ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ໂຈມຕີ ພວກຫົວຮຸນແຮງ ເພື່ອຕອບໂຕ້ ຕໍ່ການ ສັງຫານໝູ່ ຢູ່ໂຮງຮຽນຫລວງ


ແຜນທີ່ ປາກິສຖານ ແລະອັຟການິສຖານ
ແຜນທີ່ ປາກິສຖານ ແລະອັຟການິສຖານ

ບັນດາ​ເຈົ້າ​ໜ້າ​ທີ່ປາ​ກິ​ສຖານ ກ່າວ​ວ່າ ​ເຮືອ​ບິນ​ລົບອາຍພົ່ນ
ແລະ​ກຳລັງ​ພາກ​ພື້ນ ​ດິນ ​ໄດ້​ສັງຫານ​ພວກ​ຫົວ​ຮຸນ​ແຮງ 58
ຄົນສອງສາມ​ມື້​ຫລັງ​ຈາກພວກ​ນັກ​ລົບ Taliban ​ໄດ້​ໂຈມ​ຕີ​
ໂຮງຮຽນ​ແຫ່ງ​ນຶ່ງ​ໃນເມືອງ Peshawar ທາງພາກ​ຕາ​ເວັນ
​ຕົກສຽງ​ເໜືອ​ຂອງປະເທດ ໂດຍໄດ້​ສັງຫານ 149 ຄົນ ສ່ວນ
​ໃຫຍ່ ແມ່ນເດັກນ້ອຍ.

​ໃນ​ຂະນະ​ທີ່ຊາວ​ປາ​ກິ​ສຖານ ​ເລີ້ິມການໄວ້ອາ​ໄລ​ເປັນ​ມື້​ທີ
ສາມ ກອງ​ທະຫານກໍ​ໄດ້​ດັກສະກັດໂຈມຕີ ​ແລະ​ສັງຫານ​
ພວກ​ຫົວ​ຮຸນ​ແຮງຢ່າງ​ໜ້ອຍ 50 ຄົນ ​ຢູ່ໃນ​ເຂດຮ່ອມ​ພູ
Tirah ​ໃນແຂວງ Khyber ​ໃກ້​ກັບ​ຊາຍ​ແດນ​ອັຟກາ​ນິສ
ຖານ. ອີກແປດ​ຄົນ​ໄດ້​ຖືກ​ສັງຫານ ​ຢູ່​ແຂວງ Baluchistan ທາງພາກ​ຕາ​ເວັນ​ຕົກ​ສຽງ
​ໃຕ້​ຂອງປະເທດ ຮວມ​ທັງ​ຜູ້​ບັນຊາ​ການ​ຂັ້ນ​ສູງຄົນນຶ່ງ​ຂອງ Taliban.

VOA Reporter Tours Devastated Peshawar School
please wait

No media source currently available

0:00 0:02:53 0:00

ການ​ສັງຫານ​ໝູ່ ​ຢູ່​ທີ່ໂຮງຮຽນ​ຫລວງ ​ທີ່​ຄວບ​ຄຸມ​ໂດຍ​ທະຫານ ໃນເມືອງ Pershawar ​
ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ ​ໄດ້​ສ້າງຄວາມຕື່ນຕົກໃຈ​ຕໍ່​ໂລກ ​ແລະ​ເຮັດ​ໃຫ້ນາຍົກ​ລັດຖະມົນ
ຕີທ່ານ Nawaz Shariff ຍົກເລີກ ການໂຈະການ ນຳໃຊ້ໂທດປະຫານຊີວິດເປັນການ
ຊົ່ວຄາວ ໃນຄະດີກໍ່ການຮ້າຍ.

​ໃນ​ວັນ​ພະຫັດ​ວານ​ນີ້ ຜູ້ບັນຊາການກອງທັບ​ປາ​ກິ​ສຖານ ​ໄດ້​ລົງ​ນາມ​ໃນຄຳສັ່ງ ປະຫານ
ພວກ​ກໍ່​ການ​ຮ້າຍທີ່ເປັນແກນນຳ 6 ຄົນ.

ທາງກອງທັບ​ບໍ່​ໄດ້ເປີດ​ເຜີ​ຍ​ລາຍ​ຊື່​ຂອງພວກທີ່ຖືກລົງໂທດ ​ແລະ​ສື່ມວນຊົນ​ທ້ອງ​ຖິ່ນລາຍ
​ງານ ພວກເຂົາຈະຖືກລະບຸໂຕກໍຕໍ່ເມື່ອຫລັງ​ຈາກ​ຖືກຂ້າຕາຍແລ້ວ.

ຄຳສັ່ງປະຫານດັ່ງກ່າວນີ້​ບໍ່​ສາມາດຂໍ​ອຸທອນ​ໄດ້ ​ແລະ​ບັນດາ​ນັກ​ໂທດຄາດ​ວ່າ​ຈະຖືກ
ແຂວນ​ຄໍ​ພາຍ​ໃນ​ບໍ່​ເທົ່າ​ໃດ​ມື້ຕໍ່ໜ້ານີ້.

ພວກ​ທີ່​ຖືກ​ລົງ​ໂທດເຫຼົ່ານີ້ ​ໄດ້​ຖືກ​ກ່າ​ວວ່າ ພົວພັນ​ກັບ​ການ​ໂຈມ​ຕີ​ຂອງພວກຫົວ ຮຸນແຮງ
ຮວມທັງການບຸກຖະຫລົ່ມ ກອງ​ບັນຊາ​ການ​ທະຫານ​ປາ​ກິ​ສຖານ​ ໃນ​ນະຄອນ Rawal-
pindi ​ແລະ​ການພະຍາຍາມ​ລອບ​ສັງ​ຫານ ອະດີດ​ປະທານາ ທິບໍດີ Pervez Musharraf.

ອົງການນິລະກຳໂທດສາກົນ ​ແລະກຸ່ມປົກປ້ອງ​ສິດທິ​ມະນຸດ Human Right Warch ​ໄດ້
​ປະນາມ​ການ​ຕັດສິນ​ໃຈ​ຂອງທ່ານ Sharif. ອົງການນິລະໂທດກຳສາກົນຮ້ອງ​ການຕັດ
ສິນໃຈນີ້ວ່າ “​ເປັນ​ປະຕິກິລິຍາຢ່າງກະທັນຫັນ ທີ່​ບໍ່ໄດ້​ເຂົ້າ​ເຖິງ​ຫົວ​ໃຈ​ຂອງ​ບັນຫາ.”

PAKISTAN VO
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG