ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ ປາເລສໄຕນ໌ ຖືກຍິງ ຫຼັງຈາກ ແທງທະຫານ ອິສຣາແອລ


ຜູ້ປະທ້ວງ ປາເລສໄຕນ໌ ຄົນໜຶ່ງເຕະລະເບີດນ້ຳຕາຍິງໂດຍ ທະຫານ ອິສຣາແອລ ໃນລະຫວ່າງການປະທະກັນໃນເມືອງ Abu Dis ເຂດ West Bank ໃກ້ກັບນະຄອນ Jerusalem. 28 ຕຸລາ, 2015.
ຜູ້ປະທ້ວງ ປາເລສໄຕນ໌ ຄົນໜຶ່ງເຕະລະເບີດນ້ຳຕາຍິງໂດຍ ທະຫານ ອິສຣາແອລ ໃນລະຫວ່າງການປະທະກັນໃນເມືອງ Abu Dis ເຂດ West Bank ໃກ້ກັບນະຄອນ Jerusalem. 28 ຕຸລາ, 2015.

ກຳລັງຮັກສາ​ຄວາມ​ປອດ​ໄ​ພ ອິສຣາ​ແອ​ລ ກ່າວ​ວ່າຜູ້​ຊາຍ ປາ​ເລ​ສ​ໄຕ​ນ໌ ຄົນ​ໜຶ່ງ ​ທີ່​ໄດ້​ແທງ​ທະຫານ​ ໃນ​ເຂດ West Bank ​ໃນ​ວັນ​ພະຫັດ​ມື້ນີ້ ​ໄດ້​ຖືກ​ຍິງບາດ​ເ​ຈັບ​ສາຫັດ, ​ໃນກໍລະນີ​ຄວາມ​ຮຸ​ນ​ແຮງ​ຫລ້າ​ສຸດ ​ເຊິ່ງອົງ ການ​ສະຫະ​ປະຊາ​ຊາດ ​ໄດ້​ເຕືອນວ່າ ​ແມ່ນ​ກຳລັງ​ກາຍ​ເປັນ “ຄວາມ​ຫະຍານະ.”

​ໃນ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ ກອງທັບ ອິສຣາ​ແອ​ລ ​ໄດ້​ກ່າວ​ວ່າ ທະຫານ​ຜູ້​ທີ່​ຖືກ​ແທງ​ນັ້ນ​ ໄດ້​ຮັບ​ບາດ​ເຈັບ​ພຽງ​ໜ້ອຍ​ດຽວ​ຈາກ​ເຫດການ​ ​ເຊິ່ງ​ໄດ້​ເກີດ​ຂື້ນ​ຢູ່​ໃກ້​ກັບ​ສຸສານ​ຂອງ​ພະ​ສັງຄະ​ລາດໃນ​ເມືອງ Hebron, ບ່ອນ​ທີ່​ພວກຕັ້ງ​ຖິ່ນ​ຖານຊາວ ອິສຣາແອ​ລ ​ໄດ້ກໍ່​ໃຫ້​ເກີດຄວາມ​ເຄັ່ງ​ຕຶງສູງ ຢູ່​ທີ່​ນັ້ນ.

​ການ​ກໍ່ຄວາ​ມຮຸນແຮງ​ຂອງ​ຊາວ​ປາ​ເລ​ສ​ໄຕ​ນ໌ ເປັນເວລາ​ດົນ​ກວ່າໜຶ່ງ​ເດືອນຜ່ານ​ມາ ​ໄດ້ເຮັດ​ໃຫ້ຊາວ ອິສຣາ​ແອ​ລ ​11 ຄົນ ແລະ ຊາວປາ​ເລ​ສ​ໄຕ​ນ 58 ຄົນ​ເສຍ​ຊີວິດ. ອິສຣາ​ແອ​ລ ກ່າວ​ວ່າຊາວ ປາ​ເລ​ສ​ໄຕ​ນ໌ ສ່ວນ​ໃຫຍ່​ໄດ້​ຖືກ​ຂ້າ​ຕາຍ​ໃນ​ເວລາໂຈ​ມຕີ ຫຼື ພະຍາຍາມ​ທີ່​ຈະ​ຍິງ ຫຼື ​ແທງ​ປະຊາຊົນ, ຕຳຫຼວດ ຫຼື ທະຫານ ອິສຣາ​ແອ​ລ.

ຄວາມ​ຮຸນ​ແຮງ​ໄດ້​ລະ​ເບີດຂຶ້ນ​ເມື່ອ​ຂ່າວ​ລື​ໄດ້​ກະຈາຍ​ໄປ​ທົ່ວ​ບ້ານ​ຂອງ​ຊາວ ປາເລສ​ໄຕ​ນ໌ ວ່າ ອິສຣາ​ແອ​ລ ກຳລັງ​ວາງ​ແຜນ​ທີ່​ຈະ​ຍຶດ​ເອົາສະຖານ​ທີ່​ສັກສິດ ທັງ​ສຳລັບ​ຊາວ​ມຸສລິ​ມ ​ແລະ​ຊາວ​ອິສຣາ​ແອ​ລ ໃນພາກຕາ​ເວັນ​ອອກ​ຂອງນະຄອນ Jerussalem. ​ອິສຣາ​ແອ​ລ ​ໄດ້​ປະຕິ​ເສດ​ຕໍ່ຂ່າວ​ລື​ດັ່ງກ່າວນັ້ນ​ຢ່າງ​ຕໍ່​ເນື່ອງ.

ອົງການຂ້າ​ຫຼວງ​ໃຫຍ່​ດ້ານ​ສິດທິ​ມະນຸດ ຂອງ​ສະຫະ​ປະຊາ​ຊາດ​ ​ໃນ​ວັນ​ພຸດ​ວານ​ນີ້ໄດ້​ກ່າວ ວ່າຄວາມ​ຮຸນ​ແຮງ​ຈະ“ດຶງ​ດູດ​ພວກ​ເຂົາ​ເຈົ້າ​ເຂົ້າ​ສູ່​ຄວາມ​ຫາ​ຍານະ” ຖ້າວ່າ​ມັນ​ບໍ່​ຢຸດ​ລົງໃນ​ທັນທີ.

ທ່ານ Zeid Ra’ad al Hussein ​ໄດ້​ກ່າວ​ວ່າ “ຄົນ​ຜູ້​ທີ່​ຢ້ານກົວ​ເຊິ່ງ​ກັ​ນ​ແລະ​ກັນ, ຜູ້​ທີ່​ຢ້ານ​ກົວ​ແຮງ​ຈູງ​ໃຈ​ທີ່​ສອດຄ່ອງ​ຕໍ່​ກັນ​ແລະ​ກັນ ​ແລະ ຢ້ານ​ກົວ​ຫຼາຍ​ຕໍ່​ອະນາ​ຄົດ. ຄວາມ​ຢ້ານ​ກົວ​ນັ້ນ, ນອກຈາກໄດ້ຖືກ​ກວດ ກາ, ມັນ​ຈະ​ກາຍ​ເປັນ​ເວລາ​ທີ່​ສັບສົນ, ​ແລະ ຕາ​ຍຕົວ.. ກາ​ນພິຈາລະ ນາ​ກ່ຽວ​ກັບມະ​ນຸດ​ສະ​ທຳ​ທັງຫຼາຍ​ ຈະ​ກາຍ​ເປັນ​ເລື່ອງຮອງ​ລົງ​ໄປ.”

XS
SM
MD
LG