ປາກິສຖານ ໄດ້ຮຽກຕົວເອກອັກຄະລັດຖະທູດສະຫະລັດເຂົ້າພົບ ເພື່ອປະທ້ວງຕໍ່
ຂໍ້ຄວາມຂອງ ປະທານາທິບໍດີສະຫະລັດ ທ່ານດໍໂນລ໌ ທຣຳ ທີ່ໄດ້ຂຽນລົງໃນ
ທຣິຕ໌ເຕີ ທີ່ກ່າວຫາ ອິສລາມາບັດວ່າ ເປັນບ່ອນລີ້ຊ່ອນ ປົກປ້ອງພວກກໍ່ການຮ້າຍ
ພວກທີ່ຕໍ່ສູ້ກັບກອງກຳລັງສະຫະລັດ ໃນປະເທດເພື່ອນບ້ານ ໃນອັຟການິສຖານ.
ໂຄສົກຂອງສະຖານທູດສະຫະລັດ ໃນອິສລາມາບັດ ກ່າວວ່າ ທ່ານ ເດວິດ ແຮລ
ນັ້ນ ໄດ້ຖືກຮຽກຕົວໄປຍັງກະຊວງການຕ່າງປະເທດ ໃນແລງວັນຈັນວານນີ້ເພື່ອ
ປຶກສາຫາລືກ່ຽວກັບ ຂໍ້ຄວາມຂອງປະທານາທິບໍດີ ທຣຳ ທີ່ໄດ້ຂຽນລົງໃນ ທຣິຕ໌ເຕີ
ໃນວັນປີໃໝ່.
ໃນຂໍ້ຄວາມທີ່ໄດ້ຂຽນລົງໃນ ທຣິຕ໌ເຕີ ໃນປີ 2018 ນັ້ນ ປະທານາທິບໍດີ ໄດ້ກ່າວ
ຢ່າງໂກດແຄ້ນວ່າ ສະຫະລັດ ໄດ້ໃຫ້ເງິນຊ່ອຍເຫຼືອ “ແບບບ້າບໍ” ຈຳນວນ 33 ພັນ
ລ້ານ ໂດລາ ເປັນເວລາ 15 ປີ ແລະ “ບໍ່ໄດ້ຮັບຜົນຫຍັງເລີຍ ນອກຈາກຄວາມຂີ້ຕົວະ
ແລະຫຼອກລວງ ແລະຄວາມຄິດທີ່ວ່າ ຜູ້ນຳ ຂອງພວກເຮົານີ້ແມ່ນ ພວກຜີບ້າ.”
“ພວກເຂົາ ໄດ້ໃຫ້ການລົບລີ້ ແກ່ພວກກໍ່ການຮ້າຍ ທີ່ພວກເຮົາຕາມລ່າ ໃນອັຟກາ
ນິສຖານ, ດ້ວຍການຊ່ອຍເຫຼືອພຽງເລັກນ້ອຍ. ເຮົາຈະບໍ່ໃຫ້ອີກແລ້ວ!” ຊຶ່ງທ່ານທຣຳ ໄດ້ຂຽນມ້ວນທ້າຍເຊັ່ນນີ້.
ວໍຊີງຕັນ ແມ່ນໄດ້ກ່າວຫາປາກິສຖານ ມາດົນນານແລ້ວ, ໂດຍສະເພາະເລື່ອງສະຖາບັນ
ຄວາມປອດໄພ ໂດຍທີ່ປິດຫູປິດຕາ ຫຼືບໍ່ ກໍຊ່ອຍພວກກຸ່ມຕາລິບັນ ຊາວອັຟການິຖານ ແລະຕາໜ່າງຂອງພວກກໍ່ການຮ້າຍຊາວຮັກການີ ຈັດໃຫ້ມີການໂຈມຕີ ທີ່ຂ້າມຊາຍແດນ
ຕໍ່ຕ້ານອັຟການິສຖານ ແລະກອງກຳລັງຂອງສະຫະລັດ ທີ່ເປັນຜູ້ນຳພານັ້ນ. ອິສລາມາບັດ ໄດ້ປະຕິເສດ ຕໍ່ການກ່າວຫາທີ່ວ່ານີ້ ວ່າໄດ້ໃຫ້ບ່ອນລົບລີ້ແກ່ພວກລອບດັກໂຈມຕີ ແຕ່ກັບ
ຈົ່ມເຖິງການຕໍ່ຕ້ານພວກຫົວຮຸນແຮງ ທີ່ນຳໃຊ້ປະເທດເພື່ອບ້ານ ເພື່ອການໂຈມຕີ ພວກກໍ່ການຮ້າຍ ຕໍ່ຕ້ານປາກິສຖານ.
ການໂຕ້ຕອບ ຕໍ່ປະທານາທິບໍດີທຣຳ ດ້ວຍຂໍ້ຄວາມຂອງທ່ານເອງ ທີ່ໄດ້ຂຽນລົງໃນ
ທຣິຕ໌ເຕີ, ລັດຖະມົນຕີການຕ່າງປະເທດປາກິສຖານ ທ່ານ ຄາວາຈາ ອາຊິຟ ໄດ້ກ່າວໃນວັນຈັນວານນີ້ ໃນປະເທດຂອງທ່ານວ່າ “ຈະໃຫ້ທັງໂລກຮູ້ເຖິງຄວາມຈິງ... ທີ່ແຕກຕ່າງກັນລະຫວ່າງຄວາມຈິງ ແລະຄວາມເສກສັນປັ້ນແຕ່ງ.”
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
"They give safe haven to the terrorists we hunt in Afghanistan, with little help. No more!" Trump said at the end of his tweet.
Washington has long accused Pakistan, especially its security institutions, of turning a blind eye or covertly helping the Afghan Taliban and the Haqqani terrorist network to stage cross-border attacks against Afghan and U.S.-led forces.
Islamabad denies allegations it is harboring Afghan insurgents and instead complains anti-state militants are using the neighboring country for terrorist attacks against Pakistan.
Responding to President Trump with his own tweet, Pakistani Foreign Minister Khawaja Asif said Monday his country "will let the world know the truth...difference between facts and fiction."
Pakistan's National Security Committee, comprised of the country's top civilian and military leadership, will hold an emergency meeting Tuesday to discuss the situation in the aftermath of Trump's tweet.
President Trump unveiled his new South Asia policy last August, in which Pakistan was blamed for providing "safe haven" to terrorists.
The administration also announced at the time that it was freezing $255 million in military assistance until Pakistan cracks down on extremists.