ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປາກິສຖານຍອມຮັບວ່າ ມີຄວາມສໍາພັນ ທີ່ໃກ້ຊິດຍິ່ງຂຶ້ນ ກັບຈີນ (ເບິ່ງວີດີໂອ)


Des véhicules sud-coréens faisant demi-tour après s'être vu refuser  l'entrée à Kaesong, en Corée du Nord, le 3 avril 2013.
Des véhicules sud-coréens faisant demi-tour après s'être vu refuser  l'entrée à Kaesong, en Corée du Nord, le 3 avril 2013.

ໃນໄລຍະນຶ່ງປີຜ່ານມາ ທີ່ເຕັມໄປດ້ວຍຄວາມຕຶງຄຽດທີ່ເພີ່ມທະວີຂຶ້ນນັບມື້ ໃນຄວາມສໍາພັນ ລະຫວ່າງປາກິສຖານກັບສະຫະລັດນັ້ນ ພວກເຈົ້າໜ້າທີ່ປາກີສຖານໄດ້ເນັ້ນຍໍ້າຢ່າງເປີດເຜີຍ ເຖິງການມີຄວາມສໍາພັນທີ່ໃກ້ຊິດຂຶ້ນກວ່າເກົ່າກັບຈີນ. ຜູ້ສື່ຂ່າວວີໂອເອມີລາຍງານກ່ຽວກັບ ເລຶ່ອງນີ້ ຈາກນະຄອນຫລວງອິສລາມາບັດຂອງປາກິສຖານ ຊຶ່ງດາຣາຈະນໍາມາສະເໜີທ່ານ.

ເບິ່ງວີດີໂອລາຍງານພາສາອັງກິດ:

ຟັງລາຍງານພາສາລາວ:

ຈີນເປັນ​ປະ​ເທດ​ນຶ່ງ​ໃນ​ບໍ່​ເທົ່າ​ໃດ​ປະ​ເທດ​ທີ່ໄດ້ສະ​ແດງຄວາມ​ສະໜັບສະໜຸນ​ຢ່າງ​ເປີດ​ເຜີຍ​ຕໍ່
ປາ​ກີ​ສຖານ ​ເວລາມີ​ຂ່າວ​ອອກ​ມາວ່າ​ບຸກຄົນ​ທີ່ຕ້ອງການ​ຕົວ​ຫລາຍ​ທີ່​ສຸດ​ຂອງ​ໂລກ ກໍ​ຄື​
ນາຍໂອຊາ​ມາ ບິນ ລາ​ເດັນ ນັ້ນ ​ໄດ້​ອາ​ໃສ​ຢູ່​ໃນ​ເມືອງ​ນຶ່ງ ​ຫ່າງ​ຈາກນະຄອນ​ຫລວງ​ອິສລາ
ມາ​ບັດ​ຂອງ​ປາ​ກິສຖານ ພຽງປະມານ 120 ກິ​ໂລ​ແມ​ດ.

ສອງ​ອາທິດ​ຫລັງ​ຈາກ​ການ​ບຸກຈູ່​ໂຈມ​ແບບ​ລັບໆ​ຂອງ​ອາ​ເມ​ຣິກາ ​ທີ່​ໄດ້​ສັງຫານ​ນາຍ​ບິນ ລາ
ເດັນ ອັນ​ເປັນ​ເຫດ​ໃຫ້​ຄວາມ​ສໍາພັນ​ລະຫວ່າງ​ສະຫະລັດ ​ແລະ​ປາ​ກິສຖານ​ ​ຕົກ​ຮວບ​ລົງສູ່​
ລະດັບ​ຕໍ່າ​ສຸດ​ຄັ້ງ​ໃໝ່ອີກ​ບັ້ນ​ນຶ່ງນັ້ນ ​ນາ​ຍົກ​ລັດຖະມົນຕີປາ​ກິສຖານ ທ່ານ Yousuf Raza
Gilani ​ກໍໄດ້​ເດີນທາງ​ໄປ​ນະຄອນຫລວງປັກ​ກິ່ງ. ​ໃນ​ເວລາ​ນັ້ນ ຫລາຍ​ໆ​ຄົນ​ພາກັນ​ສົງ​ໃສ​
ຄິດວ່າປາ​ກິ​ສຖານກໍາລັງອວ່າຍ​ໜ້າ​ໄປ​ຫາ​ຈີນ ​ເພື່ອ​ເປັນ​ການ​ທົດ​ແທນ​ຄວາມ​ສໍາພັນ​ດ້ານ​
ການ​ທະຫານແລະ​ການ​ທູດ​ອັນ​ກວ້າງຂວາງ​ ກັບວໍຊິງ​ຕັນນັ້ນ ຫລື​ແນວ​ໃດ?

ນັກວິ​ເຄາະ​ຫລາຍໆ​ຄົນ ​ເຊ່ນອະດີດ​ລັດຖະມົນຕີຕ່າງປະ​ເທດ Inam-ul Haq ບໍ່​ເຫັນ​ພ້ອມ​
ກັບການ​ສັນນິຖານ​ແບບ​ນັ້ນ​ ​ໂດຍ​ກ່າວ​ວ່າ ​ປະ​ເທດປາ​ກິສຖານ​ ທີ່​ອ່ອນ​ແອ​ທັງ​ໃນດ້ານ​ການ
ເມືອງ​ແລະການ​ເສດຖະກິດນັ້ນ​ ​ແມ່ນຈໍາ​ເປັນ​ຕ້ອງ​ໄດ້​ຮັກສາ​ແລະຜູກຄວາມ​ສໍາພັນ​ທີ່​ດີ ​ກັບ
ພວກ​ປະ​ເທດ​ມະຫາ​ອໍານາດ​ທັງຫລາຍ​ຂອງ​ໂລກເອົາໄວ້. ທ່ານ Ul Haq ​ເວົ້າ​ວ່າ:

“ນອກ​ນັ້ນ​ແລ້ວ ປາ​ກິສຖານ​ກໍບໍ່ສາມາດ​ທີ່ເອົາ​ ມະຫາ​ອໍານາດ​ໃດ​ນຶ່ງ ໄປຕໍ່​ຕ້ານ​
ກັບອີກ​ມະຫາ​ອໍານາດ​ນຶ່ງ​ໄດ້. ມັນຈະເປັນ​ການໄຮ້​ສາລະແລະໂງ່​ເງົ່າ​ ທີ່​ຈະເຊື່ອ
ວ່າພວກ​ເຮົາ​ຈະເຮັດແບບ​ນັ້ນ​ໄດ້ ແລະຄວາມ​ພະຍາຍາມ​ໃດ​ໆທີ່​ຈະ​ເຮັດ​ດັ່ງນັ້ນ
ກໍຈະ​ເປັນ​ການ​ບໍ່​ມອງ​ການ​ໄກ ​ແລ​ະ​ເປັນ​ການ​ຄັດ​ຕໍ່ຜົນ​ປະ​ໂຫຍ​ດ ໂດ​ຍສິ້ນ​ເຊີງ​.”

ແຕ່​ຄວາ​ມສໍາພັນ​ຂອງ​ປາ​ກິສຖານ​ກັບ​ຈີນ​ນັ້ນ​ ກໍບໍ່​ແມ່ນ​ວ່າ​ຈະປາສະຈາກການທ້າ​ທາຍໃດໆ.
ຄື​ໃນ​ທ້າຍ​ເດືອນ​ກໍລະກົດ​ຜ່ານ​ມານັ້ນ ພວກທີ່​ສົງ​ໃສວ່າ ​ເປັນຊາວ​ວິ​ເກີ​ຫົວແບ່ງ​ແຍກ​ດິນແດນ​ ​
ໃນ​ຂົງ​ເຂດຊິນ​ຈຽງ​ທີ່ວຸ້ນວາຍ​ຂອງ​ຈີນ​ ໄດ້​ສັງຫານ​ປະຊາຊົນ​ຫລາຍ​ກວ່າ 20 ຄົນ ​ໃນການ​
ໂຈມ​ຕີແບບ​ກໍ່​ການ​ຮ້າຍ ​ຫລາຍໆບັ້ນ ຊຶ່ງ​ຈີນ​ໄດ້​ກ່າວ​ຫາພວກກຸ່ມ​ອິສລາມ​ຫົວ​ຮຸນ​ແຮງຈັດ ​
ທີ່​ມີ​ຖານ​ປະຕິບັດ​ການ​ຢູ່​ໃນ​ປາ​ກິສຖານ​ ​ວ່າ​ໄດ້ໃຫ້ການ​ເຝິກ​ແອບ​ແກ່​ພວກ​ກະບົດ​ວິ​ເກີ ທີ່
ນັບຖື​ສາສະໜາ​ອິສລາມ​ເປັນ​ສ່ວນ​ໃຫຍ່ ທີ່​ເຊຶ່ອມ​ໂຍງ​ກັບຂະບວນ​ການອິສລາມ​ນອກ​ກົດ
ໝາຍເທີ​ກີ​ສຖານ​ຕາ​ເວັນ​ອອກ ຫລື ETIM ນັ້ນ.

