ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະພາສູງ ປາກິສຖານ ປະຕິເສດ ບໍ່ມີການເຈລະຈາ ລະຫວ່າງຈີນ ກັບກະບົດ ແບ່ງແຍກດິນແດນ


ທະຫານເຮືອ ປາກິສຖານ ຢືນຍາມ ໃນຂະນະທີ່ກຳປັ່ນ ຈີນ ກຽມພ້ອມທີ່ຈະອອກເດີນທາງ. ທ່າເຮືອ ກາວາດາ. 13 ພະຈິກ, 2016.
ທະຫານເຮືອ ປາກິສຖານ ຢືນຍາມ ໃນຂະນະທີ່ກຳປັ່ນ ຈີນ ກຽມພ້ອມທີ່ຈະອອກເດີນທາງ. ທ່າເຮືອ ກາວາດາ. 13 ພະຈິກ, 2016.

ບໍ່ໄດ້ມີການເຈລະຈາກັນລະຫວ່າງ ຈີນ ກັບພວກແບ່ງແຍກດິນແດນໃນແຂວງບາລູ
ຈິສຖານ “Baluchistan” ຂອງປະເທດ ປາກິສຖານເພື່ອ ປົກປ້ອງເຂດເສດຖະກິດ
ຈີນ-ປາກິສຖານ ຫຼື CPEC, ອີງຕາມການກ່າວຕໍ່ວີໂອເອຂອງ ສະມາຊິກສະພາສູງ
ທ່ານນຶ່ງຈາກແຂວງດັ່ງກ່າວ.

ຄັ້ງທຳອິດແມ່ນຖືກລາຍງານໂດຍໜັງສືພິມ The Financial Times, ໜັງສືພິມຫຼາຍ
ສະບັບໃນປະເທດ ປາກິສຖານ ໄດ້ເວົ້າວ່າ ຈີນ ໄດ້ຈັດ ໃຫ້ມີການເຈລະຈາແບບລັບໆ
ກັບພວກຫົວຮຸນແຮງ ບາລຸຈ໌ ດົນກວ່າ 5 ປີຜ່ານມາແລ້ວ ໃນຄວາມພະຍາຍາມທີ່ຈະ
ປົກປ້ອງໂຄງການໂຄງລ່າງພື້ນຖານ ທີ່ມີມູນຄ່າ 60 ຕື້ໂດລາທີ່ເຂົາເຈົ້າໃຫ້ເງິນທຶນ.

ເຂດເສດຖະກິດ CPEC ແມ່ນໂຄງການທີ່ໄດ້ຮັບເງິນທຶນຈາກຈີນ ເຊິ່ງ ເມື່ອແລ້ວສຳ
ເລັດ ໂຄງການທີ່ມີຄວາມ 3,000 ກິໂລແມັດດັ່ງກ່າວ ຈະເຊື່ອມຕໍ່ກັບປະເທດ ປາກິສ
ຖານ ຜ່ານທາງລົດໄຟ, ຖະໜົນຫົນທາງ, ທໍ່ສົ່ງນໍ້າມັນ ແລະ ເຄືອຂ່າຍເຄເບິລສາຍ
ໄຍແກ້ວ. ຜ່ານເຂດເສດຖະ ກິດ CPEC ນີ້, ຈີນ ຈະສາມາດເຂົ້າເຖິງທະເລອາຣາ
ບຽນໄດ້.

ແຂວງ ບາລູຈິສຖານ ຂອງ ປາກິສຖານ ແມ່ນຕັ້ງຢູ່ໃຈກາງຂອງເຂດເສດຖະກິດ
CPEC ເພາະວ່າໂຄງການດັ່ງກ່າວແມ່ນເນັ່ງແຕ່ເຂດຊິນຈຽງ ຂອງ ຈີນ ໄປຫາທ່າ
ເຮືອ ກາວາດາ “Gawada” ຂອງ ປາກິສຖານ, ເຊິ່ງຕັ້ງຢູ່ໃນແຂວງ ບາລູຈິສຖານ.

ແຂວງ ບາລູຈິສຖານ ແມ່ນແຂວງທີ່ທຸກຍາກທີ່ສຸດ ແລະດ້ອຍພັດທະ ນາທີ່ສຸດໃນ
ປາກິສຖານ, ແລະກໍມີການກໍ່ການຮ້າຍໃນລະດັບຕໍ່າໂດຍກຸ່ມແບ່ງແຍກດິນແດນ
ບາລຸຈ໌ ທີ່ຮຽກຮ້ອງໃຫ້ແບ່ງປັນຊັບພະຍາກອນຂອງແຂວງຫຼາຍກວ່າເກົ່າໃຫ້ປະຊາ
ຊົນໃນທ້ອງຖິ່ນ. ມີຄວາມຢ້ານກົວໃນປະເທດວ່າ ຄວາມພະຍາຍາມທີ່ຈະສະໜອງ
ຕອບຕໍ່ຄວາມຮຽກຮ້ອງຂອງພວກເຂົານັ້ນ, ກຸ່ມແບ່ງແຍກດິນແດນພວກນີ້ ສາມາດ
ແນເປົ້າໃສ່ໂຄງການ CPEC ກໍໄດ້. ລາຍງານຂອງສື່ມວນຊົນບາງຄັ້ງໄດ້ສະເໜີວ່າ
ລັດຖະບານ ຈີນ ໄດ້ຈັດການເຈລະຈານຳພວກເຂົາ ເພື່ອປົກປ້ອງໂຄງການດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG