ພັນລະຍາຜູ້ທີ່ໜຸ່ມສຸດຂອງນາຍ Bin Laden ໄດ້ເປີດເຜີຍວ່າ ຫົວໜ້າ ຂອງກຸ່ມກໍ່ການ
ຮ້າຍ al-Qaida ໄດ້ໄຊ້ເວລາສ່ວນໃຫຍ່ຂອງລາວຫລົບ ລີ້ຢູ່ຕາມເມືອງຕ່າງໆໃນ
ປາກິສຖານໂດຍຍ້າຍບ່ອນຫລົບລີ້ຢູ່ເລື້ອຍໆ ແລະເປັນພໍ່ຂອງເດັກນ້ອຍສີ່ຄົນ.
ລາຍລະອຽດກ່ຽວກັບຊີວິດຂອງນາຍ Bin Laden ຫຼັງຈາກການໂຈມ ຕີສະຫະລັດໃນວັນ
ທີ 11 ເດືອນກັນຍາປີ 2001 ໄດ້ບັນທຶກຢູ່ໃນລາຍ ງານການສອບສວນນາງ Amal
Ahmed Abdulfattah ຜູ້ເປັນແມ່ ໝ້້າຍຂອງນາຍ Bin Laden ທີ່ເປັນຊາວເຢເມນ
ອາຍຸ 30 ປີ.
ນາງ Abdulfattah ໄດ້ໃຫ້ການແກ່ບັນດານັກສືບສວນວ່າ ຄອບຄົວຂອງນາງໄດ້
“ແຕກກະຈັດກະຈາຍ” ກັນຢູ່ຫຼາຍໆເດືອນຫຼັງຈາກການໂຈມຕິີ. ນາງກ່າວວ່າ ນາງໄດ້ກັບ
ຄືນໄປຢູ່ກັບ ນາຍ Bin Laden ອີກໃນປີ 2002 ທີ່ເມືອງ Peshawar ແລະຫລັງຈາກ
ນັ້ນໄດ້ຍ້າຍໄປຢູ່ເຂດຮ່ອມພູ Swat.
ຫລັງຈາກນັ້ນຕໍ່ມາອີກ ເຂົາເຈົ້າໄດ້ຍ້າຍໄປຢູ່ເມືອງ Haripur ໃກ້ໆກັບເມືອງເອກຂອງ
ປາກິສຖານ ກຸງອິສລາມາບັດ. ໃນລະຍະເວລານີ້ ນາງກ່າວວ່າ ນາງໄດ້ອອກລູກສອງຄົນ
ຢູ່ໂຮງໝໍຂອງລັດຖະບານ ແຕ່ລະເທື່ອນາງໄດ້ໃຊ້ເວລາຢູ່ໃນໂຮງໝໍສອງແຫ່ງພຽງແຕ່
“ສອງຫລືສາມຊົ່ວໂມງເທົ່ານັ້ນ.”
ໃນທີ່ສຸດຄອບຄົວຂອງນາງໄດ້ໄປຕັ້ງຖີ່ນຖານທີ່ເມືອງ Abbottabad ໃນປີ 2005 ບ່ອນ
ທີ່ລາວໄດ້ລູກອີກສອງຄົນ. ນາຍ Bin Laden ໄດ້ຖືກສັງຫານທີ່ເມືອງ Abbottabad
ເວລາໜ່ວຍກ້າຕາຍຂອງສະຫະລັດ ບຸກໂຈມຕີເມື່ອເດືອນພຶດສະພາແລ້ວນີ້.
ນາງ Abdulfattah ໄດ້ຮັບບາດເຈັບຢູ່ທີ່ຂາ ຈາກການໂຈມຕີດັ່ງກ່າວ.
ປັດຈຸບັນນີ້ ນາງ Abdulfattah ຢູ່ໃນຄວາມຄຸ້ມຄອງຂອງລັດຖະບານ ປາກິສຖານ ພ້ອມ
ດ້ວຍພັນລະຍາຂອງນາຍ Bin Laden ອີກສອງຄົນ ແລະລູກອີກຫຼາຍໆຄົນ. ທະນາຍ
ຄວາມຂອງເຂົາເຈົ້າ ກ່າວວ່າ ລາວຄາດວ່າເຂົາເຈົ້າຈະຖືກຟ້ອງໃນວັນຈັນນີ້ໃນຂໍ້ຫາຢູ່ໃນ
ປາກິສຖານ ຢ່າງຜິດກົດໝາຍ ຊຶ່ງຈະມີໂທດຖືກຕິດຄຸກເຖິງຫ້າປີ.