ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄພນໍ້າຖ້ວມໃນປາກິສຖານ


ພວກເຈົ້າໜ້າທີ່ໃຫ້ການຊ່ອຍເຫຼືອ ກ່າວວ່າ ການລະບາດ ຂອງພະຍາດ ແມ່ນເປັນໄພຂົ່ມຂູ່ອັນໃໝ່ ຕໍ່ພວກປະສົບ ໄພນໍ້າຖ້ວມທີ່ຮ້າຍແຮງສຸດ ໃນປາກິສຖານ ໃນຮອບ ຫຼາຍໆທົດສະວັດ.

ພວກເຈົ້າໜ້າທີ່ ກ່າວໃນວັນສຸກມື້ນີ້ວ່າ ການຂາດແຄນ ນໍ້າດື່ມທີ່ສະອາດ ແລະສຸຂາພິບານ ພາໃຫ້ມີການເປັນໂຣກ ກະເພາະອາຫານແລະລຳໄສ້ອັກເສບ ໂຣກຖອກທ້ອງ ແລະພະຍາດຜິວໜັງ ຢ່າງແຜ່ກວ້າງ.

ເຈົ້າໜ້າທີ່ ໃຫ້ຄວາມຊ່ອຍເຫຼືອບັນເທົາທຸກ ກ່າວວ່າ ພະຍາດທີ່ມານຳນໍ້າ ແລະໂຣກອື່ນໆ ອາດເຮັດໃຫ້ໂຕເລກ ພວກເສຍຊີວິດເພີ້ມຂຶ້ນ ຍ້ອນໄພນໍ້າຖ້ວມ ທີ່ມີມາເປັນເວລາ 2 ອາທິດ ຊຶ່ງປະມານກັນວ່າ ມີຜູ້ເສຍຊີວິດຫຼາຍກວ່າ 1,600 ຄົນແລ້ວນັ້ນ.

ກະຊວງການຕ່າງປະເທດປາກິສຖານ ກ່າວໃນວັນສຸກມື້ນີ້ວ່າ ທ່ານ Ban Ki Moon ເລຂາທິການໃຫຍ່ ຂອງອົງການສະຫະປະຊາຊາດ ຈະເດີນທາງໄປເຖິງປາກິສຖານ ໃນວັນ ເສົາມື້ອື່ນ ເພື່ອເຈລະຈາຫາລື ກ່ຽວກັບການດຳເນີນຄວາມພະຍາຍາມ ບັນເທົາທຸກ.

ອົງການສະຫະປະຊາຊາດ ໄດ້ຮ້ອງຂໍການຊ່ອຍເຫຼືອສຸກເສີນ 460 ລ້ານໂດລາ ຮວມທັງ ອາຫານການກິນ ບ່ອນພັກພາອາໄສ ແລະນໍ້າສະອາດ. ທ່ານ Maurizio Giouliano ໂຄສົກຂອງອົງການສະຫະປະຊາຊາດ ກ່າວວ່າ ຫຼາຍເຖິງນຶ່ງສວ່ນສີ່ ຂອງປະເທດປາກິສ ຖານ ໄດ້ຮັບຜົນກະທົບ ຈາກໄພນໍ້າຖວ້ມ ໃນຄັ້ງນີ້.

XS
SM
MD
LG