ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະສານສາ​ກົນ​ ຮຽກ​ຮ້ອງ​ໃຫ້ເອົາຄວາມຍຸ​ຕິ​ທຳ ມາ​ໃຫ້​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ ​ຈາ​ກ​ການທັບ​ມ້າງ​ການ​ປະ​ທ້ວງ ປີ 2019 ຂອງ​ ຊາວ​ອີ​ຣ່ານ


ພວກ​ປະ​ທ້​ວງ​ຕໍ່​ຕ້ານ​ລັດ​ຖະ​ບານ​ພາ​ກັນ​ລົງສູ່​ຖະ​ໜົນ​ຫົນ​ທາງ​ໃນ​ອີ​ຣ່ານ ໃນ​ເດືອນ​ພະ​ຈິກ 2019.
ພວກ​ປະ​ທ້​ວງ​ຕໍ່​ຕ້ານ​ລັດ​ຖະ​ບານ​ພາ​ກັນ​ລົງສູ່​ຖະ​ໜົນ​ຫົນ​ທາງ​ໃນ​ອີ​ຣ່ານ ໃນ​ເດືອນ​ພະ​ຈິກ 2019.

ຄະນະສານສາກົນກ່ຽວກັບການກໍ່ອາຊະຍາກຳໂຫດຮ້າຍຂອງອີຣ່ານໄດ້ຢຸດ​ການຮັບ​ຟັງ​ຄະ​ດີໃນວັນອາທິດວານນີ້ທີ່ລອນດອນ ຫຼັງຈາກໄດ້ຮັບຟັງການໃຫ້ຄຳໃຫ້​ການ​ຂອງພະຍານຫຼາຍກວ່າ 30 ຄົນເປັນ​ເວ​ລາ5 ມື້ ທີ່ກ່າວຫາວ່າເຈົ້າ​ໜ້າ​ທີ່ອີ ຣ່ານໄດ້ສັງຫານ, ທໍ​ລະ​ມານ ແລະຂົ່ມເຫັງ​ປະ​ຊາ​ຊົນຂອງ​ເຂົາ​ເຈົ້າຫຼາຍພັນຄົນ ເມື່ອສາມປີກ່ອນໃນລະຫວ່າງການປະທ້ວງຄັດ​ຄ້ານການຂຶ້ນລາຄານໍ້າມັນ ຢ່າງ ກະທັນຫັນຂອງເຕຫະ​ຣ່ານ.

ຄະນະ​ທະນາຍຄວາມ 6 ທ່ານ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ກຸ່ມ​ສັງຄົມ​ພົນລະ​ເຮືອນ​ແຕ່​ບໍ່​ມີ​ສະຖານະ​ພາບທາງ​ດ້ານ​ກົດໝາຍ​ສາກົນ ​ຢ່າງ​ເປັນ​ທາງ​ການກ່າວ​ວ່າ ຕົນ​ໄດ້​ກວດກາ​ເບິ່ງ​ຄຳ​ເວົ້າ​ໃນບົດ​ຂຽນ, ວິ​ດີ​ໂອ ​ແລະຮູບ​ພາບ​ນັ້ນ​ຫຼາຍ​ກວ່າ 100 ອັນ ກ່ຽວ​ກັບ​ການ​ປະ​ທ້ວງ​ທີ່ສັນຕິໂດຍສ່ວນໃຫຍ່ແຕ່ໄດ້ກາຍເປັນຄວາມຮຸນແຮງນັ້ນ. ຍັງ​ຈະ​ໄດ້​ມີ​ການ​ທົບ​ທວນ​ຄືນຫລັກ​ຖານ​ທີ່​ຍື່ນ​ມານັ້ນ​ເພີ້ມ​ອີກ, ​ໂດຍທີ່​ຄະນະ​ກຳ ມະການ​ກ່າວ​ວ່າພະຍານ​ຄົນ​ອື່ນໆ ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ຢາກ​ມາ​ໃຫ້​ຄຳ​ໃຫ້​ການກ່ອນ​ທີ່​ຈະ​ມີ​ການ​ປະ​ກາດ​ບົດ​ລາຍ​ງານ​ສຸດ​ທ້າຍ​ອອກ​ມາໃນ​ຕົ້ນ​ປີ 2022.

ພວກທີ່​ເຫັນ​ເຫດການ​ກ່ຽວ​ກັບ​ການ​ກໍ່​ຄວາມ​ຮຸນ​ແຮງ​ໄດ້​ຖິ້ມ​ໂທດ​ໃສ່​ກອງ​ກຳລັງ​ພິ​ທັກປະ​ຕິ​ວັດ​ອິສ​ລາມ​ຂອງ​ອີຣ່ານ ​ແລະ​ກອງກຳລັງ​ຕ້ານ​ການ​ຈະ​ລາຈົນ​ພິ​ເສດ​ວ່າ​ໄດ້​ທຳການ​ໂຈມ​ຕີ.

ທ່ານຮາ​ມິດ ຊາ​ບີ (Hamid Sabi) ທະນາຍຄວາມຄົນນຶ່ງທີ່ນຳ​ເອົາຄະດີຟ້ອງ​ຮ້ອງເຈົ້າໜ້າທີ່ອີຣ່ານມາສະເໜີນັ້ນກ່າວວ່າ, “ພວກເຮົາຫວັງວ່າ ໂດຍ​ມີສິ່ງ ທີ່ພວກເຮົາໄດ້ສະເໜີມາຮອດຕອນນີ້​ແລ້ວ, ລັດຖະບານຂອງ​ປະ​ເທ​ດ​ໃນໂລກ ຈະພິຈາລະນາເອົາມາດຕະການລົງໂທດແມັກ​ນິ​ສ​ກີ (Magnitsky) ຕໍ່ 133 ຄົນທີ່ພວກເຮົາໄດ້ກ່າວຫາວ່າ ເປັນຜູ້ກະທໍາໂທດກຳອັນຮ້າຍແຮງເຫຼົ່ານີ້.”

ການອ້າງອີງຂອງທ່ານກ່ຽວກັບມາດຕະການລົງໂທດແມັກ​ນິ​ສ​ກີ (Magnitsky) ແມ່ນຫມາຍເຖິງກົດຫມາຍຂອງສະຫະລັດປີ 2016 ທີ່ອະນຸຍາດໃຫ້ວໍຊິງຕັນ ສາມາດເອົາ​ຊື່ຂອງ​ບັນ​ດາເຈົ້າຫນ້າທີ່ລັດຖະບານຕ່າງປະເທດທີ່ມີ​ສ່ວນກ່ຽວຂ້ອງ ກັບການລະເມີດສິດທິມະນຸດ ໃນທົ່ວໂລກເຂົ້າ​ໃນບັນຊີດໍາ.

ທ່ານ​ນາງເຣ​ຈີ​ນາ ພາວ​ໂລ​ສ​ເຊ (Regina Paulose), ທີ່ປຶກສາຮ່ວມຂອງ ສານສາ​ກົນ ກ່າວວ່າຜູ້ເຄາະຮ້າຍແລະຜູ້ລອດຊີວິດຈາກການໂຈມຕີ "ຕ້ອງໄດ້ ຮັບຄວາມຍຸດຕິທໍາ" ພາຍໃຕ້ສົນທິສັນຍາຂອງສະຫະປະຊາຊາດ.

ທ່ານຊາ​ດີ ຊາ​ເດຣິ (Shadi Sadr), ຜູ້​ອຳ​ນວຍ​ການ​ດ້ານຍຸ​ຕິ​ທຳສຳ​ລັບ​ເລື້ອງອີ​ຣ່ານ ແລະ ຜູ້​ຮ່ວມ​ຈັດ​ຕັ້ງ​ຂອງ​ສານຍຸ​ຕິ​ທຳກ່າວ​ວ່າ, “ໂດຍ​ຍົກ​ສູງຄວາມ​ຈິງໃຫ້​ເປັນສິ່ງ​ສຳ​ຄັນ​ທີ່​ສຸດ, ບັນ​ດາ​ສະ​ມາ​ຊິກ​ຂອງຄະ​ນະສານ​ສາ​ກົນ​ທີ່ມີ​ກຽດສູງ​ສົ່ງ​ໄດ້​ຈັດ​ຫາບ່ອນ​ປອດ​ໄພ​ໃຫ້​ແກ່​ຍາດ​ພີ່​ນ້ອງ​ຂອງ​ຜູ້​ໄດ້​ຮັບເຄາະ​ຮ້າຍ ແລະພວກ​ປະ​ທ້ວງຜູ້ທີ່ຖືກກ່າວຫາວ່າເປັນ 'ຜູ້ກໍ່ການຈາ​ລະ​ຈົນ' ແລະ 'ພວກກໍ່ການຮ້າຍ' ໂດຍປະ​ເທດຂອງຕົນເອງ ໄດ້ຢືນຢູ່ຢ່າງສະ​ຫງ່າຜ່າ​ເຜີຍ ແລະມີຄວາມພາກພູມ ໃຈທີ່ໄດ້​ເອົາຄວາມຈິງອອກມາ​ເວົ້າ​ໃຫ້ຊາວໂລກຮູ້.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG