ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ປາກິສຖານ ຄົນໃໝ່ ຈະເດີນທາງ ໄປຢ້ຽມຢາມ ກຸງປັກກິ່ງ (ວີດີໂອ)


ລິງໂດຍກົງ

ນາຍົກລັດຖະມົນຕີ ປາກິສຖານ ຈະຢ້ຽມຢາມຈີນ

ນາຍົກລັດຖະມົນຕີທີ່ຖືກ​ເລືອກ​ຕັ້ງ​ໃໝ່ຂອງ​ປາ​ກິ​ສຖານ ທ່ານ
Nawaz Sharif ​ໄດ້​ເລືອກ​ເອົາ​ຈີນເປັນ​ບ່ອນ​ຢ້ຽມຢາມຕ່າງປະ​
ເທດ​ແຫ່ງ​ທໍ​າອິດ. ນັ້ນ​ບໍ່​ເປັນ​ທີ່​ແປກ​ປ​ະຫລາດ​ຫຍັງ ໃຫ້​ແກ່ພວກ​
ນັກ​ຊ່ຽວຊານດ້ານ​ເອ​ເຊຍ​ໃຕ້ ທີ່​ກຸງ​ວໍ​ຊິງ​ຕັນ ​ທີ່​ກ່າວ​ວ່າ ປາ​ກິ​ສ
ຖານໄດ້​ພິຈາລະນາ​ສະ​ເໝີ​ມາວ່າ ຈີນແມ່ນ​ພັນທະ​ມິດ​ປະ​ເທດ
ນຶ່ງທີ່​ໄວ້​ເນື້ອ​ເຊື່ອ​ໃຈທີ່​ສຸດ​ຂອງ​ຕົນ.

ຫລາຍ​ໆຄົນຢູ່​ໃນປາ​ກິ​ສຖານ ​ເວົ້າ​ວ່າ ຈີນເປັນ​ເພື່ອນ​ມິດທີ່ໃກ້
​ຊິດ​ທີ່​ສຸດ​ຂອ​ງ​ເຂົາ​ເຈົ້າ ​ເພາະສະ​ນັ້ນຄວາມ​ສໍາພັນ​ກັບ​ກຸງ​ປັກ​ກິ່ງ
​ຈຶ່ງເປັນ​ສິ່ງສໍາຄັນ​ສຳລັບກຸງອິສລາ ມາ​ບັດ ກວ່າຄວາມ​ສໍາພັນ
​ກັບສະຫະລັດ ​ໂດຍ​ສະ​ເພາະແລ້ວ​ແມ່ນ​ເລື່ອງ​ການ​ຄ້າ ​ແລະ
ການ​ປ້ອງ​ກັນ​ປະ​ເທດ.

ພັກ​ຂອງ​ທ່ານ Sharif ​ໄດ້ຊະນະ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ​ໃນ​ວັນ​ທີ 11 ​ເດືອນພຶດ ສະພາ ​ໂດຍ​ການ​ໃຫ້​ຄໍາ​ໜັ້ນສັນຍາ​ ທີ່​ຈະ​ປັບປຸງສະພາບ​ເສດຖະກິດ ທີ່​ຊຸດ​ໂຊມ​ຂອງ​ປະ​ເທດ ໃຫ້​ດີ​ຂຶ້ນ. ​ອິງ​ຕາມທ່ານ Aqab Malik ​ແຫ່ງສະ​ຖາ​ບັນ​ການສຶກ ສາ​ທີ່​ກ້າວໜ້າ​ກ່ຽວ​ກັບ​ນາໆ​ຊາດຂອງມະຫາວິທະຍາ​ໄລ John Hopkins ແລ້ວ ເພາະສະ​ນັ້ນ ຄວາມສໍາພັນ​ລະຫວ່າງປາ​ກິ​ສຖານກັບຈີນຈຶ່ງຄວນຈະ​ເພັງ​ເລັງໃສ່ ​ເສດຖະກິດ. ທ່ານ​ກ່າວ​ກ່ຽວ​ກັບ​ເລື່ອງ​ນີ້ຕື່ມ​ວ່າ:

“ຈີນ ​ແລະ​ອິນ​ເດຍ ​ໄດ້​ພັດ​ທະນາຄວາມສໍາ​ພັນ​ຢ່າງ​ແໜ້ນ​ແຟ້ນ​ເຊັ່ນ​ກັນ. ການ ​ເຄື່ອນ​ໄຫວໄດ້​ປ່ຽນ​ແປງ​ໃນ​ໄລຍະ 10 ປີ​ທີ່​ຜ່ານ​ມາ. ທ່ານ​ສາມາດ​ເວົ້າ​ໄດ້​ວ່າ ມີ​ຂອບຟ້າ​ໃໝ່​ປະກົດ​ໃຫ້​ເຫັນໃນ​ອະນາ​ຄົດ. ​ແລະຂ້າພະ​ເຈົ້າ​ຄິດວ່າທ່ານ Nawaz Sharif ໃນ​ຊ່ວງ​ເວລາ​ທີ່​ໜີ​ອອກ​ຈາກ​ອໍານາດ​ໄປ​ນັ້ນ ​ເຮັດ​ໃຫ້ທ່ານມີ​ຄວາມຮອບ ຮູ້​ຫຼາຍຂຶ້ນ​ ໃນ​ການ​ເຂົ້າ​ໃຈ​ເຖິງທີ່ຕັ້ງຫຼືຕຳ​ແໜ່​ງຂອງ​ນາໆ​ຊາດ ແລະປາ​ກິ​ສຖານ ​ຈຳ​ເປັນ​ຕ້ອງ​ໄດ້​ເຮັດ​ຫຍັງ​ແດ່.”

ທ່ານ Sharif ຈະ​ເລີ້ມ​ເດີນ​ທາງ​ໄປຈີນ ​ໃນ​ວັນ​ທີ 4 ກໍລະກົດ ຈະ​ມາ​ເຖິງ​ນີ້.
XS
SM
MD
LG