ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປາ​ກິ​ສ​ຖານກ່າວ​​ວ່າ​ ຈະ​ສືບ​ຕໍ່​ລ້ອມຮົ້ວຕາມ​ຊາຍ​ແດນ​ ໂດຍບໍ່​ໄດ້​ສົນ​ໃຈ​ຕໍ່​ ການ​ກະ​ທຳ ໂຕ້​ແຍ້ງ​ຄືນ ຂອງ​ອັ​ຟ​ກາ​ນິ​ສ​ຖານ


ທະ​ຫານ​ຄົນ​ນຶ່ງ​ຢືນ​ຍາມຕາມ​ຮົ້ວ​ຊຢູ່ນອກ​ປ້ອມ​ຍາມ Kitton ຕາມຊາຍ​ແດນ​ທີ່​ຕິ​ດ​ກັບອັ​ຟ​ກາ​ນິ​ສ​ຖານໃນ​ແຂວງ Waziristan ເໜືອ​ຂອງ​ປາ​ກິ​ສ​ຖານ, ວັນ​ທີ 18 ຕຸ​ລາ, 2017
ທະ​ຫານ​ຄົນ​ນຶ່ງ​ຢືນ​ຍາມຕາມ​ຮົ້ວ​ຊຢູ່ນອກ​ປ້ອມ​ຍາມ Kitton ຕາມຊາຍ​ແດນ​ທີ່​ຕິ​ດ​ກັບອັ​ຟ​ກາ​ນິ​ສ​ຖານໃນ​ແຂວງ Waziristan ເໜືອ​ຂອງ​ປາ​ກິ​ສ​ຖານ, ວັນ​ທີ 18 ຕຸ​ລາ, 2017

ປາກິສຖານກ່າວໃນວັນຈັນວານນີ້ວ່າ ຕົນໄດ້ພົວ​ພັນກັບກຸ່ມຕາ​ລີ​ບານ​ທີ່​ເປັນ​ຜູ້​ປົກ​ຄອງອັຟການິສຖານ ຜ່ານຊ່ອງທາງທາງການທູດ ເພື່ອແກ້ໄຂ "ຄວາມສັບສົນ ບາງຢ່າງ" ທີ່ເກີດມາຈາກການຕິດຕັ້ງຮົ້ວຮັກສາຄວາມປອດໄພຢູ່ຕາມຊາຍແດນທີ່ຍັງ​ຫວ່າງຢູ່ທີ່ແບ່ງສອງປະເທດອອກ​ຈາ​ກັນ.

ລັດຖະມົນຕີການຕ່າງປະເທດ, ທ່ານ​ຊາ ເມ​ມູດ ຄູ​ເຣ​ຊີ (Shah Mehmood Qureshi) ກ່າວຕໍ່ກອງປະຊຸມຖະ​ແຫລງຂ່າວຢູ່ນະ​ຄອນ​ຫລວງ​ອິ​ສ​ລາ​ມາ​ບັດວ່າ ປະເທດຂອງທ່ານຕັດ​ສິນ​ໃຈເດັດ​ດ່ຽວ ທີ່ຈະປົກປ້ອງ "ຜົນປະໂຫຍດ" ຂອງຕົນ ແລະສືບຕໍ່ລ້ອມຮົ້ວ ພຽງ​ຝ່າຍດຽວ ຢູ່​ຕາມຊາຍແດນທີ່​ຍາວເກືອບຮອດ 2,600 ກິໂລແມັດຂອງປາກິສຖານກັບອັຟການິສຖານ.

ຫົວໜ້າ​ນັກ​ການ​ທູດ​ປາ​ກິ​ສຖານທ່ານນັ້ນ ​ໄດ້​ຕອບ​ໂຕ້​ຕໍ່​ຄວາມ​ພະຍາຍາມ​ໃນມໍ່ໆ​ມາ​ນີ້​ຂອງ​ກອງ​ກຳລັງ​ຮັກ​ສາຊາຍ​ແດນຂອງ​ກຸ່ມ​ຕາ​ລີ​ບານ ​ທີ່​ແນ​ໃສ່​ສະກັດ​ກັ້ນ​ບໍ່​ໃຫ້​ປາ​ກິສຖານ​ສ້າງ​ຮົ້ວ​ຂັ້ນ​ຊາຍ​ແດນ. ​ເຫດການ​ເຊັ່ນ​ນັ້ນ ​ຄັ້ງ​ຫຼ້າ​ສຸດ​ປາກົດ​ວ່າ​ເກີດ​ຂຶ້ນ​ໃນ​ທ້າຍ​ອາທິດ​ແລ້ວນີ້ ​ເວລາທີ່​ຝ່າຍ​ອັຟກາ​ນິສຖານ​ໄດ້​ມ້າງ​ຮົ້ວ​ບາງ​ສ່ວນອອກ.

“ພວກ​ເຮົາ​ບໍ່​ໄດ້​ມິດ​ງຽບ​ຢູ່. ພວກເຮົາໄດ້ລ້ອມຮົ້ວແລະ, ພຣະເຈົ້າພໍ​ໃຈ​ນຳ, ການ​ດຳ​ເນີນຄວາມພະຍາຍາມອັນນີ້ຈະສືບຕໍ່ໄປ,” ນັ້ນ​ຄື​ຄຳ​ເວົ້າ​ເນັ້ນ​ໜັກ​ຂອງ​ທ່ານຄູ ເຣ​ຊີ (Qureshi). “ອັຟກາ​ນິສຖານ​ແມ່ນ​ເພື່ອນ​ບ້ານ​ທີ່​ເປັນ​ມິດກັນ​ຂອງ​ພວກ​ເຮົາ. ພວກ​ເຮົາ​ໄດ້​ພົວ​ພັນ​ກັບ​ເຂົາ​ເຈົ້າ, ຍ້ອນ​ວ່າ​ມີ​ຄວາມ​ສັບ​ສົນ​ບາງ​ຢ່າງ​ໄດ້​ເກີດ​ຂຶ້ນ, ແລະ​ພວກ​ເຮົາ​ຈະ​ສາ​ມາດ​ແກ້​ໄຂ​ມັນໄດ້​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ທູດ.”

ໂຄສົກກະຊວງປ້ອງກັນປະເທດຂອງກຸ່ມຕາ​ລີບານ ໃນວັນອາທິດຜ່ານ​ມານີ້ໄດ້ ຕຳ​ໜິໂຄງ​ການສ້າງຮົ້ວດັ່ງກ່າວ, ໂດຍກ່າວວ່າ ປາກິສຖານ “ບໍ່ມີສິດທີ່ຈະຕັ້ງ ຮົ້ວກີດຂວາງຕາມເສັ້ນດູ​ແຣນຫລື Durand Line ແລະ ແຍກຊົນເຜົ່າຕ່າງໆ ທີ່​ຢູ່ທັງສອງຟາກຂອງເສັ້ນດັ່ງກ່າວອອກ​ຈາກ​ກັນ.”

ຄະ​ນະລັດຖະບານຫລາຍ​ຊຸດທີ່ສືບທອດກັນ​ມາໃນອັຟການິສຖານໄດ້ມີ​ການ​ໂຕ້ ແຍ້ງ​ໃນ​ເລື້ອງການ​ປັກ​ປັນ​ຊາຍແດນທີ່​ມີໃນ​ສະ​ໄໝ​ການ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງອັງກິດໃນປີ 1893. ເຂດແດນດັ່ງກ່າວເປັນຜົນເນື່ອງມາຈາກຂໍ້ຕົກລົງກັນ ລະ ຫວ່າງທ່ານມໍ​ຕີ​ເມີ ດູ​ແຣນ (Mortimer Durand), ເລຂາທິການຂອງລັດຖະ
ບານອິນເດຍທີ່​ຢູ່​ພາຍ​ໃຕ້ອັງກິດ, ແລະຜູ້ປົກຄອງອັຟການິສຖານ, ທ່ານ​ອັບ​ເດີ ຣາ​ມານ ຄານ (Abdur Rahman Khan).

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG