ພວກຫົວຮຸນແຮງຕິດອາວຸດ ທີ່ມີປືນອັດຕະໂນມັດແລະປືນຍິງລະເບີດມື ໄດ້ທໍາການໂຈມຕີ ຖານທັບອາກາດໃຫຍ່ແຫ່ງນຶ່ງ ໃນພາກຕາເວນຕົກສຽງເໜືອຂອງ ປາກິສຖານ ເຮັດໃຫ້ມີການສູ້ລົບກັນຢ່າງດຸເດືອດ ທີ່ສີ້ນສຸດລົງດ້ວຍການເສຍຊີ ວິດຂອງທະຫານນຶ່ງຄົນ ແລະພວກຫົວຮຸນແຮງອີກເກົ້າຄົນ.
ບັນດາເຈົ້າໜ້າທີ່ປາກິສຖານ ກ່າວວ່າ ຖານທັບທີ່ເມືອງ Kamra ໄດ້ກັບຄືນມາຢູ່ໃນຄວາມຄຸ້ມຄອງຂອງລັດຖະບານອີກ ຫລັງຈາກໄດ້ມີການສູ້ລົບກັນ ເປັນເວ ລາຫລາຍຊົ່ວໂມງໃນວັນພະຫັດມື້ນີ້ ທີ່ເຮັດໃຫ້ຜູ້ບັນຊາການຖານທັບໄດ້ຮັບບາດເຈັບນຳດ້ວຍ. ລາຍງານໃນຂັ້ນຕົ້ນແຈ້ງວ່າ ເຈົ້າໜ້າທີ່ຮັກສາຄວາມປອດໄພປາ ກິສຖານສອງຄົນໄດ້ຖືກຂ້າຕາຍ.
ກຸ່ມທາລິບານໃນປາກິສຖານໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຄັ້ງນີ້. ກຸ່ມຫົວຮຸນແຮງດັ່ງກ່າວ ໄດ້ແນເປົ້າໃນການໂຈມຕີຈຳນວນນຶ່ງ ໃສ່ຖານທັບທະ ຫານຕ່າງໆໃນຮອບຫຼາຍປີຜ່ານມານີ້.
ບັນດາເຈົ້າໜ້າທີ່ທະຫານປາກິສຖານ ກ່າວວ່າ ຄ້າຍທະຫານທີ່ຕັ້ງຢູ່ປະມານ 60 ກິໂລແມັດ ຫ່າງຈາກນະຄອນຫຼວງອິສລາມາບັດ ໄປທາງພາກຕາເວັນຕົກສຽງ ເໜືອ ບໍ່ໄດ້ມີສ່ວນພົວພັນໃດໆກັບຄັງອາວຸດນີວເຄລຍຂອງປະເທດ.