ໃນວັນອັງຄານວານນີ້ ສະຫະລັດ ໄດ້ຈັດໃຫ້ອົງການຫົວຮຸນແຮງຕໍ່ຕ້ານ ປາກິສຖານ ທີ່
ສຳຄັນອົງການນຶ່ງ ທີ່ດຳເນີນການໂຈມຕີຮ້າຍແຮ ຕໍ່ເປົ້າໝາຍຂອງຕົນໃນທ້ອງຖິ່ນແລະ
ຕ່າງປະເທດ ໃນປະເທດທີ່ຕັ້ງຢູ່ພາກພື້ນເອເຊຍໃຕ້ນັ້ນ ເປັນ ອົງການກໍ່ການຮ້າຍໂລກ.
ລັດຖະບານ ອິສລາມາບັດ ໄດ້ສະແດງຄວາມຍິນດີຢ່າງວ່ອງໄວ ກັບການເຄື່ອນໄຫວດັ່ງ
ກ່າວ, ເຊິ່ງໄດ້ຫ້າມຄົນ ອາເມຣິກັນ ຈາກການພົວພັນໃນການໂອນເງິນໃດໆໃຫ້ແກ່ສະ
ມາຊິກ ຂອງກຸ່ມທີ່ເອີ້ນວ່າ ກອງທັບປົດປ່ອຍ ບາລູຈິສຖານ ຫຼື BLA ແລະ ຊັບສິນທຸກ
ຢ່າງຂອງພວກເຂົາໃນ ສະຫະລັດ ແມ່ນໄດ້ຖືກກັກໄວ້.
ກະຊວງການຕ່າງປະເທດ ສະຫະລັດ ໄດ້ປະກາດວ່າ “ກອງກຳລັງ BLA ແມ່ນກຸ່ມແບ່ງ
ແຍກດິນແດນຕິດອາວຸດ ທີ່ແນເປົ້າໃສ່ກອງກຳລັງຮັກສາຄວາມປອດໄພ ແລະ ພົນລະ
ເຮືອນ, ສ່ວນໃຫຍ່ຢູ່ໃນຂົງເຂດຊົນເຜົ່າ ບາລອຈ ຂອງ ປາກິສຖານ.”
ກຸ່ມຫົວຮຸນແຮງດັ່ງກ່າວໄດ້ປະຕິບັດການຢູ່ແຂວງ ບາລູຈິສຖານ, ເປັນແຂວງທາງພາກ
ຕາເວັນຕົກສຽງໃຕ້ ທີ່ອຸດົມສົມບູນໄປດ້ວຍແຫຼ່ງຊັບພະຍາກອນທຳມະຊາດ ແລະ ເປັນ
ບ່ອນທີ່ ຈີນ ກຳລັງລົງທຶນຫຼາຍພັນລ້ານໂດລາ ເພື່ອສ້າງໂຄງການພື້ນຖານໂຄງລ່າງທີ່
ສຳຄັນ ເປັນສ່ວນນຶ່ງຂອງໂຄງການນຶ່ງແລວທາງນຶ່ງເສັ້ນທາງ.
ກຸ່ມ BLA ນອກກົດໝາຍຫຼາຍກຸ່ມນັ້ນ ໄດ້ຖືກພິຈາລະນາເປັນກຸ່ມຫົວຮຸນແຮງ ບາລຸຈ໌
ທີ່ໃຫຍ່ ແລະ ມີປະສິດທິພາບທີ່ສຸດທີ່ຕໍ່ສູ້ກັບການປົກຄອງຂອງ ປາກິສຖານ ຢູ່ໃນ
ແຂວງດັ່ງກ່າວ. ພວກເຂົາໄດ້ດຳເນີນການໂຈມຕີກໍ່ການຮ້າຍຫຼາຍຄັ້ງຕໍ່ຄົນໃນທ້ອງຖິ່ນ
ແລະ ຄົນຈີນ ທີ່ເຮັດວຽກໃນແຂວງ ບາລູຈິສຖານ.
ກຸ່ມຫົວຮຸນແຮງດັ່ງກ່າວໄດ້ທຳການຕໍ່ສູ້ຕໍ່ຕ້ານລັດຖະບານ ໃນແຂວງທີ່ເປັນພູຜານັ້ນ
ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ, ໂດຍອ້າງວ່າພວກເຂົາຕໍ່ສູ້ເພື່ອສິດທິ ແລະ ການປົກ
ຄອງຕົນເອງຫຼາຍຂຶ້ນໃນພາກພື້ນທີ່ກວ້າງຂວາງເຊິ່ງມີຊົນເຜົ່າ ບາລອຈ ອາໄສຢູ່ 7
ລ້ານຄົນ ໃນພາກຕາເວັນຕົກສຽງໃຕ້ຂອງ ປາກິສຖານ. ເຖິງແມ່ນຈະອຸດົມສົມບູນໄປ
ດ້ວຍບໍ່ແຮ່ ແລະ ບໍ່ແກັສທຳມະຊາດກໍຕາມ, ແຂວງ ບາລູຈິສຖານ ກໍຍັງຄົງເປັນແຂວງ
ທີ່ທຸກຍາກທີ່ສຸດຂອງ ປາກິສຖານ ແລະ ເປັນສະຖານທີ່ ທີ່ມີການກໍ່ກະບົດມາດົນນານ
ໂດຍກຸ່ມແບ່ງແຍກດິນແດນ ຜູ້ທີ່ໄດ້ໂຕ້ຖຽງວ່າລັດຖະບານ ແມ່ນກຳລັງຍຶດເອົາດິນ
ແດນຂອງພວກເຂົາ.
ກຸ່ມ BLA ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີສະຫຼະຊີບໃນເດືອນພຶດ
ສະພາທີ່ຜ່ານມາ ຢູ່ໂຮງແຮມຫຼູ ໃກ້ກັບທ່າເຮືອນ້ຳເລິກຍຸດທະສາດ ກວາດາ (Gwada)
ທີ່ດຳເນີນການໂດຍ ຈີນ. ການບຸກໂຈມຕີດັ່ງກ່າວໄດ້ສັງຫານພະນັກງານໂຮງແຮມ 4
ຄົນ ແລະ ທະຫານ ປາກິສຖານ ຄົນນຶ່ງ ກ່ອນກອງກຳລັງຮັກສາຄວາມປອດໄພ ໄດ້ຍິງ
ມືສັງຫານເສຍຊີວິດ.