ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ປະ​ກາດເປັນກາງ ກ່ຽວກັບວິກິດການ ​ໃນຢູເຄຣນ ແລະ​ວ່າ ຄວາມສໍາພັນກັບສະຫະລັດ ຍັງ​ຄື​ເກົ່າ


ທ່ານຊາ ເມມູດ ກູເຣຊີ ເຂົ້າຮ່ວມການຊຸມນຸມທາງການເມືອງ ຢູ່ໃນແຂວງຊິນດ໌, ປະເທດປາກິສຖານ. (Courtesy Pakistani Foreign Minister's Office)
ທ່ານຊາ ເມມູດ ກູເຣຊີ ເຂົ້າຮ່ວມການຊຸມນຸມທາງການເມືອງ ຢູ່ໃນແຂວງຊິນດ໌, ປະເທດປາກິສຖານ. (Courtesy Pakistani Foreign Minister's Office)

ໃນການໃຫ້ສໍາພາດກັບອົງການຂ່າວ VOA ໃນມື້ວັນອາທິດວານນີ້, ລັດຖະມົນ ຕີກະຊວງການຕ່າງປະເທດ ຂອງປາກິສຖານ ທ່ານຊາ ເມມູດ ກູເຣຊີ (Shah Mehmood Qureshi) ໄດ້ປະຕິເສດກ່ຽວກັບຂໍ້ສະເໜີ ໃນທ່າທີທີ່ ”ເປັນກາງ” ຂອງປະເທດຂອງທ່ານໃນຄວາມຂັດແຍ້ງລະຫວ່າງ ຣັດເຊຍ-ຢູເຄຣນນັ້ນ ເຮັດໃຫ້ຄວາມສໍາພັນຂອງລັດຖະບານອິສລາມາບັດກັບສະຫະລັດ ຫຼືປະເທດຕາເວັນ ຕົກອື່ນໆ ມີຄວາມເຄັ່ງຕຶງເພີ້ມຂຶ້ນ.

ປະເທດທີ່ມີອາວຸດນິວເຄຣຍຢູ່ໃນເອເຊຍໃຕ້ນີ້ ໄດ້ຕໍ່ຕ້ານຕໍ່ແຮງກົດດັນຂອງປະ ເທດຕາເວັນຕົກ ທີ່ຕ້ອງຕິມົສກູ ໃນການເຂົ້າຮຸກຮານ ຢູເຄຣນ ຂອງພວກເຂົາ, ແທນທີ່ຈະສະໜັບສະໜຸນການເຈລະຈາ ແລະທາງການທູດແທນເພື່ອຍຸຕິວິກິດການດັ່ງກ່າວ.

ປາກິສຖານໄດ້ໂຕ້ຖຽງວ່າ ພວກເຂົາເຈົ້າຈໍາເປັນຕ້ອງໄດ້ຖອຍອອກຈາກກຸ່ມປະ ເທດການເມືອງໃນທົ່ວໂລກ ເພື່ອປັບປຸງຄວາມສໍາພັນ ກັບທຸກໆປະເທດ ລວມເຖິງ ຣັດເຊຍ, ແລະກໍເພື່ອຈັດການກັບຄວາມທ້າທາຍກ່ຽວກັບລະບົບເສດຖະກິດຂອງປະເທດຕົນ.

ທ່ານ ກູເຣຊີ ກ່າວກັບ VOA ວ່າ “ພວກເຮົາບໍ່ຕ້ອງການເປັນສ່ວນນຶ່ງຂອງຝ່າຍໃດໆ, ດັ່ງນັ້ນ ພວກເຮົາຈຶ່ງຕ້ອງລະມັດລະວັງທີ່ສຸດ ໃນການຢືນຢູ່ຈຸດໃດຈຸດນຶ່ງ. ພວກເຮົາບໍ່ຕ້ອງການທີ່ຈະປະນີປະນອມຄວາມເປັນກາງຂອງພວກເຮົາ ແລະດ້ວຍເຫດນັ້ນ ພວກເຮົາຈຶ່ງບໍ່ຕ້ອງການທີ່ຈະອອກສຽງ.”

ທ່ານ ກູເຣຊີ ກ່າວເນັ້ນຢໍ້າວ່າ “ການແກ້ໄຂທາງການທູດ ຄືຫຼັກການທີ່ສົມເຫດສົມຜົນພຽງອັນດຽວ,” ໃນຂະນະທີ່ລົມໂທລະສັບ ຈາກແຂວງ ຊິນດ໌ (Sindh) ທີ່ຢູ່ທາງພາກໃຕ້ ເຊິ່ງເປັນບ່ອນທີ່ທ່ານໄດ້ເຂົ້າຮ່ວມການຊຸມນຸມທາງການເມືອງຂອງພັກລັດຖະບານປາກິສຖານຂອງທ່ານ ພັກ ເຕຣິກ-ເອ-ອິນຊາຟ (Tehrik-e-Insaaf).

ລັດຖະມົນຕີກະຊວງການຕ່າງປະເທດຂອງປາກິສຖານ ທ່ານຊາ ເມມູດ ກູເຣຊີ (ຊ້າຍ), ພົບກັຍລັດຖະມົນຕິກະຊວງການຕ່າງປະເທດຂອງຣັດເຊຍ ທ່ານເຊີເກ ລາວຣອຟ ໃນນະຄອນຫຼວງມົສກູ ເມື່ອເດືອນ ກຸມພາ. (Courtesy Pakistani Foreign Minister's Office)
ລັດຖະມົນຕີກະຊວງການຕ່າງປະເທດຂອງປາກິສຖານ ທ່ານຊາ ເມມູດ ກູເຣຊີ (ຊ້າຍ), ພົບກັຍລັດຖະມົນຕິກະຊວງການຕ່າງປະເທດຂອງຣັດເຊຍ ທ່ານເຊີເກ ລາວຣອຟ ໃນນະຄອນຫຼວງມົສກູ ເມື່ອເດືອນ ກຸມພາ. (Courtesy Pakistani Foreign Minister's Office)

ປະເທດປາກິສຖານ, ເປັນປະເທດພັນທະມິດທີ່ສໍາຄັນຂອງສະຫະລັດ ທີ່ບໍ່ແມ່ນສະມາຊິກອົງການ NATO, ປະຕິເສດທີ່ຈະອອກທັງສອງສຽງໃນອາທິດແລ້ວນີ້ ກ່ຽວກັບການລົງຄະແນນສຽງ ຢູ່ທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດທີ່ “ຕ້ອງຕິ” ຕໍ່ການຮຸກຮານ ຢູເຄຣນ ຂອງປະເທດ ຣັດເຊຍ, ເຊິ່ງເປັນປະເທດເພື່ອນບ້ານຂອງຕົນ, ແລະການລົງຄະແນນສຽງຢູ່ກອງປະຊຸມສະມັດຊາໃຫຍ່ ເພື່ອຕ້ອງຕິ ຕໍ່ການຮຸກຮານ, ເຊັ່ນດຽວກັບປະເທດອື່ນໆອີກ 34 ປະເທດ ລວມມີ ອິນເດຍ, ສຣີລັງກາ ແລະບັງກລາແດັສ.

ບັນດາຜູ້ແທນທາງການທູດຂອງປະເທດຕາເວັນຕົກຢູ່ໃນປາກິສຖານ ໄດ້ຊຸກຍູ້ໃຫ້ປະເທດເຈົ້າພາບຈົ່ງປະນາມຕໍ່ການຮຸກຮານ ຢູເຄຣນ ຂອງ ຣັດເຊຍ ແລະສະໜັບສະໜຸນການຮຽກຮ້ອງຂອງນານາຊາດໃຫ້ມົສກູຈົ່ງຍຸຕິສົງຄາມໃນທັນທີ, ໃນມື້ກ່ອນລົງຄະແນນສຽງຂອງສະມັດຊາໃຫຍ່.

ທ່ານ ກູເຣຊີ ເວົ້າວ່າ ຂໍ້ກ່າວອ້າງທີ່ປະເທດຂອງທ່ານ ໄດ້ນຳ​ຕົນເອງ​ເຂົ້າ​ໄປ​ຢູ່ ​ກັບ “ຝ່າຍຣັດເຊຍ” ນັ້ນ ແມ່ນ “ບໍ່​ຖືກ​ຕ້ອງ” ແລະ “​ຕີຄວາມໝາຍຜິດ” ໃນຖານະຄວາມເປັນກາງຂອງອິສລາມາບັດ ກ່ຽວກັບວິກິດການ ຢູເຄຣນ.

XS
SM
MD
LG