ໃນຂະນະທີ່ຄົນໃນທົ່ວໂລກ ພາກັນມີຊີວິດຍືນຂຶ້ນກວ່າເກົ່າ
ພະຍາດຂອງຄົນຊະລາ ກໍໄດ້ກາຍມາເປັນເລື້ອງທໍາມະດາ
ຫລາຍຂຶ້ນ. ແລະສະພາບການອັນນັ້ນ ໄດ້ພາໃຫ້ພວກທ່ານໝໍ
ຊອກຫາທາງປິ່ນປົວ ຫລື ປ້ອງກັນພະຍາດຕ່າງໆ ເຊັ່ນ ໂຣກ
ພາຣ໌ກິນສັນ (Parkinson’s Disease) ກໍຄື ໂຣກສັ່ນ ຫລືກະຕຸກ
ຊຶ່ງເປັນອາການທີ່ສືບເນື່ອງມາຈາກການເສື່ອມໂຊມລົງຂອງສະ
ໝອງ ທີ່ມັກເກີດຂຶ້ນພາຍຫລັງອາຍຸໄດ້ 50 ປີ ຂຶ້ນໄປ ແລະ
ເປັນທີ່ຮູ້ກັນດີ ຍ້ອນອາການກະຕຸກສັ່ນຂອງອະໄວຍະວະຂອງ
ຮ່າງກາຍພາໃຫ້ໃຊ້ງານບໍ່ໄດ້. ຜູ້ສື່ຂ່າວວີໂອເອ Carol Pearson
ລາຍງານວ່າ ທຸກມື້ນີ້ ມີຢາທີ່ສາມາດປົວອາການສັ່ນຂອງໂຣກ
ພາຣ໌ກິນສັນໄດ້ ແຕ່ວ່າ ພວກນັກຄົ້ນຄວ້າແມ່ນມີຄວາມຫວັງວ່າ
ໃນບໍ່ຊ້ານີ້ ຈະມີວິທີທີ່ສາມາດຢັບຢັ້ງ ບໍ່ໃຫ້ອາການຂອງພະຍາດ
ນີ້ສ້າງຄວາມເສຍຫາຍ ໜັກໜ້າຂຶ້ນໄປຕື່ມ. ບົວສະຫວັນຈະນໍາ
ລາຍລະອຽດເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ເບິ່ງວີດິໂອກ່ຽວກັບລາຍງານນີ້ເປັນພາສາອັງກິດ:
ນາງ ຊາຣາ ເທເລີ (Sarah Taylor) ຮູ້ສຶກວ່າ ມີບາງສິ່ງບາງຢ່າງຜິດປົກກະຕິຫລາຍ
ໃນຮ່າງກາຍຂອງລາວ ແຕ່ລາວກໍບໍ່ນຶກບໍ່ຝັນເລີຍວ່າ ລາວຈະເປັນໂຣກພາຣ໌ກິນສັນ ຫລື
ໂຣກກະຕຸກສັ່ນ.
ນາງເທເລີ ເວົ້າວ່າ: “ມັນເປັນເລື້ອງທີ່ໜ້າຕົກໃຈສໍາລັບຂ້ອຍ. ແຕ່ວ່າ ຂ້ອຍກໍຮູ້ສຶກ
ໂລ່ງໃຈ ເມື່ອຂ້ອຍຮູ້ເຖິງສາເຫດຂອງອາການປ່ວຍຂອງຕົນ.”
ຫ້າປີກ່ອນ ເມື່ອນາງຊາຣາ ເທເລີ ໄປຫາໝໍທີ່ສູນກາງໂຮງໝໍ Medstar ໃນນະຄອນ
Washington ລາວເກືອບວ່າ ເຄື່ອນໄຫວຫຍັງບໍ່ໄດ້ເລີຍ. ນາງເທີເລີ ເວົ້າວ່າ:
“ຕອນຂ້ອຍມາທີ່ນີ້ໃໝ່ໆ ມັນຮ້າຍແຮງຫລາຍ. ມັນພິລຶກຂະໜາດ. ຂ້ອຍບໍ່ສາ
ມາດລຸກຢືນຂຶ້ນໄດ້. ຂ້ອຍບໍ່ສາມາດລຸກອອກຈາກຕັ່ງນັ່ງໄດ້. ຂ້ອຍພົບຄວາມ
ລໍາບາກຫລາຍ. ”
ດຽວນີ້ ນາງເທີເລີມີອາການດີຂຶ້ນຫລາຍ ພາຍຫລັງທີ່ໄດ້ປະຕິບັດຕາມຄໍາແນະນໍາຂອງ
ທ່ານໝໍ ມາກ ລິນ (Mark Lin) ນັບແຕ່ການອອກ ກໍາລັງກາຍທຸກມື້ ຈົນເຖິງການກິນ
ຢາໃຫ້ກົງຕາມເວລາຢ່າງແນ່ນອນ.
ໂຣກພາຣ໌ກິນສັນ ເກີດຂຶ້ນເມື່ອເວລາແຊລທີ່ຜະລິດທາດ ໂດປາມິນ (dopamine) ຊຶ່ງ
ເປັນທາດເຄມີໃນສະໝອງ ທີ່ຄວບຄຸມການເຄື່ອນ ໄຫວຂອງກ້າມເນື້ອນັ້ນ ຄ່ອຍໆຕາຍ
ລົງໂດຍບໍ່ຮູ້ສາເຫດ. ພວກນັກວິທະຍາສາດເຊື່ອວ່າ ກໍາມະພັນ ອາດມີສ່ວນໃນການ
ເປັນໂຣກພາຣ໌ກິນສັນຂອງຄົນເຈັບຈໍານວນນຶ່ງ. ຜົນຂອງການສຶກສາຄົ້ນຄວ້າໃໝ່ບັ້ນ
ນຶ່ງຂອງ ອົງການສະຫະປະຊາຊາດ ສະແດງໃຫ້ເຫັນວ່າ ສານເຄມີຫລາຍໆຊະນິດ ທີ່ຄົນຜະລິດຂຶ້ນ ຢູ່ໃນຜະລິດຕະພັນໃຊ້ສອຍປະຈໍາວັນ ເປັນຕົ້ນເຫດພາໃຫ້ເປັນໂຣກນີ້. ນັກຄົ້ນຄ້ວາພວກອື່ນກໍເວົ້າວ່າ ການຖືກເຜິຍແບໃສ່ຢາຂ້າແມງໄມ້ ທີ່ມີສານເຄມີເປັນ
ພິດ ກໍສາມາດພາເຮັດໃຫ້ເກີດພະຍາດນີ້ ໄດ້ເຊັ່ນກັນ.
ແຕ່ບໍ່ວ່າຈະແມ່ນອັນໃດເປັນສາເຫດພາໃຫ້ເປັນພະຍາດນີ້ກໍຕາມ ວິທີທີ່ດີ ທີ່ສຸດໃນການ
ຄວບຄຸມພະຍາດນີ້ ກໍຄືການປິ່ນປົວມັນໃຫ້ໄວທີ່ສຸດ ທັນທີ່ນາຍແພດວິນິດໄສວ່າເປັນ
ໂຣກດັ່ງກ່າວແລ້ວ ຊຶ່ງຕາມປົກກະຕິແລ້ວ ຈະແມ່ນ ໄລຍະທີ່ເລີ້ມມີອາກນສັ່ນເກີດຂຶ້ນ ແລະເລີ້ມຍ່າງໄປມາລໍາບາກ. ຫາກແຕ່ວ່າ ດຣ. ຮູເບີດ ເຟີແນນເດສ (Hubert Fernandez) ຢູ່ຄລີນິກ Cleveland ທີ່ເມືອງ Cleveland ລັດໂອໄຮໂອ ເວົ້າວ່າ ຖ້າຄົນ ເຈັບເປັນຮອດຂັ້ນນັ້ນແລ້ວ ມັນອາດຊ້າເກີນໄປແລ້ວ ກໍໄດ້.
ດຣ. ເຟີແນນເດສ ເວົ້າວ່າ: “ຖ້າຫາກຄົນເຈັບສະແດງອາການໃຫ້ເຫັນເຖິງຂັ້ນນັ້ນ
ແລ້ວ ກໍອາດໄດ້ມີການເສື່ອມໂຊມຂອງສະໝອງເກີດຂຶ້ນຫລາຍສົມຄວນແລ້ວ. ຖ້າຈະໃຫ້ດີແທ້ ພວກເຮົາຢາກຈະໃຫ້ມີການກວດຫາໂຣກພາຣ໌ກິນສັນເປັນ
ການສະເພາະ. ແລະດີທີ່ສຸດ ກໍຄື ພວກເຮົາຢາກໃຫ້ກວດພົບພະຍາດດັ່ງກ່າວ
ກ່ອນທີ່ຈະເຫັນຄົນເຈັບມີອາການສັ່ນເຊັນ.”
