ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສປຊ ກ່າວວ່າ ຜູ້ເປັນໂຣກເອດສ໌ໃໝ່ ໄດ້ຫລຸດລົງ ຢູ່ປາປົວນີວກີນີ


ທ່ານ Michel Sidibe, ຜູ້ອໍານວຍການບໍລິຫານງານຂອງ UNAIDS, ກ່າວຄຳປາໃສໃນກອງປະຊຸມນັກຂ່າວ ທີ່ນະຄອນວຽນນາ, ປະເທດໂອຕຣິສ, ໃນວັນທີ 24 ພະຈິກ, 2010)
ທ່ານ Michel Sidibe, ຜູ້ອໍານວຍການບໍລິຫານງານຂອງ UNAIDS, ກ່າວຄຳປາໃສໃນກອງປະຊຸມນັກຂ່າວ ທີ່ນະຄອນວຽນນາ, ປະເທດໂອຕຣິສ, ໃນວັນທີ 24 ພະຈິກ, 2010)

Papua New Guinea ຊຶ່ງເປັນປະເທດທີ່ມີອັດຕາຕິດເຊື້ອເອັຊໄອວີ ສູງທີ່ສຸດປະເທດນຶ່ງ ຂອງໂລກນັ້ນ ໄດ້ສ້າງຄວາມກ້າວໜ້າໃນການລົດຜ່ອນການແຜ່ລາມຂອງໂຣກເອດສ໌. ແຕ່ ແນວໃດກໍຕາມ ກຸ່ມພວກສະໜັບສະໜຸນ ແລະພວກທີ່ປຶກສາດ້ານໂຣກເອດສ໌ ໄດ້ພົບປະກັນ ໃນກອງປະຊຸມບັ້ນນຶ່ງຂອງອົງການຕໍ່ຕ້ານໂຣກເອດສ໌ ອົງການສະຫະປະຊາຊາດ ຫລື UNAIDS ທີ່ບາງກອກປະເທດໄທກ່າວວ່າ ການປ່ຽນແປງຄວາມປະພຶດຂອງຜູ້ຊາຍ ແລະ ການຮັບປະກັນໃຫ້ພວກແມ່ຍິງຖືພາທີ່ຕິດເຊື້ອເອັຊໄອວີ ສາມາດໄດ້ຮັບພວກຢຸກຢາຕ້ານ ເຊື້ອໄວຣັສຂອງໂຣກເອດສ໌ນັ້ນ ຍັງຄົງເປັນບັນຫາທ້າທາຍຢູ່ຕໍ່ມາ.

ເວລານີ້ປະເທດ ປາປົວ ນີວກີນີ ຊຶ່ງກໍາລັງປະເຊີນກັບການ
ແຜ່ລາມຂອງໂຣກເອດສ໌ໂດຍທົ່ວໄປນັ້ນ ໄດ້ຖ່ວງ ຫຼືສະກັດ
ກັ້ນການແຜ່ຜາຍ ເຊື້ອໄວຣັສໃຫ້ຊ້າລົງ ໃນຂະນະໂຄງການ
ສຶກສາຕ່າງໆແລະກວດເບິ່ງເຊື້ອເອັຊໄອວີໃນໝູ່ພວກແມ່ຍິງ
ທີ່ຖືພາມານ ຂອງສະຖານທີ່ປິ່ນປົວພະຍາບານ ຕ່າງໆທີ່ມີ
ເພີ່ມຂຶ້ນນັ້ນ ໄດ້ມີຜົນປະຈັກໃຫ້ເຫັນ.

ພວກແມ່ຍິງທີ່ຕິດເຊື້ອເອັສໄອວີ ແລະລູກນ້ອຍ ຂອງພວກເຂົາເຈົ້າ ທີ່ຢູ່ໃນໂຄງການປິ່ນປົວໂຣກ ເອັສແຫ່ງນຶ່ງ
ພວກແມ່ຍິງທີ່ຕິດເຊື້ອເອັສໄອວີ ແລະລູກນ້ອຍ ຂອງພວກເຂົາເຈົ້າ ທີ່ຢູ່ໃນໂຄງການປິ່ນປົວໂຣກ ເອັສແຫ່ງນຶ່ງ

ການຄວບຄຸມກວດກາທີ່ມີເພີ່ມ
ຂຶ້ນ ແມ່ນໄດ້ລົດຜ່ອນຈຳນວນ
ຜູ້ເປັນໂຣກ ເອດສ໌ລາຍໃໝ່ໆ
ລົງໄດ້ນຶ່ງເປີເຊັນຂອງປະຊາຊົນ
ທັງໝົດ ຫລືປະມານ 35,000
ຄົນ ທີ່ມີພວກຄົນເປັນໂຣກ
ເອດສ໌ສ່ວນໃຫຍ່ໃນເຂດເທດ
ສະບານຂອງປະເທດນີ້ທີ່ຕັ້ງ
ຢູ່ພື້ນທີ່ກໍ້າຕາເວັນອອກຂອງ
ເກາະນີວກີນີໃນເຂດປາຊິຟິກ.

ໃນປີ 2009 ຈໍານວນຄົນເສຍຊີວິດຍ້ອນໂຣກເອດສ໌ແມ່ນມີຢູ່ 1,300 ຄົນ. ການຊົມໃຊ້ຢາ
ເສບຕິດ ບວກກັບການດື່ມເຫລົ້າ ແລະຄູ່ຮ່ວມເພດແບບບໍ່ ເລືອກໜ້າ ແລະຄວາມຮຸນແຮງ
ໃນຄອບຄົວ ເປັນປັດໃຈທີ່ພາໃຫ້ມີການແຜ່ ຜາຍຂອງໂຣກດັ່ງກ່າວອອກໄປ.

ປື້ມພາບລວມລາຍງານໂດຍອົງການ ສະຫະປະຊາຊາດວ່າດ້ວຍການຕ້ານ ໂຣກເອັສ (UNAIDS Outlook) ປີ 2010
ປື້ມພາບລວມລາຍງານໂດຍອົງການ ສະຫະປະຊາຊາດວ່າດ້ວຍການຕ້ານ ໂຣກເອັສ (UNAIDS Outlook) ປີ 2010

ອົງການ UNAIDS ຊຶ່ງເປັນໂຄງການຮ່ວມ
ຂອງອົງການສະຫະປະຊາຊາດ ວ່າດ້ວຍ
ເຊື້ອເອັຊໄອວີ/ໂຣກເອດສ໌ ກ່າວວ່າ ຈາກ
ຫລັກຖານທີ່ພົບເຫັນນັ້ນ ຊີ້ໃຫ້ເຫັນວ່າ
ຈຳນວນຜູ້ເປັນໂຣກເອດສ໌ລາຍໃໝ່ ໄດ້ຫຼຸດ
ລົງຢູ່ໃນປະເທດ ປາປົວນີວກີນີ ອັນເປັນ
ເຄຶ່ອງໝາຍຂອງຄວາມກ້າວໜ້າທີ່ເປັນຮູບ
ປະທໍາ ໃນໄລຍະບໍ່ເທົ່າໃດປີຜ່ານມານີ້.

ແຕ່ທ່ານ Murray Proctor ເອກອັກຄະ
ລັດຖະທູດຮັບຜິດຊອບກ່ຽວກັບ ເຊື້ອ
ເອັຊໄອວີ/ໂຣກເອດສ໌ຈາກອົງການພັດທະ
ນາລະຫວ່າງປະເທດຂອງ ອອສເຕຣເລຍ
ກ່າວວ່າ ບັນຫາທ້າທາຍສໍາລັບປາປົວນີວ
ກີນີ ກໍຄືການຮັບປະກັນວ່າໂຄງການປ້ອງ
ກັນເຊື້ອໄອວີນັ້ນແມ່ນຍືນຍົງຖາວອນ.

ທ່ານ ເມີເຣ ກ່າວວ່າ “ສິ່ງທ້າທາຍກໍຍັງມີຢູ່ບ່ອນວ່າ ການທີ່ຈະສົ່ງຂໍ້ຂ່າວການປ້ອງ
ກັນເຊື້ອດັ່ງ ກ່າວໃຫ້ໄປທົ່ວເຖິງແກ່ພວກກຸ່ມທີ່ມີຄວາມສ່ຽງສູງ ແລະໃຫ້ແຕກ
ຕ່າງກັນໃນ ສະຖານທີ່ທີ່ຕ່າງກັນນັ້ນ. ຢູ່ໃນປະເທດປາປົວ ນີວກີນີ ມີອັດຕາ
ການຕິດ ເຊື້ອ 1 ເປີ ເຊັນ ແລະເປັນການມີເພດສໍາພັນ ກັບເພດກົງກັນຂ້າມເປັນ
ສ່ວນໃຫຍ່. ຢູ່ໃນພາກສ່ວນອື່ນໆຂອງຂົງເຂດເອເຊຍຕາເວັນອອກ ກໍຄື ພວກຊົມ
ໃຊ້ທີ່ຊັກຢາເສບຕິດ ແລະພວກຜູ້ຊາຍທີ່ມີເພດສໍາພັນກັບເພດຊາຍ ດ້ວຍກັນກໍາ ລັງມີຈຳນວນເພີ່ມຂຶ້ນນັບມື້.”

ແຕ່ກໍຍັງມີຄວາມເປັນຫວ່ງຫລາຍຢ່າງຢູ່ ນັ້ນກໍຄືວ່າ ຈໍານວນເດັກເກີດໃໝ່ ທີ່ຕິດເຊື້ອ
ເອັຊໄອວີແມ່ນມີເພີ່ມສູງຂຶ້ນນັບມື້ ນາງ ລິນດາ ຈອນ ຜູ້ສະໜັບ ສະໜຸນແລະຕໍ່ສູ້ເພື່ອໂຣກ
ເອດສ໌ຜູ້ນຶ່ງ ທີ່ກວດພົບວ່າຕິດເຊື້ອເອັຊໄອວີໃນປີ 2004 ນັ້ນ ກ່າວວ່າ ມີພວກແມ່ຍິງຖືພາ
ມານຫລາຍໆຄົນ ໄດ້ປະຕິເສດບໍ່ ຍອມກວດຫາເຊື້ອເອັຊໄອວີຕອນຖືພາ ແມ່ຍິງຄົນໃດທີ່
ພົບເຫັນວ່າຕິດເຊື້ອ ເອັຊໄອວີນັ້ນ ກໍສາມາດໄດ້ຮັບຢຸກຢາຕ້ານເຊື້ອໄວຣັສ ປ້ອງກັນບໍ່ເຊື້ອ
ທີ່ຢູ່ຕົວຂອງນາງນັ້ນຖ່າຍທອດໄປໃຫ້ລູກໄດ້.

ແຕ່ມີພວກແມ່ຍິງຖືພາມານທີ່ຕິດເຊື້ອເອັຊໄອວີໃນປະເທດປາປົວ ນີວກີນີ ຕໍ່າກວ່າສາມເປີ
ເຊັນໄດ້ຮັບຢຸກຢາຕໍ່ຕ້ານເຊື້ອໄວຣັສ.

ນາງ ຈອນ ກ່າວວ່າ ຈະຕ້ອງໃຫ້ມີພວກແມ່ຍິງໃນຈຳນວນເພີ່ມຂຶ້ນ ມີໂອ ກາດຫຼາຍຂຶ້ນທີ່ ຈະເຂົ້າເຖິງຫຼືໄດ້ຮັບສິດທິຕາມກົດໝາຍແລະຈະຕ້ອງໄດ້ມີການເອົາຫລາຍບາດກ້າວເພື່ອ
ຍຸຕິຄວາມຮຸນແຮງພາຍໃນຄອບຄົວ.

ນອກນີ້ແລ້ວ ກໍມີພວກກຸ່ມສາສະໜາ ແລະອົງການແຫ່ງຄວາມເຊື່ອຕ່າງໆ ກໍໄດ້ເຂົ້າປະ
ກອບສ່ວນໃນໂຄງການ ເອັຊໄອວີ/ໂຣກເອດສ໌ ທີ່ແນເປົ້າ ໝາຍໃສ່ໃນການລົດຜ່ອນການ
ປະນາມຢຽດຫຍາມ ແລະການຈໍາແນກ ກີດກັນພວກທີ່ຕິດເຊື້ອນັ້ນນໍາ.

ທ່ານ ເອດດີ ເຄຄີ ຜູ້ໃຫ້ຄໍາປຶກສາກ່ຽວກັບໂຣກເອດສ໌ ທີ່ພະແນກການ ສຶກສາຂອງໂບດ
Anglican ທີ່ຕັ້ງຢູ່ໃນນະຄອນຫລວງ Port Moresby ຂອງປະເທດປາປົວນີວກີນີ ກ່າວ
ວ່າ ສິ່ງທ້າທາຍອັນນຶ່ງ ກໍຄືຫາທາງປ່ຽນ ແປງຄວາມປະພືດຂອງຜູ້ຊາຍ ເພື່ອຍຸຕິຄວາມ
ຮຸນແຮງໃນຄອບຄົວ ແລະ ຊຸກຍູ້ສົ່ງເສີມການມີເພດສໍາພັນທີ່ປອດໄພ.

ທ່ານເອດດີ ກ່າວວ່າ “ພວກເຮົາມີຍຸທະສາດອັນນຶ່ງ ພາຍໃຕ້ຮ່າງປະຕິບັດງານໂດຍ
ອົງການ UNAIDS ແຕ່ເທົ່າທີ່ຂ້າພະເຈົ້າເປັນຫ່ວງນໍານັ້ນກໍແມ່ນວ່າ ການປ່ຽນແປງ ຄວາມ ປະພຶດຂອງຜູ້ຊາຍກໍາລັງດໍາເນີນໄປໃນອັດຕາທີ່ຊ້າຫຼາຍ ແລະມັນ ເປັນສິ່ງທ້າທາຍ ທີ່ບໍ່
ແມ່ນສະເພາະແຕ່ຕໍ່ພວກສາສະໜາຕ່າງໆເທົ່ານັ້ນ ແຕ່ຍັງຕໍ່ສັງຄົມພົນລະເຮືອນອື່ນໆ
ນັ້ນນໍາ.”

ທ່ານ Kekea ກ່າວສະລຸບວ່າ ພວກໂບດຂອງເຂົາເຈົ້າເອງນັ້ນ ກໍໄດ້ບັນລຸ ຄວາມສໍາເລັດ
ໃນ ການຈັດການກັບການກາໜ້າຫຼືລະບຸໂຕດ່າຢຽດຫຍາມ ແລະການຈໍາແນກກີດກັນຢູ່
ພາຍໃນອົງການຂອງພວກເຂົາເຈົ້າເອງ ແລະ ໄດ້ລວມເອົາໂຄງການເຊື້ອເອັຊໄອວີເຂົ້າກັນ
ທີ່ພາໃຫ້ເກີດຄວາມເຂົ້າໃຈດີຂຶ້ນຂອງຜົນກະທົບຂອງໂຣກເອດສ໌ ຕໍ່ທັງສ່ວນບຸກຄົນ ແລະ
ປະຊາຄົມຕ່າງໆນັ້ນ.

XS
SM
MD
LG