຼັງ, ຕັບ ແລະທໍ່​ປັດສະວະມີ​ບັນຫາ​ໄດ້​ຖ້າຫາກໃຊ້ຢ່າງບໍ່ລະມັດລະວັງ. ທ່ານ
Ascheiro ກ່າວວ່າ​ເພີ່ມຕື່ມ​ວ່າ ບັດນີ້ ພວກ​ນັກຄົ້ນຄ້ວາຈະພາກັນວິໄຈວ່າ ຢານີ້ມີຜົນ
ປະໂຫຍດຫລື​ບໍ່ຕໍ່ພວກຜູ້ປ່ວຍທີ່​ເປັນ​ໂຣກກະຕຸກນີ້​ແລ້ວ ທີ່ຄາດກັນ​ວ່າມີ​ຈໍານວນ​ຫລາຍ
ເຖິງຫົກລ້ານຄົນ​ໃນທົ່ວໂລກ. ທ່ານ Ascheiro ອະທິບາຍ​ວ່າ:

“ສິ່ງທີ່ພວກເຮົາຕ້ອງພິສູດ​ໃຫ້​ໄດ້​ແທ້ໆກໍຄືວ່າ ຖ້າພວກເຂົາ​ເຈົ້າກິນຢາ ibuprofen
ແລ້ວ ອາການ​ຂອງພວກເຂົາ​ເຈົ້າຈະດີຂຶ້ນໃນ​ໄລຍະຍາວ. ສະນັ້ນ ສິ່ງທີ່ພວກເຮົາ
ຕ້ອງ​ເຮັດ​ ກໍ​ຄື​ການທົດລອງຂະໜາດໃຫຍ່, ການທົດລອງທາງຄລີນິກ, ເພື່ອທົດ
ສອບວ່າຢາ ibuprofen ສາມາດມີ​ປະ​ໂຫຍ​ດຕໍ່ຜູ້ປ່ວຍທີ່​ເປັນພະຍາດ
Parkinson’s ນີ້ຫລືບໍ່”

ທ່ານ​ສາມາດ​ຊອກ​ອ່ານ​ກ່ຽວກັບການສຶກສາຄົ້ນຄວ້າທີ່ອະທິບາຍເຖິງການເຊື່ອມໂຍງທີ່ອາດ
ເປັນໄປໄດ້ ລະຫວ່າງການກິນຢາ ibuprofen ແລະການລົດຄວາມສ່ຽງຕໍ່ການ​ເປັນພະຍາດ
Parkinson’s ຫລື​ໂຣ​ກກະຕຸກ​ນັ້ນໄດ້ ໃນວາລະສານກ່ຽວກັບ​ເສັ້ນປະ​ສາດ ຫລື Neurology.

XS
SM
MD
LG