ປັດຈຸບັນນີ້ ຍັງບໍ່ມີການກວດຫາໂຣກພາຣ໌ກິນສັນໂດຍສະ
ເພາະເທື່ອ ແຕ່ວ່າ ຢູ່ທີ່ມະຫາວິທະຍາໄລ Northwestern
ພວກນັກຄົ້ນຄວ້າຄິດວ່າ ພວກເພິ່ນອາດໄດ້ພົບວິທີທາງ ໃນການເຮັດໃຫ້ການຂະຫຍາຍໂຕຂອງພະຍາດນີ້ຊັກຊ້າ
ລົງໄດ້. ທ່ານ ຈິມ ຊົວໄມເອີ (Jim Surmeier) ນັກຊ່ຽວຊານ
ດ້ານກາຍະສຶກສາ ກ່າວຕໍ່ວີໂອເອ ໂດຍຜ່ານທາງສະ
ໄກພ໌ວ່າ:
ທ່ານ ຊົວໄມເອີ ເວົ້າວ່າ: “ພວກເຮົາສຶກສາເບິ່ງແຊລໃນ
ສະໝອງ ທີ່ພາໃຫ້ຕິດ ພະຍາດນີ້ໄດ້ງ່າຍທີ່ສຸດ ແລະ
ພົບວ່າ ແຊລພວກນັ້ນປ່ອຍໃຫ້ທາດຄາລຊຽມ
(calcium) ເຂົ້າໄປໃນຕົວແຊລ ເປັນຈໍານວນຫລວງຫລາຍ.”
ທາດຄາລຊຽມ ໃນທີ່ສຸດ ກໍຂ້າແຊລທີ່ຜະລິດທາດໂດປາມິນ(dopamine) ແລະພາໃຫ້
ເກີດອາການໂຣກພາຣ໌ກິນສັນ. ແຕ່ວ່າ ພວກນັກວິທະຍາສາດ ທີ່ມະຫາວິທະຍາໄລ Northwestern ໄດ້ຄົ້ນພົບຢາ ທີ່ຄວບຄຸມບໍ່ໃຫ້ມີ ການຮັບເອົາທາດຄາລຊຽມ ເຂົ້າໄປ
ໃນແຊລຂອງສະໝອງຫລາຍ ໂດຍປາດສະຈາກຜົນກະທົບຂ້າງຄຽງ ທີ່ເປັນອັນຕະ
ລາຍຕໍ່ຄົນເຈັບ. ໃນການ ໃຫ້ສໍາພາດໂດຍຜ່ານທາງສະໄກພ໌ນັ້ນ, ທ່ານນາງ ດຣ ທານຢາ ຊິມູນິ (Tanya Simuni), ຜູ້ຮ່ວມຄົ້ນຄວ້າ ກ່າວຕໍ່ວີໂອເອວ່າ ທິມງານຂອງ ທ່ານນາງມີແຜນຈະດໍາເນີນການ ທົດລອງປິ່ນປົວຢູ່ໃນຄລີນິກອີກບັ້ນນຶ່ງ:
ທ່ານນາງ ຊິມູນິ ເວົ້າວ່າ “ສິ່ງທີ່ຢາກຮູ້ຢູ່ໃນການສຶກສາຄົ້ນຄວ້າບັ້ນນີ້ ກໍຄືວ່າ ຢາ
ນີ້ມີຜົນເຮັດໃຫ້ການເຕີບໂຕຂອງໂຣກພາຣ໌ກິນສັນ ຊັກຊ້າລົງ ໄດ້ຫລືບໍ່.”
ຢາທີ່ໃຊ້ປິ່ນປົວໂຣກພາຣ໌ກິນທີ່ຢູ່ໃນປັດຈຸບັນ ແມ່ນໃຊ້ຄວບຄຸມອາການສັ່ນ ແລະຄວາມ
ລໍາບາກໃນການຍ່າງໄປມາ ແລະໃຊ້ໄດ້ຜົນດີເປັນເວລາ ປະມານ 5 ຫາ 10 ປີເທົ່ານັ້ນ. ຖ້າຫາກນັກວິທະຍາສາດສາມາດພັດທະນາການປິ່ນປົວແບບໃໝ່ ທີ່ເຮັດໃຫ້ເວລາທີ່
ມີປະສິດທິຜົນຂອງຢານັ້ນ ເພີ້ມຂຶ້ນ ເປັນສອງ ຫລືສາມເທົ່າ ມັນກໍຈະຊ່ວຍໃຫ້ນາງ
ຊາຣາ ເທເລີ ແລະຄົນທີ່ ເປັນໂຣກພາຣ໌ກິນສັນຄົນອື່ນໆ ອີກສິບລ້ານຄົນຢູ່ໃນທົ່ວໂລກ ສາມາດດໍາລົງຊີວິດຢູ່ໄດ້ແບບປົກກະຕິຂຶ້ນຫລາຍກວ່າເກົ່າ.