ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກາເຟເກອິຊາ ຂອງປານາມາ ມີລາຄາສູງເຖິງ 100 ໂດລາຕໍ່ຈອກ


ກາເຟເກອິຊາຂອງປານາມາ ລາຄາຈອກລະ 100 ໂດລາສະຫະລັດ

ເປັນເວລາດົນນານ​ມາແລ້ວ ທີ່ຄົນທົ່ວໂລກ ຍອມຈ່າຍເງິນຫຼາຍຂຶ້ນ ເພື່ອຊື້ກາເຟ ຄຸນນະພາບທີ່ດີເລີດ. ແຕ່ຖ້າມັນລາຄາແພງກວ່າ 100 ໂດລາຕໍ່ຈອກ ເດ່​ຫລະ ທ່ານ​ຈະ​ຄິດ​ວ່າ​ແນວ​ໃດ? ອັອສກາ ຊູລບາແຣນ (Oscar Sulbarán) ມີລາຍງານເລື່ອງນີ້ ຈາກປານາມາຊີ​ຕີ້, ນະ​ຄອນ​ຫລວງຂອງປະເທດປານາມາ ເຊິ່ງອາດນາສັກຈະນຳເອົາ ລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນປະເທດປານາມາແມ່ນ ມີກາເຟ, ແລະຫຼັງຈາກນັ້ນ ກໍມີກາເຟເກອິຊາ (Geisha), ເຊິ່ງມີລາຄາທີ່ອາດສູງກວ່ານຶ່ງຮ້ອຍໂດລາຕໍ່ຈອກອີກ.

ປານາມາ ໄດ້ເລີ່ມການປູກແນວພັນກາ​ເຟເອທິໂອເປຍ ທີ່ມີເອກະລັກສະເພາະອັນນີ້ ໃນຊຸມປີ 1960 ເພາະວ່າ ມັນສາມາດຕ້ານເຊື້ອລາ ທີ່ຄຸກຄາມຜົນຜະລິດກາເຟທົ່ວໄປນັ້ນ​ໄດ້.

ເມື່ອເວລາຜ່ານໄປ ມັນໄດ້ກາຍເປັນເຄື່ອງດື່ມທີ່ແປກໃໝ່ ແລະມີລາຄາແພງ.

ບຣາຊີລ, ໂຄລອ​ມເບຍ, ແມັກຊີໂກ, ເປຣູ ແລະ ຮອນດູຣາສ ແມ່ນຢູ່ໃນແຖວ ຫນ້າຂອງການຜະລິດກາເຟໃນທົ່ວໂລກ. ແລະເຖິງແມ່ນວ່າ ປານາມາ ຈະບໍ່ໄດ້ຢູ່ໃນບັນຊີລາຍຊື່ດັ່ງກ່າວກໍ​ຕາມ ແຕ່ເມັດກາເຟເກອິຊາ (Geisha) ຂອງປານາມາ ກໍ່ໄດ້ຮັບຄວາມນິຍົມໃນຊ່ວງຫລາຍປີຜ່ານມານີ້ ເນື່ອງຈາກຄຸນນະພາບ ຂອງມັນ.

ທ່ານ ຟຣານຊິສໂກ ເຊີເຣຊິນ, ເຈົ້າຂອງບໍ​ລິ​ສັດ ດອນ ພາຈີ ອະສັງຫາລິມມະຊັບ ກ່າວວ່າ:

“ພວກ​ເຮົາ​ບໍ່​ສາ​ມາດ​ແຂ່ງ​ຂັນດ້ວຍ​ປະ​ລິ​ມານ​ກາ​ເຟ ​ທີ່​ພວກ​ເຮົາ​ຜະ​ລິດ​ໄດ້, ແຕ່​ພວກ​ເຮົາ​ສາ​ມາດ​ແຂ່ງ​ຂັນ​ກັບ​ປະ​ເທດ​ໃດ​ໆ​ໃນ​ໂລກໄດ້​ ດ້ວຍລັກສະນະດ້ານ​ຄຸນ​ນະພາບທີ່​ພວກ​ເຮົາ​ຜະ​ລິດ​ໄດ້. ຍິ່ງໄປກວ່ານັ້ນ, ໂດຍທີ່ບໍ່ຕ້ອງຢ້ານວ່າຈະເວົ້າຜິດ, ປານາມາ ໄດ້ກາຍເປັນຄຳສັບ ທີ່ໝາຍເຖິງຄຸນນະພາບໃນໂລກຂອງກາເຟແລ້ວ."

ການຜະລິດກາເຟປະ​ເພດນີ້ ມີຄ່າໃຊ້ຈ່າຍຫລາຍກວ່າການຜະລິດກາເຟທຳ​ມະ​ດາ ເຖິງ 3 ຫາ 4 ເທົ່າ. ເມື່ອ​ຖາມ​ຫາເຫດ​ຜົນ ກໍຄືວ່າ ຂັ້ນ​ຕອນການຄວບຄຸມຄຸນນະພາບຢ່າງລະອຽດຖີ່ຖ້ວນ ທີ່ເລີ່ມຕົ້ນມາ​ຕັ້ງແຕ່ການຫວ່ານແກ່ນເມັດພັນ.

ທ່ານນາງເຈເນັທ ແຈນສັນ, ຈາກບໍ​ລິ​ສັດ ກາເຟແຈນສັນ ກ່າວເປັນ​ພາ​ສາ​ສະ​ເປນ ວ່າ: “ມັນຖືກປ້ອນອາຫານ ຫຼືໃສ່ປຸ໋ຍ ຫຼາຍຄັ້ງຕໍ່ປີ ກວ່າກາເຟອັນອື່ນໆ. ໃນເວລາ ເກັບກ່ຽວ, ທ່ານກໍຈະຕ້ອງຈ່າຍເງິນຫຼາຍຂຶ້ນ ສໍາລັບການເກັບກ່ຽວທີ່ຖືກວີ​ທີ. ແມ່ນແຕ່ ຫຼັງຈາກການເກັບກ່ຽວ ກາເຟກໍ່ຍັງໄດ້ຖືກຄັດເລືອກ ກ່ອນທີ່ຈະນຳ​ອອກ​ໄປ​ຈຳ​ໜ່າຍ ແລະ ສໍາລັບເຮັດທຸກ​ສິ່ງ​ຢ່າງທັງຫມົດນັ້ນ ທ່ານຕ້ອງໄດ້ຈ່າຍເງິນຫຼາຍຂຶ້ນ.”

ຍີ່ປຸ່ນ, ໄຕ້ຫວັນ, ຈີນ, ເກົາຫລີໃຕ້, ອິນໂດເນເຊຍ, ສິງກະໂປ ແລະອອສເຕຣເລຍ ແມ່ນຈຸດຫມາຍປາຍທາງບາງສ່ວນສໍາລັບກາເຟເກອິຊາຂອງປານາມາ. ຜູ້ຜະລິດກາ​ເຟ ນີ້ ກ່າວວ່າ ດິນທີ່ໃຊ້ປູກມັນເຮັດໃຫ້ເກີດຄວາມແຕກຕ່າງ.

ທ່ານໄມໂຄລ ແຈນສັນ ຈາກບໍ​ລິ​ສັດກາເຟແຈນສັນກ່າວ ເປັນ​ພາ​ສາ​ສະ​ເປນວ່າ: "ໃນໂຄລອມເບຍ, ບຣາຊິລ, ທັງຫມົດໃນຂົງ​ເຂດອາເມຣິກາກາງ, ພວກເຂົາເຈົ້າໄດ້ ເອົາເມັດພັນມາຈາກປານາມາ, ແຕ່ພວກເຂົາບໍ່ສາມາດຜະລິດພັນກາເຟ ທີ່ມີຄຸນນະພາບແບບດຽວກັບກາເຟເກອິຊາຂອງປານາມາຄືນໄດ້, ພວກເຂົາເຈົ້າຍັງຜະ​ລິດມັນບໍ່ໄດ້ເທື່ອ."

ຜູ້ທີ່ມີຄວາມຫຼົງໄຫຼໃນກາເຟເວົ້າວ່າ ມັນມີລົດຊາດທີ່ນຸ້ມນວນ ພ້ອມກັບມີກິ່ນຫອມ ຂອງຫມາກໄມ້ທີ່ແປກໃໝ່ ທີ່ເຮັດໃຫ້ມັນຄຸ້ມຄ່າກັບເງິນ. ອີງຕາມຜູ້ຊ່ຽວຊານແລ້ວ ກາເຟສາມາດມີລັກສະນະທາງລົດຊາດຫຼາຍກວ່າ 800 ​ລົດຊ​າດ ແລະມີທາດປະສົມທາງດ້ານກິ່ນຫອມຢູ່ຫຼາຍກວ່າ 800 ກິ່ນ. ທ່ານນາງ ມາຣິດສາ ລີຊອນໂດຣ (Maritza Lizondro), ນັກຊິມກາ​ເຟມືອາຊີບ ແລະເປັນນຶ່ງໃນບັນ​ດາ​ນັກຊ່ຽວຊານ ດ້ານການຄວບຄຸມຄຸນນະພາບກາ​ເຟເກອິຊາ, ໄດ້ພັນ​ລະ​ນາເຖິງບາງສ່ວນ ຂອງບັນ ດາລັກສະນະດັ່ງກ່າວນັ້ນ​ວ່າ:

"ສິ່ງທີ່ເຮັດໃຫ້ທ່ານສາ​ມາດ​ແຍກ​ແຍະ​ໃຫ້​ເຫັນຄວາມແຕກຕ່າງຂອງ​ມັນຈາກກາ​ເຟອັນອື່ນໄດ້. ມັນ​ເປັນກາເຟທີ່​ມີລົດຊາດສົ້ມ, ດີ, ກົມກ່ອມ, ນຸ້ມນວນ ແລະຫວານ ທັງໝົດ​ນັ້ນ​ເລີຍ."

​ປັດຈຸບັນນີ້ ມີສວນຜະລິດກາເຟເກອິຊາ ຫຼາຍກວ່າ 70 ແຫ່ງ ໃນປານາມາ, ແລະ ໃນ​ຂະ​ນະ​ທີ່ຊື່ສຽງຂອງມັນສູງຂຶ້ນ, ໂອກາດກໍ່ຫຼາຍຂຶ້ນ, ລາຄາກໍສູງ​ຂຶ້ນເຊັ່ນກັນ.

People worldwide have long been paying more for a premium cup of coffee.

But what about a cost of over 100 dollars for a cup? From Panama City, Panama, Oscar Sulbarán has the story, narrated by Cristina Caicedo Smit.

In Panama, there is coffee, and then there is Geisha coffee, which can cost more than one-hundred-dollars a cup.

Panama began growing this unique Ethiopian variety in the 1960s because it could survive a fungus that was threatening regular coffee crops.

Over time, it became an exotic and expensive drink.

Brazil, Colombia, Mexico, Peru, and Honduras are at the forefront of coffee production worldwide. And although Panama is not on the list, its Geisha bean has become popular over the years for its quality.

Francisco Serracín, Owner of Don Pachi Estate:

“We cannot be competitive in relation to the volume of coffee that we produce, but we can be competitive with any country in the world in relation to the quality characteristic that we produce. What's more, without fear of being wrong, Panama has become a synonym for quality in the world of coffee.”

Producing this coffee costs three to four times more than producing regular coffee. The reason? An exhaustive quality control process that starts from the sowing of the seed.

Janette Janson, Janson Coffee:

“It is fed or fertilized more times a year than the other coffees. At harvest time, you pay more for the harvest to be done correctly. Even after the harvest, the coffee is selected before it's distributed, and for all that, you have to pay more.”

Japan, Taiwan, China, South Korea, Indonesia, Singapore and Australia are some of the destinations for Panama Geisha coffee. Its producers say the soil that it is planted in makes the difference.

Michael Janson, from Janson Coffee:

"To Colombia, to Brazil, to all of Central America, they have taken seeds from Panama, but they have not been able to reproduce the quality of the Panamanian Geisha coffee, they still have not done it."

Coffee connoisseurs say it has a silky taste with hints of exotic fruit that make it worth the money. According to experts, coffee can have over 800 flavor characteristics and over 800 aromatic compounds. Maritza Lizondro, a professional taster and one of the Geisha quality control experts, describes some of them.

Maritza Lizondro, Casa Ruiz Quality Control:

“What makes you differentiate from one to another. A totally citric coffee, pleasant, dim, soft and sweet.”

More than 70 farms currently produce Geisha coffee in Panama, and as its fame grows, chances are, so will the price.

XS
SM
MD
LG