ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສານ​ປາ​ກິ​ສ​ຖານ ຕໍ່​ອາ​ຍຸ​ໃນ​ຄຳ​ສັ່ງ​ໂຈະ ບໍ່​ໃຫ້​ຈັບ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄານ

ພວກ​ສະ​ໜັບ​ສະ​ໜັນ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ອິມ​ຣານ ຄານ ພາ​ກັນ​ຖື​ໄມ້​ຄ້ອນ ໃນ​ຂະ​ນະ​ທີ່​ພວກ​ເຂ​ົ​າ​ເຈົ້າ​ຍ່າງ​ໄປ​ເຮືອນ​ທ່ານ​ຄານ ທີ່​ນະ​ຄອນ​ລາ​ຮໍ ປະ​ເທດ​ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 16 ມີ​ນາ 2023. ຮູບ​ຂອງ​ທ່ານ​ຄານ​ສາມ​າດ​ແນມ​ເຫັນ​ຢູ່​ທາງ​ດ້ານ​ຫຼັງ.

ສານ​ແຫ່ງ​ນຶ່ງ​ຂອງ​ປາ​ກິ​ສ​ຖານ​ໄດ້​ຕໍ່​ເວ​ລາ​ການ​ສັ່ງ​ໂຈະ​ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈ​ະ​ຈັບ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ທ່ານ​ອິມ​ຣານ ຄານ ໃນ​ຄະ​ດີ​ຮັບ​ສິນ​ບົນ ອີງ​ຕາມລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ຄຳ​ສັ່ງ​ຂອງ​ສານ​ສູງ​ນະ​ຄອນ​ລາ​ຮໍ ​ໃນ​ວັນ​ພະ​ຫັດ​ວານນີ້ ​ແມ່ນ​ການ​ເລື່ອນ​ເວ​ລາ​ອີກ​ເທື່ອ​ນຶ່ງ ໃຫ້​ແກ່​ອະ​ດີດ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ອາ​ຍຸ 70 ປີ ຊຶ່ງ​ໃນ​ເວ​ລານີ້​ແມ່ນ​ຜູ້​ນຳ​ພັກ​ຝ່າຍ​ຄ້ານ​ຂອງ​ປະ​ເທດ.

ການ​ຕັດ​ສິນ​ດັ່ງ​ກ່າວ​ຍັງ​ເຮັດ​ໃຫ້​ມີ​ການ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຂອງ​ປະ​ເທດ​ລົງ​ທີ່​ນະ​ຄອນ​ຫຼວງ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ ບ່ອນ​ທີ່​ການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ​ ໄດ້​ລະ​ເບີດ​ຂຶ້ນ​ຕະ​ຫຼອດ​ໃນ​ອາ​ທິດນີ້ ເວ​ລາ​ເຈົ້າ​ໜ້າ​ທີ່​ພະ​ຍາ​ຍາມ​ທີ່​ຈະ​ຈັບ​ທ່ານ​ຄານ ຍ້ອນ​ບໍ່​ໄປ​ປາ​ກົດ​ຕົວ​ທີ່​ສານ ທີ່​ນະ​ຄອນ​ຫຼວງ​ຂອງ​ປະ​ເທດ.

ພາຍ​ໃຕ້​ຄຳ​ສັ່ງ​ຂອງ​ສານ ເທື່ອ​ຫຼ້າ​ສຸດນີ້ ທ່ານ​ຄານ​ຈະ​ບໍ່ຖືກ​ຈັບໄປ​ຈົນຮອດ​ວັນ​ສຸກມື້ນີ້. ແຕ່​ແນວ​ໃດ​ກໍ​ຕາມ ຕຳ​ຫຼວດ​ແລະ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບທີ່​ຖືກ​ສົ່ງ​ໄປ​ຈັບ​ທ່ານ​ຄານນັ້​ນ ຍັງ​ບໍ່​ມີ​ການ​ຖອນ​ກັບ​ຄືນ​ໄປ​ເທື່ອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG