ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ປາແລັສໄຕນ໌ ບອກທ່ານ ທຣຳ ວ່າ ທ່ານຄວນ ລະອາຍໃຈຕົນເອງ


ປະທານາທິບໍດີ ປາແລັສໄຕນ໌ ທ່ານ ມາກມູດ ອັບບັສ, ກາງ, ກ່າວຄຳປາໄສໃນລະຫວ່າງກອງປະຊຸມກັບສະພາສູນກາງ ປາແລັສໄຕນ໌, ເປັນກຸ່ມທຳການຕັດສິນໃຈລະດັບສູງ, ທີ່
ສຳນັກງານໃຫຍ່ຂອງທ່ານ ໃນເມືອງ ຣາມາລລາ, ເຂດ ເວັສແບັງ. 14 ມັງກອນ, 2018.
ປະທານາທິບໍດີ ປາແລັສໄຕນ໌ ທ່ານ ມາກມູດ ອັບບັສ, ກາງ, ກ່າວຄຳປາໄສໃນລະຫວ່າງກອງປະຊຸມກັບສະພາສູນກາງ ປາແລັສໄຕນ໌, ເປັນກຸ່ມທຳການຕັດສິນໃຈລະດັບສູງ, ທີ່ ສຳນັກງານໃຫຍ່ຂອງທ່ານ ໃນເມືອງ ຣາມາລລາ, ເຂດ ເວັສແບັງ. 14 ມັງກອນ, 2018.

ຜູ້ນຳ ປາແລັສໄຕນ໌ ທ່ານ ມາກມູດ ອັບບັສ "Mahmoud Abbas" ໄດ້ກ່າວໃນວັນອາ
ທິດວານນີ້ວ່າ ປະທານາທິບໍດີ ດໍໂນລ ທຣຳ ຄວນລະອາຍໃຈຕົນເອງສຳລັບການເວົ້າ
ວ່າ ປາແລັສໄຕນ໌ ປະຕິເສດ ບໍ່ຢາກໃຫ້ມີ ການເຈລະຈາສັນຕິພາບ.

ໃນການຕໍ່ວ່າກັນ 2 ຊົ່ວໂມງ ກ່ຽວກັບ ນະໂຍບາຍ ປາແລັສໄຕນ໌ ຂອງທ່ານ ທຣຳ ນັ້ນ,
ທ່ານ ອັບບັສ ໄດ້ກ່າວຕໍ່ສະພາສູນກາງ ປາແລັສໄຕນ ເຊິ່ງເປັນກຸ່ມທຳການຕັດສິນໃຈ
ຂອງອົງການປົດປ່ອຍ ປາແລັສໄຕນ໌ ວ່າ ທ່ານຈະບໍ່ຮັບເອົາ ສະຫະລັດ ເປັນຜູ້ໄກ່ເກ່ຍ
ສັນຕິພາບອີກຕໍ່ໄປ.

ທ່ານ ອັບບັສ ໄດ້ຮຽກຮ້ອງໃຫ້ຈັດຂະບວນການສັນຕິພາບ ທີ່ເຈລະຈາໂດຍສາກົນ
ແທນທີ່ຈະແມ່ນອັນທີ່ນຳໜ້າໂດຍ ສະຫະລັດ.

ທ່ານ ທຣຳ ໄດ້ເອີ້ນສົນທິສັນຍາສັນຕິພາບເຂດຕາເວັນອອກກາງເປັນປະຈຳວ່າ “ຂໍ້ຕົກ
ລົງແຫ່ງສັດຕະວັດ.” ແຕ່ຄວາມພະຍາຍາມຂອງລັດຖະບານຂອງທ່ານ ເພື່ອຟື້ນຟູການ
ເຈລະຈາສັນຕິພາບ ທີ່ບໍ່ມີການປ່ຽນແປງຫຍັງນັ້ນ ປັດຈຸບັນນີ້ ແມ່ນຍັງໄປບໍ່ຮອດໃສ.

ທ່ານ ທຣຳ ໄດ້ຂູ່ວ່າ ຈະຕັດເງິນຊ່ວຍເຫຼືອ ປາແລັສໄຕນ ຫຼາຍຮ້ອຍລ້ານໂດລາ, ໂດຍ
ກ່າວວ່າ ເຂົາເຈົ້າໄດ້ຍ່າງໜີຈາກການເຈລະຈາ.

ທ່ານ ອັບບັສ ໄດ້ທ້າທາຍທ່ານ ທຣຳ ເພື່ອໃຫ້ພິສູດການປະຕິເສດທີ່ຈະປຶກສາຫາລື
ດ້ານສັນຕິພາບຂອງ ປາແລັສໄຕນ໌ ນັ້ນ. ນອກນັ້ນ ທ່ານຍັງໄດ້ກ່າວຫາ ອິສຣາແອລ
ວ່າທຳລາຍຂໍ້ຕົກລົງສັນຕິພາບ ອອສ໌ໂລ "Oslo" ດ້ວຍການສືບຕໍ່ທຳການຕັ້ງຖິ່ນຖານ
ໃໝ່ໃຫ້ຊາວ ຢິວ ໃນເຂດ ເວັສແບັງ.

ຂໍ້ຕົກລົງ "Oslo" ໄດ້ນຳໄປສູ່ການຕັດສິນໃຈເອງຢ່າງບໍ່ຍຸຕິທຳ ສຳລັບ ປາແລັສໄຕນ໌,
ພ້ອມກັບການຮັບຮູ້ ອົງການປົດປ່ອຍ ປາແລັສໄຕນ໌ ໂດຍ ອິສຣາແອລ.

ແຕ່ຂໍ້ແກ້ໄຂສອງລັດສະບັບສຸດທ້າຍລະຫວ່າງ ອິສຣາແອລ ກັບ ປາແລັສໄຕນ໌ ນັ້ນ
ແມ່ນມັກຈະບໍ່ສາມາດບັນລຸໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG