ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ​ປາ​ແລັສ​ໄຕ​ນ໌ ເອີ້ນທູດ ສະຫະລັດ ວ່າແມ່ນ ​ລູກ​ຂອງ​ໝາ ຫຼື ​'Son of a Dog'


ປະທານາທິບໍດີ​ປາ​ແລັສ​ໄຕ​ນ໌ ທ່ານມາ​ມູດ ອັບ​ບາສ (Mahmoud Abbas) ສະແດງທ່າທີ ໃນກອງປະຊຸມ ຂອງບັນດາຜູ້ນຳປາແລັສໄຕນ໌ ທີ່ເມືອງຣາມາລລາ, ໃນເຂດແຄມຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດັນ, 19 ມີນາ 2018.
ປະທານາທິບໍດີ​ປາ​ແລັສ​ໄຕ​ນ໌ ທ່ານມາ​ມູດ ອັບ​ບາສ (Mahmoud Abbas) ສະແດງທ່າທີ ໃນກອງປະຊຸມ ຂອງບັນດາຜູ້ນຳປາແລັສໄຕນ໌ ທີ່ເມືອງຣາມາລລາ, ໃນເຂດແຄມຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດັນ, 19 ມີນາ 2018.

ປະທານາທິບໍດີ​ປາ​ແລັສ​ໄຕ​ນ໌ ທ່ານມາ​ມູດ ອັບ​ບາສ (Mahmoud Abbas) ​ໄດ້ເອີ້ນ
ເອກອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ອິສຣາ​ແອ​ລ (Israel) ວ່າ ​ແມ່ນ​ລູກ​ຂອງ​ໝາ
ຫຼື“a son of dog” ​ໃນ​ລະຫວ່າງທີ່​ມີ​ການ​ໂຈມ​ຕີ​ຢ່າງເຈັບ​ແສບ ຕໍ່​ນະ​ໂຍບາຍ​ຂອງ
ປະທານາທິ ບໍດີສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ.

ຜູ້ນຳ​ປາ​ແລັສ​ໄຕ​ນ໌ ​ໄດ້​ກ່າວ​ຫາເອກ​ອັກຄະ​ລັດຖະທູດ​ເດ​ວິດ ຟຣີດມັນ (David
Friedman) ​ທີ່ກ່າວປົກ​ປ້ອງ ຊາວອິສຣາ​ແອ​ລ ​ທີ່ເຂົ້າໄປຕັ້ງຖິ່ນຖານ ໃນ​ເຂດ​ແຄມຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດັນ ​ໂດຍ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ປຸກ​ເຮືອນ​
ໃສ່ “ດິນ​ຂອງເຂົາເຈົ້າເອງ​.”

ທ່ານອັບ​ບາສ ​ໄດ້​ກ່າວ​ຕໍ່ບັນດາ​ຜູ້ນຳ​ປາ​ແລັສ​ໄຕ​ນ໌ ​ທີ່​ເມືອງຣາມາ​ລລາ ​ໃນ​ວັນ​ຈັນ
​ວານ​ນີ້ ວ່າ“ລູກ​ໝາ​ກ່າວ​ວ່າ ພວກ​ເຂົາໄດ້​ສ້າງ​ບ້ານ​ເຮືອນ​ໃສ່​ດິນຂອງ​ພວກ​ເຂົາ​
ເຈົ້າເອງ? ​ລາວ​ແມ່ນ​ຜູ້​ຕັ້ງຖິ່ນຖານ ​ແລະ​ຄອບຄົວ​ຂອງ​ລາວ ​ກໍ​ແມ່ນ​ພວກ​ຕັ້ງຖິ່ນ
ຖານ ​ແລະ​ລາວ ກໍ​ແມ່ນເອກ​ອັກຄະ​ລັດຖະທູດ​ສະຫະລັດປະຈຳ​ເທ​ລອາ​ວີ​ບ.
ພວກ​ເຮົາ​ຈະ​ຄາດຫວັງ​ຫຍັງ​ຈາກ​ລາວ.”

ທ່ານ ຟຣີດມັນ ຜູ້​ຊຶ່ງ​ເປັນ​ທະນາຍຄວາມ​ສ່ວນ​ຕົວ​ຂອງ​ທ່ານ​ທຣຳ ກ່ອນ​ທີ່​ທ່ານ​ຈະ​ຖືກ​
ແຕ່ງ​ຕັ້ງ​ໃນ​ປີ​ກາຍ​ນີ້ ແມ່ນ​ຜູ້​ສະ​ໜັບ​ສະ​ໜຸນ ມາ​ເປັນ​ເວລາ​ດົນ​ນານ​ແລ້ວໃນ​ການ​ຕັ້ງ
ຖິ່ນຖານໃໝ່ ຢູ່ໃນເຂດແຄມຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດັນ ຊຶ່ງ​ຖື​ວ່າ​ຜິດ​ກົດໝາຍ
ອີງ​ຕາມ​ກົດໝາຍ​ສາກົນ.

ເອກອັກຄະລັດຖະທູດເດວິດ ຟຣີດມັນ (David Friedman) ໃຫ້ການຕໍ່ ຄະນະກຳມະການ ສາຍພົວພັນການຕ່າງປະເທດຂອງສະພາສູງ ໃນການຮັບຟັງລາຍງານ ກ່ອນທີ່ຈະຖືກແຕ່ງຕັ້ງ ໃຫ້ເປັນເອກອັກຄະລັດຖະທູດສະຫະລັດ ປະຈຳ ອິສຣາແອລ ໃນລັດຖະສະພາ, 16 ກຸມພາ 2017.
ເອກອັກຄະລັດຖະທູດເດວິດ ຟຣີດມັນ (David Friedman) ໃຫ້ການຕໍ່ ຄະນະກຳມະການ ສາຍພົວພັນການຕ່າງປະເທດຂອງສະພາສູງ ໃນການຮັບຟັງລາຍງານ ກ່ອນທີ່ຈະຖືກແຕ່ງຕັ້ງ ໃຫ້ເປັນເອກອັກຄະລັດຖະທູດສະຫະລັດ ປະຈຳ ອິສຣາແອລ ໃນລັດຖະສະພາ, 16 ກຸມພາ 2017.

ທ່ານຟຣີດມັນ ຕອບ​ໂຕ້​ຕໍ່​ການໃຫ້ຄວາມ​ເຫັນ​ດັ່ງກ່າວ​ໃນ​ກອງ​ປະຊຸມ ກ່ຽວ​ກັບ​
ການ​ຕໍ່ຕ້ານ ​ຊາວຢິວ (Anti-Semitism) ​ທີ່​ນະຄອນ​ເຈຣູຊາ​ແລັມ (Jerusalem). ​
ໃນ “​ການ​ຕອບໂຕ້ຕໍ່ທ່ານອັບບາສທີ່ເອີ້ນ “ຂ້າພະ​ເຈົ້າ​ວ່າ​ລູກ​ຂອງ​ໝາ​ນັ້ນ,
ທ່ານ​ກ່າວ​ວ່າ “​ການ​ຕໍ່ຕ້ານຊາວຢິວ ຫຼື​ການບັນຍາຍທາງ​ການ​ເມືອງ? ​ມັນ​ບໍ່​ແມ່ນ
ສຳລັບ​ຂ້າພະ​ເຈົ້າ​ຈະ​ເປັນຜູ້​ຕັດສິນ​. ຂ້າພະ​ເຈົ້າ​ປ່ອຍ​ໃຫ້ພວກ​ທ່ານ​ເປັນ​ຜູ້​ກະທຳ​ສາ.”

​ທີ່​ວໍ​ຊີງ​ຕັນ ​ໂຄສົກ​ກະຊວງການ​ຕ່າງປະ​ເທດສະຫະລັດ ​ທ່ານ​ນາງ ​ເຮເທີ ນາວເອີດ
(Heather Nauert) ​ໄດ້​ກ່າວ​ວ່າ “ຄວາມ​ເຫັນຂອງປະທານາທິບໍດີ​ ອັບ​ບາສ ​ແມ່ນ​ເກີນ​
ໄປ​ແລະ​ບໍ່​ໄດ້​ຊ່ອຍ​ຫຍັງ​ເລີຍ. ພວກ​ເຮົາ​ຂໍ​ຮຽກຮ້ອງ​ໃຫ້ອຳນາດການປົກຄອງ​ປາ​
ແລັສ​ໄຕ​ນ໌ ​ໃຫ້​ເພັ່ງ​ເລັງ​ໃສ່​ຄວາມ​ພະຍາຍາມ​ຂອງ​ຕົນ​ ເພື່ອ​ການ​ປັບປຸງຊີວິດ​ການ
ເປັນຢູ່ຂອງ​ປະຊາຊົນ​ຊາວ​ປາ​ແລັສ​ໄຕ​ນ໌ ​ແລະ​ສົ່ງ​ເສີມ​ໃນ​ການ ສ້າງຄວາມກ້າວໜ້າ
ໄປສູ່ສັນຕິພາບ.”

ທູດ​ພິ​ເສດ​ຂອງ​ສະຫະລັດ ​ປະຈຳພາກຕາ​ເວັນ​ອອກ​ກາງ ທ່ານ ​ເຈ​ຊັນ ກຣີນ​ແບ​ລັຕ
(Jason Greenblatt) ໄດ້ອອກຖະແຫຼງການສະບັບນຶ່ງ ​ເອີ້ນ​ຄວາມ​ຄິດ​ເຫັນ​ຂອງ​
ທ່ານ​ອັບ​ບາສວ່າ“​ເປັນ​ການ​ບໍ່​ເໝາະ​ສົມ​ຢ່າງ​ຍິ່ງ.” ທ່ານ​ໄດ້​ກ່າວ​ວ່າ ຜູ້ນຳປາ​ແລັສ​ໄຕ​ນ໌
ຈຳ​ເປັນ​ທີ່​ຈະ “​ເລືອກ​ລະຫວ່າງ​ສຳນວນຄຳເວົ້າທີ່ເຕັມໄປດ້ວຍຄວາມ​ກຽດ​ຊັງ ​
ແລະ​ຄວາມ​ພະຍາຍາມ​ຢ່າງ​ໜັກແໜ້ນແລະໂຕຈິງ ທີ່​ຈະ​ປັບປຸງ​ຄຸ​ນນະພາ​ບຊີວິດ​ຂອງປະຊາຊົນ​ຂອງ​ທ່ານ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG