ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, 18 ສິງຫາ 2026

ສະຫະລັດວ່າ ຕົນບໍ່ມີ ຈຸດປະສົງ ຈະຄວບຄຸມຈີນ ໃນເຂດເອເຊຍ (ສະໄລດ໌ກັບວີດີໂອ)

ທ່ານລີອອນ ພາແນັດຕ້າ ລັດຖະມົນຕີປ້ອງກັນປະເທດສະຫະລັດ ຂະນະກ່າວຄໍາປາໄສ ທີ່ໂຮງຮຽນທະຫານທີ່ປັກກິ່ງ ເມື່ອວັນທີ 19 ເດືອນກັນຍາ 2012 ນີ້.
ທ່ານລີອອນ ພາແນັດຕ້າ ລັດຖະມົນຕີປ້ອງກັນປະເທດສະຫະລັດ ຂະນະກ່າວຄໍາປາໄສ ທີ່ໂຮງຮຽນທະຫານທີ່ປັກກິ່ງ ເມື່ອວັນທີ 19 ເດືອນກັນຍາ 2012 ນີ້.
ທ່ານ ລີ​ອອນ ພາ​ແນັດ​ຕ້າ ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະຫະ
ລັດ ບອກກອງທັບ​ຈີນເມື່ອ​ວັນ​ພຸດ​ມື້​ນີ້​ວ່າ ຍຸດ​ທະ​ສາດທາງ
ທະຫານໃໝ່ຂອງວໍ​ຊິງ​ຕັນ ​ທີ່​ຈະ​ເຄື່ອນ​ກໍາລັງ​ໄປ​ຍັງ​ຂົງ​ເຂດ​
ເອ​ເຊຍ​ນັ້ນ ແມ່ນ​ບໍ່ໝາຍ​ຄວາມວ່າຈະ​ຄວບຄຸມ​ການ​ມີ​ອິດ​ທິພົນ
​ເພີ້​ມຂຶ້ນ​ຂອງ​ຈີນ​ແຕ່​ຢ່າງ​ໃດ.

ຄວາມ​ຄິ​ດ​ເຫັນ​ຂອງ​ທ່ານ​ພາ​ແນັດຕາ ຕໍ່​ບັນດາ​ທະຫານ​ສັນຍາ
ບັດ​ໜຸ່ມ​ທີ່ໂຮງ​ຮຽນ​ທະຫານ​ຈີນຢູ່​ປັກ​ກິ່ງນັ້ນ ​ເປັນ​ນຶ່ງ​ໃນ​ຖະ​ແຫຼງ
ການ​ໂດຍ​ກົງ​ທີ່​ສຸດ​ຂອງ​ວໍ​ຊິງ​ຕັນ ກ່ຽວ​ກັບ​ຄວາມ​ຕັ້ງ​ໃຈ​ໃນການ​
ຫັນ​ກຳລັງ​ຂອງ​ຕົນໄປ​ສູ່​ຂົງ​ເຂດ​ດັ່ງກ່າວ ຊຶ່ງ​ທ່ານ​ພາ​ແນັດຕາ
ກ່າວ​ຊີ້​ແຈງ​ວ່າ:

“ການ​ສ້າງ​ຄວາມ​ສົມ​ດຸນ​ຄືນ​ໃໝ່​ຂອງ​ພວກ​ເຮົາ ​ໄປ​ຍັງ​ຂົງ​ເຂດ​
ເອ​ເຊຍປາຊິ​ຟິກນັ້ນ ບໍ່​ແມ່ນ​ຄວາມ​ພະຍາຍາມ​ເພື່ອ​ຄວບ​ຄຸມ​ຈີນ ​ແຕ່​ມັນ​ເປັນຄວາມພະ
ຍາຍາມ​ເພື່ອເຂົ້າພົວພັນ​ກັບ​ຈີນ ແລະ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ຢູ່​ໃນຂົງ​ເຂດເອ​ເຊຍ
-ປາຊິ​ຟິກ. ມັນ​ກ່ຽວ​ກັບການ​ສ້າງ​ຕົວ​ແບບ​ໃໝ່​ຢ່າງນຶ່ງ​ໃນ​ຄວາມ​ສໍາພັນ​ຂອງ​ປະ​ເທດ​
ມະຫາ​ອໍານາດທັງ​ສອງ​ ແຫ່ງ​ຂົງ​ເຂດ​ປາຊິ​ຟິກຂອງ​ພວກ​ເຮົາ. ມັນກ່ຽວ​ກັບການຟື້ນຄືນ​
ໃໝ່ ​ແລະ​ການ​ເພີ່ມພະລັງແກ່​ບົດບາດຂອງ​ພວກ​ເຮົາ​ໃນ​ພາກສ່ວນ​ນີ້ຂອງ​ໂລກ ທີ່​ກໍາລັງ
​ກາຍ​ເປັນ​ເລຶ່ອງຫຼໍ່​ແຫຼມຢ່າງ​ວ່ອງ​ໄວຂຶ້ນ​ໄປ​ນັບ​ມື້ ຕໍ່ເສດຖະກິດ ການ​ທູດ ​ແລະ​ຜົນ​ປະ
ໂຫຍ​ດ ດ້ານ​ຄວາມ​ໝັ້ນຄົງ​ຂອງ​ພວກ​ເຮົາ​ນັ້ນ."





ນອກ​ນີ້​ແລ້ວ​ທີ່​ພາ​ແນັດ​ຕ້າ ກ່າວ​ວ່າ ການ​ເສີມ​ຂະຫຍາ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ສະຫະລັດນັ້ນ ​ແມ່​ນ​ໄດ້​ແນ​ໃສ່​ຄັງ​ສໍາ​ພາ​ວຸດ​ລູກ​ສອນ​ໄຟ​ຂີປະນາ ວຸດ​ຂອງ​ເກົາຫຼີ​ເໜືອ​ນັ້ນຫຼາຍກວ່າ ບໍ່​ແມ່ນ​ຕໍ່​ຈີນ.

ທ່ານ​ພາ​ແນັດຕ້າ ກໍາລັງ​ຊົມ​ໃຊ້​ການ​ຢ້ຽມຢາມ​ຈີນສາມ​ວັນ​ຂອງທ່ານ ​ເພື່ອຊຸກຍູ້​ສົ່ງ​ເສີມ​ຄວາມ​ສໍາພັນ​ດ້ານ​ກອງທັບ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນລະຫວ່າງ ວໍຊິງ​ຕັນ ​ແລະ​ປັກ​ກິ່ງ ຊຶ່ງໄດ້​ກາຍ​ເປັນ​ເຈດ​ຕະນາ​ທີ່​ໜ້າ​ສົງໄສ​ຊຶ່ງ​ກັນ​ແລະ ກັນ​ໃນ​ຂົງ​ເຂດ​ເອ​ເຊຍ-ປາຊິ​ຟິກນັ້ນ.

​ໃນ​ຕອນເຊົ້າຂອງ​ວັນ​ພຸດ​ມື້​ນີ້ ທ່ານ ພາ​ແນັດ​ຕ້າ ​ໄດ້​ພົບ​ປະ​ກັບ ທ່ານ ຊີ ຈິນຜິ​ງ ທີ່​ກໍາລັງ​ລໍຄອຍ​ຈະ​ເປັນ​ຜູ້​ນໍາ​ຈີນ​ຄົນ​ໃໝ່ ທີ່​ໄດ້​ອອກ​ມາ​ປະກົດ​ຕົວ ຕໍ່​ສາທາລະນະ​ເທື່ອ​ທໍາ​ອິດ ດ້ວຍ​ການ​ຢ້ຽມຢາມ​ຂອງ​ບຸກຄົນ​ສໍາຄັນ ຫຼັງ ຈາກ​ການ​ຫາຍ​ໜ້າໄປ ​ເປັນ​ເວລາ​ສອງ​ອາທິດ ​ທີ່​ບໍ່​ຮູ້​ເຫດຜົນນັ້ນ.

ທ່ານ Leon Panetta ຢ້ຽມຢາມ ເອເຊຍ

ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ  Leon Panetta, ຊ້າຍ, ໄດ້ຮັບໂຫລ້ ຫລັງຈາກກ່າວຄໍາປາໄສ ຕໍ່ບັນດານັກຮຽນນາຍຮ້ອຍຈີນ ຢູ່ສະຖາບັນວິສະວະກໍາ PLA ຂອງກອງທັບຈີນ ໃນນະຄອນຫລວງປັກກິ່ງ, ວັນທີ 19 ກັນຍາ 2012.
1/7 ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ  Leon Panetta, ຊ້າຍ, ໄດ້ຮັບໂຫລ້ ຫລັງຈາກກ່າວຄໍາປາໄສ ຕໍ່ບັນດານັກຮຽນນາຍຮ້ອຍຈີນ ຢູ່ສະຖາບັນວິສະວະກໍາ PLA ຂອງກອງທັບຈີນ ໃນນະຄອນຫລວງປັກກິ່ງ, ວັນທີ 19 ກັນຍາ 2012.
U.S. Defense Secretary Leon Panetta is on a trip to Japan, China and New Zealand. He told Chinese troops Washington's strategic military shift toward Asia is not meant to contain the rise of China.
ນັກຮຽນນາຍຮ້ອຍຈີນຄົນນຶ່ງ ມີຄໍາຖາມ ຕໍ່ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ  Leon Panetta, ຕອນທີ່ທ່ານຢ້ຽມຢາມ ສະຖາບັນວິສະວະກໍາ PLA ຂອງກອງທັບຈີນ ໃນນະຄອນຫລວງປັກກິ່ງ, ວັນທີ 19 ກັນຍາ 2012.
2/7 ນັກຮຽນນາຍຮ້ອຍຈີນຄົນນຶ່ງ ມີຄໍາຖາມ ຕໍ່ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ  Leon Panetta, ຕອນທີ່ທ່ານຢ້ຽມຢາມ ສະຖາບັນວິສະວະກໍາ PLA ຂອງກອງທັບຈີນ ໃນນະຄອນຫລວງປັກກິ່ງ, ວັນທີ 19 ກັນຍາ 2012.
U.S. Defense Secretary Leon Panetta is on a trip to Japan, China and New Zealand. He told Chinese troops Washington's strategic military shift toward Asia is not meant to contain the rise of China.
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ  Leon Panetta, ຖືຖາດອາຫານທ່ຽງຂອງທ່ານ ຍ່າງໄປ ພ້ອມກັບນັກຮຽນນາຍຮ້ອຍຈີນ ຢູ່ຫ້ອງອາຫານຂອງສະຖາບັນວິສະວະກໍາ PLA ຂອງກອງທັບຈີນ ໃນນະຄອນຫລວງປັກກິ່ງ, ວັນທີ 19 ກັນຍາ 2012.
3/7 ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ  Leon Panetta, ຖືຖາດອາຫານທ່ຽງຂອງທ່ານ ຍ່າງໄປ ພ້ອມກັບນັກຮຽນນາຍຮ້ອຍຈີນ ຢູ່ຫ້ອງອາຫານຂອງສະຖາບັນວິສະວະກໍາ PLA ຂອງກອງທັບຈີນ ໃນນະຄອນຫລວງປັກກິ່ງ, ວັນທີ 19 ກັນຍາ 2012.
U.S. Defense Secretary Leon Panetta is on a trip to Japan, China and New Zealand. He told Chinese troops Washington's strategic military shift toward Asia is not meant to contain the rise of China.
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ  Leon Panetta, ຊ້າຍ, ຈັບມືກັບຮອງປະທານປະເທດຈີນ ທ່ານ  Xi Jinping ຢູ່ສາລາປະຊາຊົນຈີນ ໃນນະຄອນຫລວງປັກກິ່ງ, ວັນທີ 19 ກັນຍາ 2012.
4/7 ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ  Leon Panetta, ຊ້າຍ, ຈັບມືກັບຮອງປະທານປະເທດຈີນ ທ່ານ  Xi Jinping ຢູ່ສາລາປະຊາຊົນຈີນ ໃນນະຄອນຫລວງປັກກິ່ງ, ວັນທີ 19 ກັນຍາ 2012.
U.S. Defense Secretary Leon Panetta is on a trip to Japan, China and New Zealand. He told Chinese troops Washington's strategic military shift toward Asia is not meant to contain the rise of China.
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ  Leon Panetta, ຊ້າຍ, ຍ່າງໄປ ກັບທ່ານ Liang Guanglieລັດຖະມົນຕີປ້ອງກັນປະເທດຈີນ ໃນພິທີກວດກາກອງກຽດຕິຍົດ ຕໍ່ໜ້າຕຶກ Bayi ໃນນະຄອນຫລວງປັກກິ່ງ, ວັນທີ 18 ກັນຍາ 2012.
5/7 ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ  Leon Panetta, ຊ້າຍ, ຍ່າງໄປ ກັບທ່ານ Liang Guanglieລັດຖະມົນຕີປ້ອງກັນປະເທດຈີນ ໃນພິທີກວດກາກອງກຽດຕິຍົດ ຕໍ່ໜ້າຕຶກ Bayi ໃນນະຄອນຫລວງປັກກິ່ງ, ວັນທີ 18 ກັນຍາ 2012.
U.S. Defense Secretary Leon Panetta is on a trip to Japan, China and New Zealand. He told Chinese troops Washington's strategic military shift toward Asia is not meant to contain the rise of China.
ລັດຖະມດົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta, ຊ້າຍ, ຟັງຄໍາຖາມຈາກພະນັກງານທະຫານ ຂອງສະຫະລັດ ທີ່ປະຈໍາການຢູ່ຖານທັບອາກາດ Yokota Air Base ໃນເມືອງ Yokota, ປະເທດຍີ່ປຸ່ນ, ວັນທີ 17 ກັນຍາ 2012.
6/7 ລັດຖະມດົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta, ຊ້າຍ, ຟັງຄໍາຖາມຈາກພະນັກງານທະຫານ ຂອງສະຫະລັດ ທີ່ປະຈໍາການຢູ່ຖານທັບອາກາດ Yokota Air Base ໃນເມືອງ Yokota, ປະເທດຍີ່ປຸ່ນ, ວັນທີ 17 ກັນຍາ 2012.
U.S. Defense Secretary Leon Panetta is on a trip to Japan, China and New Zealand. He told Chinese troops Washington's strategic military shift toward Asia is not meant to contain the rise of China.
ລັດຖະມດົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta, ຂວາ, ຍິ້ມຫົວກັບທ່ານ Satoshi Morimotoລັດຖະມດົນຕີປ້ອງກັນປະເທດຍີ່ປຸ່ນ ຫລັງຈາກໃຫ້ສໍາພາດຂ່າວຮ່ວມກັນ ຢູ່ກະຊວງປ້ອງກັນປະເທດຂອງຍີ່ປຸ່ນ ທີ່ນະຄອນຫລວງໂຕກຽວ, ວັນທີ 17 ກັນຍາ 2012.
7/7 ລັດຖະມດົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta, ຂວາ, ຍິ້ມຫົວກັບທ່ານ Satoshi Morimotoລັດຖະມດົນຕີປ້ອງກັນປະເທດຍີ່ປຸ່ນ ຫລັງຈາກໃຫ້ສໍາພາດຂ່າວຮ່ວມກັນ ຢູ່ກະຊວງປ້ອງກັນປະເທດຂອງຍີ່ປຸ່ນ ທີ່ນະຄອນຫລວງໂຕກຽວ, ວັນທີ 17 ກັນຍາ 2012.
U.S. Defense Secretary Leon Panetta is on a trip to Japan, China and New Zealand. He told Chinese troops Washington's strategic military shift toward Asia is not meant to contain the rise of China.
Previous slide
Next slide
XS
SM
MD
LG