ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

7 ຄົນ ເສຍຊີວິດ ຍ້ອນ ການໂຈມຕີໂຮງໄຟຟ້າ ຢູ່ປາກິສຖານ (ວີດິໂອ)


ຜູ້ຄົນແຮ່ສົບຜູ້ຖືກສັງຫານໃນການໂຈມຕີ ໃນເມືອງ Peshawar, ຢູ່ທາງພາກຕາເວັນຕົກສຽງເໜືອ ຂອງປາກິສຖານ ຊຶ່ງເຮັດໃຫ້ 7 ຄົນເສຍຊີວິດ ໃນວັນທີ 2 ເມສາ 2013.
ຜູ້ຄົນແຮ່ສົບຜູ້ຖືກສັງຫານໃນການໂຈມຕີ ໃນເມືອງ Peshawar, ຢູ່ທາງພາກຕາເວັນຕົກສຽງເໜືອ ຂອງປາກິສຖານ ຊຶ່ງເຮັດໃຫ້ 7 ຄົນເສຍຊີວິດ ໃນວັນທີ 2 ເມສາ 2013.
ຕໍາຫລວດປາກິສຖານເວົ້າວ່າ ພວກທີ່ສົງໄສວ່າເປັນພວກຮຸນ
ແຮງຫລາຍສິບ ຄົນ ໄດ້ໂຈມຕີໂຮງໄຟຟ້າແຫ່ງນຶ່ງ ຢູ່ທາງພາກ
ຕາເວັນຕົກສຽງເໜືອ ຂອງປະ ເທດ ເຮັດໃຫ້ 7 ຄົນເສຍຊີວິດ
ແລະອີກຫຼາຍພັນຄົນ ບໍ່ມີໄຟຟ້າໃຊ້.

ພວກເຈົ້າໜ້າທີ່ຍັງເວົ້າວ່າ ການໂຈມຕີທີ່ວ່ານີ້ ໄດ້ເກີດຂຶ້ນໃນ
ເຂດຊານເມືອງ Peshawar ໃນຂະນະທີ່ພວກຫົວຮຸນແຮງປະ
ມານ 50 ຄົນ ທີ່ມີປືນກົນແລະ ປືນຍິງຈະຫລວດ RPG ເປັນ
ອາວຸດ ໄດ້ບຸກໂຈມຕີໂຮງໄຟຟ້າດັ່ງກ່າວ ຫລັງຈາກຕອນທ່ຽງຄືນ ຂອງຄືນວັນອັງຄານມື້ນີ້.

ຕໍາຫລວດກ່າວອີກວ່າ ພວກຫົວຮຸນແຮງໄດ້ຍິງສັງຫານ 2 ຄົນຕາຍກັບທີ່ ແລະຈັບເອົາ 9
ຄົນໄປ. 5 ຄົນໃນຈໍານວນທີ່ຖືກຈັບໄປນັ້ນແມ່ນຖືກພົບໃນເວລາຕໍ່ມາວ່າເສຍຊີວິດແລ້ວຢູ່ທີ່
ທົ່ງແຫ່ງນຶ່ງໃກ້ໆກັບບ່ອນເກີດເຫດນັ້ນ. ນອກນັ້ນຍັງມີ ຄົນງານຢູ່ໃນໂຮງໄຟຟ້າ ຢ່າງໜ້ອຍ 4 ຄົນ ຫາຍສາບສູນຢູ່.

ຍັງບໍ່ມີກຸ່ມໃດອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີນີ້ເທື່ອ. ມີໄຟຟ້າໃຊ້ຄືນແລ້ວຢູ່ໃນ
ບາງເຂດ ທີ່ມືດມົນຍ້ອນການບຸກໂຈມຕີໃນຄັ້ງນີ້.

ພວກຫົວຮຸນແຮງຕາລິບັນສືບຕໍ່ທໍາການໂຈມຕີຢູ່ເລື້ອຍໆ ໃນບັນດາເຂດຊົນເຜົ່າເຄິ່ງປົກ
ຄອງຕົນເອງ ເຖິງແມ່ນວ່າກອງທັບປາກິສຖານ ໄດ້ດໍາເນີນຄວາມພະຍາຍາມທຳການປາບ
ປາມຢູ່ຕະຫຼອດມາກໍຕາມ.

ຄວາມຮຸນແຮງໄດ້ເພີ້ມທະວີຄວາມຮ້າຍແຮງຂຶ້ນຢູ່ໃນເຂດຕາເວັນຕົກສຽງເໜືອ ໃນຂະນະທີ່
ປາກິສຖານ ກໍາລັງກະກຽມທໍາການເລືອກຕັ້ງໃນຂັ້ນແຂວງ ແລະ ການເລືອກຕັ້ງທົ່ວໄປ ໃນ
ວັນທີ 11 ພຶດສະພາຈະມາເຖິງນີ້.

ເບິ່ງວີດິໂອກ່ຽວຂ້ອງກັບເລື້ອງນີ້:
XS
SM
MD
LG