ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງໜ້ອຍ 260 ຄົນ ເສຍຊີວິດ ຍ້ອນເຫດໄຟໄໝ້ ຢູ່ໂຮງງານ ໃນປາກິສຖານ (ສະໄລດ໌)


ນັກກູ້ໄພຜູ້ນຶ່ງຍ່າງຜ່ານສົບທີ່ຫໍ່ຜ້າໄວ້ ທີ່ເສຍຊີວິດໃນເຫດໄຟໄໝ້ ຢູ່ໃນໂຮງງານແຫ່ງນຶ່ງ ລຸນຫລັງທີ່ໄດ້ຖືກນໍາໄປປົວທີ່ໂຮງໝໍ ເມືອງທ່າກາຣາຊີ ໃນວັນທີ 12 ກັນຍາ, 2012.
ນັກກູ້ໄພຜູ້ນຶ່ງຍ່າງຜ່ານສົບທີ່ຫໍ່ຜ້າໄວ້ ທີ່ເສຍຊີວິດໃນເຫດໄຟໄໝ້ ຢູ່ໃນໂຮງງານແຫ່ງນຶ່ງ ລຸນຫລັງທີ່ໄດ້ຖືກນໍາໄປປົວທີ່ໂຮງໝໍ ເມືອງທ່າກາຣາຊີ ໃນວັນທີ 12 ກັນຍາ, 2012.
ຢູ່ທີ່ປາກິສຖານນັ້ນ ໃນວັນອັງຄານວານນີ້ ໄດ້ເກີດເຫດໄຟໄໝ້
ຢູ່ໃນໂຮງງານ 2 ແຫ່ງ ທີ່ເຮັດໃຫ້ຢ່າງໜ້ອຍ 260 ຄົນເສຍຊີວິດ.

ພວກເຈົ້າໜ້າທີ່ປາກິສຖານເວົ້າວ່າ 236 ຄົນໄດ້ເສຍຊີວິດໄປ
ຢູ່ທີ່ເມືອງທ່າກາຣາຊີ ທາງ ພາກໃຕ້ຂອງປະເທດນັ້ນ ໃນຂະ ນະທີ່ໄຟໄດ້ລຸກໄໝ້ລາມໄປໃສ່ໂຮງງານຕັດຫຍິບແຫ່ງນຶ່ງ.

ຈໍານວນຄົນເສຍຊີວິດໄດ້ເພີ້ມຂຶ້ນຕະຫລອດວັນພຸດມື້ນີ້ ໃນ ຂະນະທີ່ພວກເຈົ້າໜ້າທີ່ໄດ້ດຶງ ເອົາສົບເພີ້ມອີກ ອອກມາຈາກ ອາຄານຂອງໂຮງງານທີ່ໄໝ້ເປັນເຖົ່າຖ່ານໄປນັ້ນ. ສົບຄົນຕາຍ ຫລາຍສົບໄດ້ພົບເຫັນຢູ່ໃນຫ້ອງໃຕ້ດິນຂອງໂຮງງານ ທີ່ຕໍາ
ຫລວດບອກວ່າບໍ່ມີທາງ ອອກສຸກເສີນເລີຍ.

ພວກກໍາມະກອນທີ່ໄດ້ຮັບບາດເຈັບເວົ້າວ່າ ພວກເຂົາເຈົ້າຊອກຫາທາງອອກບໍ່ເຫັນ ແລະ ໄດ້ພາກັນໂດດອອກຈາກປ່ອງຢ້ຽມ ເພື່ອລົບໜີ ຊຶ່ງເຮັດໃຫ້ກະດູກຫັກ. ຫລາຍພາກສ່ວນ ຂອງໂຮງງານໄຟຍັງໄໝ້ຢູ່ ພາຍຫລັງທີ່ໄດ້ເລີ້ມມາເປັນເວລາຫລາຍຊົ່ວໂມງແລ້ວ.
(ຄລິກຮູບເພື່ອຂະຫຍາຍ) ແຜນທີ່ນະຄອນ Karachi ແລະນະຄອນ Lahore
(ຄລິກຮູບເພື່ອຂະຫຍາຍ) ແຜນທີ່ນະຄອນ Karachi ແລະນະຄອນ Lahore

ສາເຫດທີ່ພາໃຫ້ມີໄຟໄໝ້ເກີດຂຶ້ນນັ້ນ ຍັງບໍ່ທັນຮູ້ກັນເທື່ອ ແລະຕໍາຫລວດບອກວ່າ ພວກ ເຂົາເຈົ້າກໍາລັງຊອກຫາເຈົ້າຂອງໂຮງງານຢູ່.

ນະຄອນກາຣາຊີເປັນເມືອງທີ່ມີປະຊາກອນຫລາຍທີ່ສຸດຂອງປາກິສຖານແລະກໍເປັນສູນ ກາງການຄ້າຂອງປະເທດອີກດ້ວຍ.

ອີກດ້ານນຶ່ງ ໃນນະຄອນ Lahore ຢູ່ທາງພາກຕາເວັນອອກຂອງປະເທດນັ້ນ ໃນວັນອັງ
ຄານວານນີ້ ກໍມີຄົນ 25 ຄົນເສຍຊີວິດຍ້ອນໄຟໄໝ້ ລຸນຫລັງທີ່ໄດ້ຕົກຄ້າງຢູ່ໃນໂຮງງານ ຜະລິດເກີບແຫ່ງນຶ່ງ. ພວກເຈົ້າໜ້າທີ່ທ້ອງຖິ່ນເວົ້າວ່າ ເຫດໄຟໄໝ້ດັ່ງກ່າວ ແມ່ນເກີດມາ
ຈາກບັນຫາກ່ຽວກັບຈັກໄຟຟ້າ.

ເບິ່ງສະໄລດ໌ກ່ຽວກັບໄຟໄໝ້ໂຮງງານຕັດຫຍິບຢູ່ປາກິສຖານ



XS
SM
MD
LG