ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານຕັດສິນໂທດ ພວກແມ່ໜ້າຍຂອງ ໂອຊາມາ ບິນ ລາເດັນ (ເບິ່ງວີດີໂອ)


ເຮືອນບ່ອນທີ່ພວກນາງໝ້າຍ ຂອງນາຍໂອຊາມາ ບິນ ລາເດັນ ອາໃສຢູ່ ໃນລະຫວ່າງຖືກຄວບຄຸມໂຕ ແລະຖືກຕັດສິນຄະດີ ຢູ່ໃນເຮືອນຫລັງນີ້, ວັນທີ 2 ເມສາ 2012.
ເຮືອນບ່ອນທີ່ພວກນາງໝ້າຍ ຂອງນາຍໂອຊາມາ ບິນ ລາເດັນ ອາໃສຢູ່ ໃນລະຫວ່າງຖືກຄວບຄຸມໂຕ ແລະຖືກຕັດສິນຄະດີ ຢູ່ໃນເຮືອນຫລັງນີ້, ວັນທີ 2 ເມສາ 2012.

ສານ​ແຫ່ງ​ນຶ່ງ​ໃນ​ປາ​ກິ​ສຖານ​ໄດ້​ຕັດສິນ​ວ່າ ພວກ​ແມ່​ໝ້າ​ຍ 3 ຄົນ​ຂອງ​ ມື້ລາງ​ນາຍ​ໂອຊາ​ມາ ບິນ​ລາ​ເດັນ ຜູ້​ນໍາ​ເຄືອຂ່າ​ຍ ອານ ກາ​ອິດາ ພ້ອມ​ດ້ວຍ​ລູກ​ສາວຂອງ​ລາວ 2 ຄົນ ​ມີ​ຄວາມ​ຜິດ ໃນ​ຂໍ້ຫາ​ຖານພັກ​ອາ​ໄສຢູ່​ໃນ​ປະ​ເທດ​ຢ່າງ​ຜິດ​ກົດໝາຍ ​ແລະ​ຕັດສິນໂທດຈໍາ​ຄຸກເຂົາ​ເຈົ້າ​ເປັນ​ເວລາ 45 ມື້. ສານ​ໄດ້​ສັ່ງ​ໃຫ້​ເນລະ​ເທດ​ພວກ​ເຂົາ​ເຈົ້າ​ເຊ່ນ​ກັນ.

ທະນາຍຄວາມ​ຂອງ​ແມ່ຍິງ​ທັງ 5 ຄົນ​ກ່າວ​ວ່າ ພວກ​ລູກ​ຄວາມ​ຂອງ​ຕົນ​ໄດ້​ຖືກປັບ​ໄໝ​ຄົນລະ 110 ​ໂດ​ລາ ​ແລະ​ກໍ​ໄດ້​ເສຍ​ຄ່າປັບ​ໄໝ​ໄປ​ແລ້ວ.

ພວກ​ນາງ​ໝ້າຍ ຊຶ່ງ 2 ຄົນ​ເປັນ​ຄົນ Saudi Arabia ​ແລະ​ຄົນ​ນຶ່ງ ເປັນຊາວ Yemen ພ້ອມ​ດ້ວຍ​ລູກ 10 ຄົນ​ ໄດ້​ຖືກເຈົ້າ​ໜ້າ​ທີ່​ປາ​ກິ​ສ ຖານຄວບ​ຄຸມ​ໂຕ​ໄວ້ ​ຕັ້ງ​ແຕ່​ນາຍ ​ໂອຊາ​ມາ ບິນ ລາ​ເດັນ ຖືກຂ້າ​ຕາຍໂດຍ​ພວກໜ່ວຍ​ທະຫານ Navy Seals ຂອງ​ສະຫະລັດຢູ່​ບໍລິ​ເວນ​ບ້ານ​ທີ່​ຜູ້ກ່ຽວອາ​ໄສ​ຢູ່ ​ໃນ​ເມືອງ Abbottabad ຂອງ​ປາ​ກິ​ສຖານເມື່ອວັນທີ 2 ພຶດສະພາ ປີ 2011 ຜ່ານ​ມາ.

ພວກ​ແມ່ຍິງ​ເຫຼົ່າ​ນີ້​ໄດ້​ຖືກ​ຈັບ​ກຸມ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 3 ມີນາ ​ແລະ​ຈະ​ໄດ້​ຮັບ​ຄະ​ແນນ​ສໍາລັບ​ເວລາ​ທີ່ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ຄຸມ​ຂັງ​ມາ​ກ່ອນ​ແລ້ວ​ນັ້ນ ຊຶ່ງ​ຈະ​ຫລຸດຜ່ອນໂທດ​ຂັງ​ຄຸກ​ລົງ​ມາ​ເປັນ 2 ສັບປະດາ.

ອົງການ​ຂ່າວ​ຝຣັ່ງລາຍ​ງານ​ວ່າ ການ​ດໍາ​ເນີນຄະດີໃນ​ວັນ​ຈັນ​ມື້​ນີ້​ໄດ້​ດໍາ​ເນີນ​ໄປ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ຜູ້​ພິພາກສາ​ທ່ານ​ນຶ່ງ​ ໃນ​ສານທີ່​ຈັດ​ຕັ້ງ​ຂຶ້ນຊົ່ວຄາວ ​ໃນ​ເຮືອນ​ຫຼັງ​ທີ່​ພວກ​ແມ່ຍິງ​ເຫຼົ່າ​ນີ້ໄດ້ອາ​ໄສຢູ່ມາ ​ແລະ​ຈະ​ເປັນ​ບ່ອນ​ທີ່​ເຂົາ​ເຈົ້າ​ຈະ​ຖືກ​ກັກ​ຂັງ​ໄວ້​ຕໍ່​ໄປ​ອີກ 2 ອາທິດນັ້ນ.

XS
SM
MD
LG