ພວກ​ຜູ້​ນໍາ​ການ​ເມືອງ​ແລະ​ທະຫານ​ລະດັບ​ສູງຂອງ​ທັງ​ສອງ​ປະ​ເທດ​ ໄດ້​ປະຕິຍານ​ທີ່​ຈະຕໍ່ສູ້​ກັບ
ພວກ​ກຸ່ມ​ກໍ່​ການ​ຮ້າຍ​ຮ່ວມ​ກັນ ​ແລະ​ໄດ້​ທໍາ​ການເຝິກຊ້ອມ ປະຕິບັດການ​ປາບ​ປາມການ​ກໍ່
ການ​ຮ້າຍ​ຮ່ວມກັນ. ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ຂອງ​ປາ​ກິສຖານ ​ແລະ​ພວກ​ເຈົ້າໜ້າ​ທີ່
ທະຫານ​ລະດັບ​ສູງ​ຂອງ​ຈີນ​ ກໍ​ໄດ້ ຮັບປາກ​ທີ່​ຈະ​ໃຫ້​ຄວາມ​ຮ່ວມມືກັນ ໃນ​ເລຶ່ອງນີ້. ນາຍ​ພົນ
AShfaq Pervez Kayani ຜູ້​ບັນຊາ​ການ​ສູງ​ສຸດ​ປາ​ກິ​ສຖານ​ກ່າວ​ວ່າ:

“ມີ​ຫລາຍໆ​ພາກສ່ວນ​ຂອງຂະ​ບວນການ​ ETIM ທີ່​ປະຕິບັດ​ການ ຢູ່​ໃນ​ພື້ນ​ທີ່​
ເຂດ​ຊາຍ​ແດນ​ຂອງ​ປາ​ກິສຖານແລະ​ອັຟກາ​ນິສຖານ​ ​ເຖິງແມ່ນ​ວ່າ ຢູ່ໃນ​ພື້ນ​ທີ່
ເຫລົ່ານັ້ນ ພວກ​ເຮົາ​ມີ​ການ​ຮ່ວມ​ມື​ກັນຢ່າງໃກ້​ຊິດ ​ແລະ​ມີ​ການແລກປ່ຽນ​ຂໍ້​ມູນ​
ສືບ​ລັບ​ກັນ. ພວກ​ເຮົາ​ໄດ້ປະຕິບັດການ​ຢ່າງ​ສຸດ​ຂີດ​ເພື່ອ ທັບ​ມ້າງ​ການ​ຂົ່ມຂູ່​
ຂອງ​ຂະ​ບວນການ ETIM ນີ້ ​ແລະ​ພວກ​ຫົວ​ຮຸນ​ແຮງ​ອື່ນໆ​ ສໍາລັບ​ຈີນ.”

ສ່ວນນາຍ​ພົນ Hou Shusen ຮອງ​ຫົວໜ້າ​ກອງ​ບັນຊາ​ການ​ສູງ​ສຸດ​ຂອງ​ຈີນ​ກໍ​ກ່າວ​ວ່າ:

“ການ​ເຝິກອົບ​ລົມ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ຮ່ວມ​ກັນ​ນັ້ນ ​ແມ່ນ​ຈະ​ຊ່ວຍ​ພວກ​ເຮົາ ​
ໃນ​ການຕໍ່ສູ້​ຕ້ານຢັນ​ກັບ​ພວກກໍາລັງ​ກໍ່​ການ​ຮ້າຍ​ຢູ່​ໃນ​ຂົງ​ເຂດ ​ແລະ​ສ້າງຄວາມ​
ຮ່ວມ​ມື​ທີ່​ແໜ້ນແຟ້ນເລິກ​ເຊິ່ງຍິ່ງ​ຂຶ້ນ ເພື່ອຄວາມ​ສະຫງົບ​ສຸກ ແລະ​ຄວາມ​ໝັ້ນ
ຄົງ​ໃນ​ຂົງ​ເຂດຫລາຍ​ຂຶ້ນ​.”

ການສະ​ແດງ​ອອກເຖິງ​ຄວາມເປັນ​ເອກະ​ພາບກັນຢ່າງ​ເປີດ​ເຜີຍ​ເຫລົ່າ​ນີ້ ​ແມ່ນກົງກັນຂ້າມ​
ກັນ​ຢ່າງ​ເຫັນ​ໄດ້ແຈ່ມ​ແຈ້ງ ກັບຄວາມສໍາພັນຂອງ​ປາ​ກິ​ສຖານ​ກັບ​ວໍ​ຊິງ​ຕັນ ຊຶ່ງໃນປີທີ່ຜ່ານ
ມາ​ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ເຫັນ​ທີ່ຂັດ​ແຍ້ງກັນ​ຢ່າງ​ເປີດ​ເຜີຍ​ ຫລາຍ​ກວ່າ​ຖະ​ແຫລ​ງການ​
ກ່ຽວ​ກັບ​ການ​ຮ່ວມ​ໄມ້ຮ່ວມ​ມື​ກັນ.

ທ່ານ Muhshahid Hussain ອະດີດ​ສະມາຊິກ​ສະພາ​ສູງ​ຂ​ອງປາ​ກີ​ສຖານ ​ທີ່​ເວລາ​ນີ້
ເປັນປະທານ​ສະ​ຖາ​ບັນ​ປາ​ກິສຖານ-ຈີນ ຊຶ່ງ​ເປັນ​ໜ່ວຍ​ງານຄົ້ນ​ຄ້ວາອິດສະຫຼະທີ່​ປະຕິ​ບັດ​
ງານ​ເພື່ອ​ຊຸກຍູ້ສົ່ງ​ເສີມ​ຄວາມ​ສໍາພັນສອງ​ຝ່າຍນັ້ນ ກ່າວ​ວ່າ ການ​ສະໜັບສະໜຸນ​ທີ່​ມີມາ
ເປັນ​ເວລາຍາ​ວນານ​ຂອງ​ຈີນ​ຕໍ່​ປະ​ເທດ​ອີສລາມປະ​ເທດ​ດຽວ​ທີ່​ມີ​ນີວ​ເຄລຍຂອງ​ໂລກ​
ໂດຍ​ບໍ່​ສໍາຄັນວ່າແມ່ນໃຜ​ຈະ​ຢູ່​ໃນ​ອໍານາດໃນ​ອິສລາມາ​ບັດ​ກໍ​ຕາມນັ້ນ ​ແມ່ນ​ໄດ້​ນໍາໄປ​ສູ່​
ຄວາມ​ເຫັນພ້ອມກັນ​ທາງດ້ານ​ການ​ເມືອງ​ຢ່າງ​ກວ້າງຂວາງ​ ນໍາ​ການ​ມີ​ຄວາມ​ສໍາພັນ​ທີ່
ໃກ້​ຊິດ​ກັບ​ປັກ​ກິ່ງ ມາ​ຕະຫລອດ. ທ່ານ Muhshahid Hussain ​ເວົ້າ​ວ່າ:

“ເລຶ່ອງຈີນ​ແມ່ນ​ເປັນ​ນຶ່ງ​ໃນ​ສາມ​ບັນຫາ​ສໍາຄັນ​ໃນ​ປາ​ກີ​ສຖານ​ ທີ່​ໄດ້​ຮັບຄວາມ​
ເຫັນ​ພ້ອງ​ຕ້ອງ​ກັນ​ຢ່າງ​ສິ້ນ​ເຊີງ ຄືບັນຫາໂຄງການ​ນີວ​ເຄລຍ​ ​ບັນຫາ​ຂັດ​ແຍ້​ງ
ເລື່ອງແຄວ້ນ​ແຄ​ສ​ເມຍ​ກັບ​ອິນ​ເດຍ ແລະ​ຄວາມ​ສໍາພັນກັບ​ຈີນ ຊຶ່ງ​ທັງ​ໝົດ​ນີ້​
ແມ່ນໄດ້​ຮັບ​ຄວາມ​ເຫັນ​ພ້ອມ​ນໍາ​ກັນ ​ໃນ​ຕະຫລອດ​ທຸກ​ແນວທາງການ​ເມືອງ.”

ແຕ່ເຖິງ​ແມ່ນມີການ​ສະໜັບສະໜຸນຈີນ ຈາກ​ວົງ​ການ​ການເມືອງ​ໃນ​ປາ​ກິ​ສຖານ​ຢ່າງ
ກວ້າງຂວາງ​ກໍ​ຕາມ​ ​ພວກ​ທີ່ມີ​ຄວາມ​ສົງ​ໃສບໍ່​ແນ່​ໃຈ​ທັງຫລາຍກໍ​ກ່າວ​ວ່າ​ ​ເພື່ອຈະສ້າງ​
ຄວາມ​ສໍາພັນ​ສອງ​ຝ່າຍໃຫ້​ເຂັ້ມ​ແຂງ​ຍິ່ງຂຶ້ນ​ນັ້ນ ກ່ອນ​ອື່ນ​ໝົດ ປາ​ກີ​ສຖານ​ຈະຕ້ອງ​ແກ້​
ໄຂວິ​ກິດ​ການ​ອັນ​ໜັກໜ່ວງ​ດ້ານເສດຖະກິດ ການ​ເມືອງ ສະ​ຖາ​ບັນ ​ແລະ​ຄວາມໝັ້ນຄົງ
ຂອງ​ຕົນ​ໃຫ້​ໄດ້​ເສຍ​ກ່ອນ ກ່ອນ​ທີ່​ຈະ​ສາມາດ​ສ້າງ​ຄວາມສໍາພັນກັບ​ຈີນ​ ໃຫ້​ກວ້າງຂວາງ​
ອອກ​ໄປອີກ​ໄດ້.

XS
SM
MD
LG